ກອງປະຊຸມທາບທາມ ເພື່ອສ້າງແຜນກໍານົດພະນັກງານນຳພາ – ຄຸ້ມຄອງ ຂັ້ນສູນກາງຄຸ້ມ ຄອງ ຂອງກະຊວງການຕ່າງປະເທດ ໄດ້ເປີດຂຶ້ນໃນວັນທີ 28 ມິຖຸນາ ນີ້ ທີ່ກະຊວງການຕ່າງປະເທດ ໂດຍການເປັນປະທານຮ່ວມ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງ ພັກ ເລຂາຄະນະບໍລິຫານງານພັກກະຊວງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ທ່ານ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ, ໂດຍມີຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະໜ່ວຍພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ແລະ ໄດ້ ເນັ້ນໜັກເຖິງຄວາມໝາຍ, ຄວາມສໍາຄັນ ແລະ ຈຸດປະສົງຂອງວຽກງານສ້າງແຜນກຳນົດພະນັກງານ ນຳພາ-ຄຸ້ມຄອງ ຊຶ່ງເປັນວຽກງານໜຶ່ງທີ່ສໍາຄັນ ເປັນພື້ນຖານຂອງວຽກງານພະນັກງານ ເພື່ອຕອບ ສະໜອງໜ້າທີ່ການເມືອງ ຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ, ເປັນການຫັນຍຸດທະ ສາດກ່ຽວກັບວຽກງານພະນັກງານໃຫ້ເປັນອັນລະອຽດ ເພື່ອສ້າງພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງ-ບຳລຸງ, ຄາດຄະເນສັບຊ້ອນ ແລະ ຈັດວາງ ພະນັກງານຢ່າງສົມເຫດສົມຜົນ. ນອກນັ້ນ, ການສ້າງ ແຜນກໍານົດພະນັກງານ ແມ່ນການຄາດຄະເນເປົ້າໝາຍພະນັກງານ ທີ່ຈະຈັດວາງເຂົ້າໃນຕຳແໜ່ງ ນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, ແນໃສ່ຮັບປະກັນລັກສະນະສືບທອດ ປ່ຽນແທນ ຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ.

ພ້ອມດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ແນະນໍາໃຫ້ຜູ້ເຂົ້າຮ່ວມຕ້ອງໄດ້ຄົ້ນຄວ້າຢ່າງ ເລິກເຊິ່ງຕໍ່ກັບເປົ້າໝາຍເລືອກເຟັ້ນທີ່ຈະກຳນົດເຂົ້າໃສ່ແຕ່ລະຕຳແໜ່ງ, ຕ້ອງຄັດເລືອກໃຫ້ໄດ້ບຸກຄົນທີ່ ພົ້ນເດັ່ນ ທີ່ພຽບພ້ອມໄປດ້ວຍຄວາມຮູ້, ຄວາມສາມາດ, ຄຸນສົມບັດ ສິນທຳປະຕິວັດ, ຮູ້ຜັນຂະຫຍາຍ ແນວທາງນະໂຍບາຍ ແລະ ນິຕິກຳຕ່າງໆຂອງພັກ-ລັດ ເຂົ້າໃນການນໍາພາປະຕິບັດໜ້າທີ່ວຽກງານ, ມີພາວະຄວາມເປັນຜູ້ນຳ, ໂດຍສະເພາະແມ່ນການນຳພາພະນັກງານ-ລັດຖະກອນ ແລະ ມະຫາຊົນ ເຄື່ອນໄຫວວຽກງານຕ່າງໆທີ່ການຈັດຕັ້ງມອບໝາຍໃຫ້ ມີຄວາມສະດຸ້ງໄວຕໍ່ບັນຫາຕ່າງໆ, ແກ້ໄຂ ບັນຫາຕ່າງໆຢ່າງມີປະສິດທິຜົນ, ມີຄວາມດຸໝັ່ນ, ພາກພຽນ, ປະຢັດ, ສັດຊື່, ປອດໃສ, ບໍ່ຫຼິ້ນກິນຟຸ່ມ ເຟືອຍ, ບໍ່ສໍ້ລາດບັງຫຼວງ, ມີທັດສະນະມະຫາຊົນ ແລະ ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກ ຄີ, ເຮັດວຽກມີແບບແຜນ, ມີໂຄງການ, ມີການຊຸກຍູ້ຕິດຕາມ, ກວດກາ, ສະຫຼຸບຕີລາຄາ, ຖອດຖອນ ບົດຮຽນ ແລະ ໃກ້ຊິດຕິດແທດກັບມະຫາຊົນຢ່າງແທ້ຈິງ.

ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາ ເພື່ອໃຫ້ເລືອກໄດ້ບຸກຄົນ ຄືແນວນັ້ນ, ຕ້ອງຫຼີກລ່ຽງແນວຄິດອິດສາບັງບຽດ, ກຸ່ມກ້ອນ, ແນວຄິດພັກພວກ, ເພື່ອນສະໜິດມິດ ສະຫາຍ ເພື່ອສ້າງເຄືອຂ່າຍ ແລະ ຜົນປະໂຫຍດໃດໜຶ່ງແກ່ຕົນເອງ. ຕ້ອງກ້າສົ່ງເສີມບຸກຄົນທີ່ດີເດັ່ນ ແລະ ມີມາດຖານເງື່ອນໄຂຄົບຖ້ວນ ເຂົ້າໃນຕໍາແໜ່ງນໍາພາ – ຄຸ້ມຄອງ. ການສ້າງແຜນກຳນົດພະ ນັກງານ ຕ້ອງຮັບປະກັນລັກສະນະເປີດກວ້າງ, ມີຄວາມໂປ່ງໃສ, ພາວະວິໄສ, ຮອບດ້ານ, ຍຸຕິທຳ, ຕ້ອງຮັບປະກັນໂຄງປະກອບເພດ, ເຜົ່າ, ລັກສະນະສົມສ່ວນ ລະຫວ່າງ ພະນັກງານຮຸ່ນອາວຸໂສ, ຮຸ່ນ ກາງ, ຮຸ່ນໜຸ່ມ. ໃນນັ້ນ, ພະນັກງານຮຸ່ນໜຸ່ມໃຫ້ກວມອັດຕາສ່ວນຫຼາຍກວ່າ ເພື່ອຮັບປະກັນລັກສະນະ ສືບທອດຕໍ່ເນື່ອງ.

ຂ່າວ-ພາບ: ໜັງສືພິມປະຊາຊົນ

#Medialaos MMD (ແຫຼ່ງຂໍ່ມູນຈາກ: ກະຊວງການຕ່າງປະເທດ )

LEAVE A REPLY

Please enter your comment!
Please enter your name here