ການປັບປຸງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອເປັນເຄື່ອງມືໃນການຄຸ້ມຄອງເງິນຕາຕ່າງປະເທດຢູ່ລາວຢ່າງເປັນລະບົບ, ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງຂຶ້ນ, ເພື່ອເຮັດໃຫ້ການເຄື່ອນໄຫວດ້ານເງິນຕາຕ່າງປະເທດຢູ່ລາວ ໄດ້ຮັບການຄຸ້ມຄອງສອດຄ່ອງກັບເງື່ອນໄຂເສດຖະກິດໃນປັດຈຸບັນຫຼາຍຂຶ້ນ.

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະມາຊິກສະພາແຫ່ງຊາດຊຸດທີ IX ໃນວັນທີ 28 ມິຖນາ ນີ້ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວວ່າ: ໃນໄລຍະຜ່ານມາການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ຍັງປະເຊີນກັບຫຼາຍສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ ໂດຍສະເພາະໃນໄລຍະທີ່ແຫຼ່ງລາຍຮັບເປັນເງິນຕາຕ່າງປະເທດຂອງ ສປປ ລາວ ຫຼຸດລົງຫຼາຍ ບໍ່ສົມດຸນກັບລະດັບຄວາມຕ້ອງການເງິນຕາຕ່າງປະເທດໃນການຊໍາລະໃຫ້ຕ່າງປະເທດ ທີ່ຢູ່ໃນລະດັບສູງຕໍ່ເນື່ອງເປັນຕົ້ນ: ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ, ການຄຸ້ມຄອງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຍັງບໍ່ເປັນລະບົບ ແລະ ບໍ່ທັນມີລັກສະນະຍືນຍົງ ຍັງມີການນໍາໃຊ້ເງິນຕາຕ່າງປະເທດຊະຊາຍໃນສັງຄົມ ໂດຍສະເພາະໃນບາງເຂດເສດຖະກິດພິເສດ, ເຂດການຄ້າຊາຍແດນ, ຍັງມີການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ, ໜີ້ສິນຕໍ່ຕ່າງປະເທດຂອງພາກລັດ, ສະຖາບັນການເງິນ ແລະ ເອກະຊົນອື່ນໆ ມີທ່າອ່ຽງເພີ່ມສູງຂຶ້ນຕໍ່ເນື່ອງ ສ້າງແຮງກົດດັນຕໍ່ຖານະການຊໍາລະກັບຕ່າງປະເທດຂອງຊາດ ໃນເງື່ອນໄຂທີ່ລາຍຮັບເປັນເງິນຕາຕ່າງປະເທດຂອງປະເທດຍິ່ງຈໍາກັດ ສ້າງຄວາມກົດດັນຕໍ່ຄ່າເງິນກີບ ແລະ ສົ່ງຜົນຕໍ່ຄວາມຍືນຍົງດ້ານເສດຖະກິດມະຫາພາກຂອງປະເທດ.

ຈາກສະພາບດັ່ງກ່າວເຫັນວ່າກົດໝາຍສະບັບປັດຈຸບັນຍັງບໍ່ທັນສາມາດເຮັດໜ້າທີ່ໃນການສ້າງຄວາມເຂັ້ມແຂງໃຫ້ການຊໍາລະກັບຕ່າງປະເທດ, ຖານະຄັງສໍາຮອງເງິນຕາຕ່າງປະເທດ ແລະ ການດໍາເນີນນະໂຍບາຍອັດຕາແລກປ່ຽນກໍຄືການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ບັນລຸໄດ້ດັ່ງຄາດໝາຍທີ່ໄດ້ວາງໄວ້ ຊຶ່ງສາເຫດຕົ້ນຕໍຍ້ອນ: ເນື້ອໃນຂອງກົດໝາຍສະບັບປັດຈຸບັນບໍ່ທັນຮັດກຸມ ໂດຍສະເພາະການແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການ, ສູນກາງທ້ອງຖິ່ນໃນການຄຸ້ມຄອງເງິນຕາຕ່າງປະເທດ, ການກຳນົດມາດຕະການທາງດ້ານບໍລິຫານ ບໍ່ທັນຮັດກຸມຄົບຖ້ວນ, ການຜັນຂະຫຍາຍນິຕິກຳລຸ່ມກົດໝາຍບໍ່ທັນພຽງພໍ, ບໍ່ທັນສະພາບ; ພ້ອມນີ້, ດ້ານໂຄງສ້າງ ແລະ ເນື້ອໃນຂອງບາງນິຕິກໍາລຸ່ມກົດໝາຍ ຍັງບໍ່ກົມກຽວ ແລະ ຍາກໃນການຈັດຕັ້ງປະຕິບັດ ເມື່ອສົມທຽບກັບກົດໝາຍຫຼັກ; ຄວາມອາດສາມາດໃນການຄຸ້ມຄອງຕົວຈິງຂອງທະນາຄານແຫ່ງ ສປປ ລາວ ຍັງບໍ່ທັນສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ແລະ ສະພາບທີ່ເກີດຂຶ້ນຕົວຈິງໃນສັງຄົມ; ເຄື່ອງມື ແລະ ກົນໄກໃນການຄຸ້ມຄອງ, ຕິດຕາມກະແສເງິນໄຫຼເຂົ້າ-ອອກທີ່ເປັນເງິນຕາຕ່າງປະເທດຍັງຈໍາກັດ ບໍ່ທັນສະພາບ, ຄວາມເອົາໃຈໃສ່ຂອງຂະແໜງການກ່ຽວຂ້ອງໃນການຄຸ້ມຄອງເງິນຕາຕ່າງປະເທດ ກໍຄືການຈັດຕັ້ງປະຕິບັດນິຕິກໍາການຄຸ້ມຄອງເງິນຕາຕ່າງປະເທດ ຍັງບໍ່ທັນເຂັ້ມງວດ, ພື້ນຖານການຜະລິດພາຍໃນປະເທດຍັງອ່ອນນ້ອຍ ຍັງເພິ່ງພາອາໄສການນຳເຂົ້າເປັນສ່ວນໃຫຍ່ ແລະ ຄ່ານິຍົມໃນການນໍາໃຊ້ສິນຄ້າພາຍໃນຍັງມີໜ້ອຍ; ຄວາມຕ້ອງການໃນການຊໍາລະກັບຕ່າງປະເທດມີສູງກວ່າແຫຼ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດມາຢ່າງຕໍ່ເນື່ອງ ແລະ ຍາວນານ; ຄ່ານິຍົມ ແລະ ຄວາມຕ້ອງການຖືຄອງເງິນຕາຕ່າງປະເທດຍັງຢູ່ໃນລະດັບສູງ.

ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບປັບປຸງ ປະກອບດ້ວຍ IX ພາກ, 8 ໝວດ, 62 ມາດຕາ, ຈາກສະບັບປັດຈຸບັນທີ່ປະກອບມີ IX ພາກ, 8 ໝວດ ແລະ 54 ມາດຕາ ໃນນີ້, ໄດ້ປັບປຸງເນື້ອໃນ 32 ມາດຕາ, ເພີ່ມເຂົ້າໃໝ່ 24 ມາດຕາ, ໄດ້ຕັດເນື້ອໃນ 12 ມາດຕາ ແລະ ຍ້າຍເນື້ອໃນຂອງບາງມາດຕາ ສັບຊ້ອນເຂົ້າໃນເນື້ອໃນຂອງມາດຕາອື່ນ ແລະ ຍັງຮັກສາເນື້ອໃນເກົ່າ 6 ມາດຕາ.

ຈຸດປະສົງຂອງການປັບປຸງກົດໝາຍໃນຄັ້ງນີ້, ເພື່ອເປັນເຄື່ອງມືໃນການຄຸ້ມຄອງເງິນຕາຕ່າງປະເທດຢູ່ ສປປ ລາວ ໃຫ້ມີປະສິດທິຜົນຫຼາຍຂຶ້ນໃນເງື່ອນໄຂທີ່ຮູບແບບການເຊື່ອມໂຍງດ້ານເສດຖະກິດ-ການເງິນລະຫວ່າງປະເທດ ນັບມື້ນັບຫຼາກຫຼາຍ ແລະ ສະຫຼັບສັບຊ້ອນ; ໃຫ້ສາມາດຄຸ້ມຄອງເງິນຕາຕ່າງປະເທດໄດ້ລວມສູນ ເຂົ້າສູ່ລະບົບຫຼາຍຂຶ້ນ, ສ້າງປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ໃຫ້ແກ່ປະຊາຊົນ; ຫຼຸດຜ່ອນການນຳໃຊ້ເງິນຕາຕ່າງປະເທດຊະຊາຍ ແລະ ຫຼາຍສະກຸນເງິນຕາໃນສັງຄົມ; ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ລະບົບສະຖາບັນການເງິນຂອງ ສປປ ລາວ ແລະ ປະກອບສ່ວນຊ່ວຍສ້າງຄວາມເຂັ້ມແຂງດ້ານຖານະການຊໍາລະກັບຕ່າງປະເທດໃຫ້ແກ່ປະເທດ.

ຂ່າວ: ພູວັນ, ຮູບ: ສໍານານ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here