ຄຸນປະໂຫຍດຂອງການດື່ມນໍ້າຊາ

0
272

ຫຼາຍຄົນມັກດື່ມນໍ້າຊາ ເພາະວ່າມັກລົດຊາດ ແຕ່ຍັງບໍ່ທັນຮູ້ວ່າການດື່ມນໍ້າຊາ ເປັນປະຈຳນັ້ນມີປະໂຫຍດແນວໃດ? ມື້ນີ້ເຮົານຳເອົາຄຸນປະໂຫຍດຂອງຊາມາຝາກ ປະຈຸບັນເຄື່ອງດື່ມທີ່ມີຄວາມນິຍົມຫຼາຍເຫັນວ່າແມ່ນ “ກາເຟ” ແລະ “ຊາ” ເພາະວ່າເຄື່ອງດື່ມເຫຼົ່ານີ້ມີລົດຊາດແຊບຖືກປາກ ແລະ ມີກິ່ນຫອມທີ່ເປັນເອກະລັກແຕກຕ່າງກັນໄປຕາມແຕ່ລະຊະນິດ ດັ່ງນັ້ນຈຶ່ງເຮັດໃຫ້ຫຼາຍຄົນເລືອກດື່ມເຄື່ອງດື່ມເຫຼົ່ານີ້ເປັນປະຈຳໃນເວລາກາງເວັນ.

ແຕ່ທ່ານຮູ້ບໍ່ວ່າການດື່ມນໍ້າຊາ ເປັນປະຈໍານັ້ນບໍ່ພຽງແຕ່ທ່ານຈະຮູ້ສຶກສົດຊື່ນຈາກລົດຊາດ ແລະ ກິ່ນຫອມຂອງ “ຊາ” ເທົ່ານັ້ນ ທ່ານຍັງຈະໄດ້ຮັບປະໂຫຍດຫຼາຍຢ່າງອີກດ້ວຍຈາກການດື່ມນໍ້າຊາເປັນປະຈຳ ໂດຍທີ່ທ່ານບໍ່ຮູ້ຕົວ ເຖີງແນວໃດກໍ່ຕາມຄຸນປະໂຫຍດຂອງການດື່ມນໍ້າຊາ ເປັນປະຈຳທີ່ພວກເຮົາມາເຕົ້າໂຮມກັນໃນມື້ນີ້ຈະເປັນຜົນປະໂຫຍດຂອງການດື່ມນໍ້າຊາ ດ້ວຍວິທີການຊົງຊາ ພຽງແຕ່ໃຊ້ໃບຊາແຫ້ງ ແລະ ນໍ້າຮ້ອນເທົ່ານັ້ນ.

ຫຼາຍທ່ານອາດຈະຍັງບໍ່ຮູ້ ການດື່ມນໍ້າຊາ ເປັນປະຈຳສາມາດຊ່ວຍປ້ອງກັນພະຍາດເບົາຫວານ ການດື່ມນໍ້າຊາຫຼາຍກ່ວາສາມຈອກຕໍ່ມື້ ແລະ ຍັງສາມາດຫຼຸດຜ່ອນຄວາມສ່ຽງການເປັນພະຍາດເບົາຫວານ.

ທ່ານອາດເຄີຍໄດ້ຍິນ ກ່ຽວກັບການດື່ມນໍ້າຊາ ນັ້ນສາມາດຊ່ວຍປ້ອງກັນມະເຮັງໄດ້ ຍ້ອນວ່າຊາແມ່ນພືດທີ່ມີສານຕ້ານອະນຸມູນອິດສະຫຼະ ບໍ່ວ່າຈະເປັນຊາຂຽວ ເຊິ່ງຖ້າທ່ານຕ້ອງການຜົນປະໂຫຍດຫຼາຍຈາກການດື່ມຊາຂາວ ທ່ານກໍ່ສາມາດເຮັດເອງໄດ້ງ່າຍ ພຽງແຕ່ເອົາໝາກນາວໃສ່ລົງໄປໃນຊາ ແລະ ໄດ້ຖືກຢືນຢັນໂດຍມີຫຼັກຖານຈາກການຄົ້ນຄວ້າໃນຫ້ອງທົດລອງແລ້ວວ່າຊາສາມາດຢຸດການຈະເລີນເຕີບໂຕຂອງເນື້ອງອກໄດ້ຫຼາຍຊະນິດ ຊື່ງໜື່ງໃນນັ້ນແມ່ນເນື້ອງອກຄ້າຍຄືຈຸລັງມະເຮັງນັ້ນເອງ.

LEAVE A REPLY

Please enter your comment!
Please enter your name here