ກະດູກທັບເສັ້ນປະສາດ ແມ່ນຈະມີອາການເຈັບ ປວດ ຕາມເສັ້ນປະສາດທີ່ຖືກກົດທັບ ຮູ້ສຶກປວດຫຼັງ ຂາ ຫຼື ແຂນ ອາດຈະແຕກຕ່າງກັນໄປໃນແຕ່ລະຄົນ ຂື້ນຢູ່ກັບວ່າກະດູກທັບເສັ້ນປະສາດເສັ້ນໃດ?

ຄົນເຈັບສ່ວນຫຼາຍ ປີ່ນປົວດ້ວຍການນອນພັກ ກິນຢາ ກາຍຍະພາບບຳບັດ ແລະ ຄົນເຈັບສ່ວນໜ້ອຍ ປີ່ນປົວດ້ວຍການຜ່າຕັດໝອນຮອງກະດູກທັບເສັ້ນປະສາດ ຖ້າຫາກໄດ້ຮັບການປີ່ນປົວແຕ່ທຳອິດ ກໍ່ຈະສາມາດຫາຍດີໄດ້ ແລະ ກັບມາມາໃຊ້ຊີວິດປະຈຳວັນໄດ້ຕາມປົກກະຕິ ຖ້າທ່ານບໍ່ແນ່ໃນວ່າເປັນກະດູກທັບເສັ້ນປະສາດ ຫຼື ບໍ່? ຄວນກວດເບີ່ງອາການເບື້ອງຕົ້ນດັ່ງນີ້:

  1. ນອນຫງາຍ.
  2. ຍົກຂາຂື້ນຂ້າງໜື່ງ ຫົວເຂົ່າຢຽດກົງ ເຮັດເປັນມູມຕັ້ງສາກກັບພື້ນ ຖ້າມີອາການກະດູກທັບເສັ້ນປະສາດຈະຮູ້ສຶກເຈັບ ປວດ ຂາຈະຕືງ.
  3. ຖ້າກະດູກປາຍຕີນ ມາທາງໜ້າຈະຮູ້ສຶກເຈັບ ແລະ ປວດຫຼາຍຂື້ນ.

ນອກຈາກນີ້ຍັງມີອາການເຈັບ ປວດ ມືນຊາ ຂາເບື້ອງໃດເບື້ອງໜື່ງ ແລະ ມີອາການຂາອ່ອນ ຖ້າສັງເກດເຫັນຄວາມຜິດປົກກະຕິເຫຼົ່ານີ້ ຕ້ອງຟ້າວໄປພົບແພດດ່ວນເພື່ອປີ່ນປົວໃຫ້ທັນເວລາ.

LEAVE A REPLY

Please enter your comment!
Please enter your name here