ການກຽມຕົວແລ່ນ ບໍ່ພຽງແຕ່ຕ້ອງກະກຽມຮ່າງກາຍ ແລະ ການຝຶກຊ້ອມເປັນປະຈຳເທົ່ານັ້ນ ອາຫານການກິນກໍ່ເປັນເລື່ອງທີ່ສຳຄັນເທົ່າທຽມກັນ ສຳລັບນັກແລ່ນ ນັກກິລາ ຫຼື ນັກອອກກຳລັງກາຍເປັນປະຈຳ ຕ້ອງເອົາໃຈໃສ່ວາງແຜນ ການກິນອາຫານຂອງທ່ານໃຫ້ຖືກຕ້ອງ ແລະ ເໝາະສົມ ສາມາດຊ່ວຍເຮັດໃຫ້ການແລ່ນ ແລະ ການອອກກຳລັງກາຍໄດ້ຢ່າງເຕັມປະສິດທິພາບ ຊ່ວຍຟື້ນຟູຮ່າງກາຍຫຼຸດຈາກອາການບາດເຈັບ ແລະ ຫຼຸດການເກີດອັນຕະລາຍໃນລະຫວ່າງແຂ່ງຂັນ ນອກຈາກນີ້ຍັງເປັນການຊ່ວຍໃຫ້ສະພາບຮ່າງກາຍໃຫ້ສົມບູນ ແຂງແຮງ ສຳລັບກິດຈະກຳຕ່າງໆ ໄດ້ຕໍ່ໄປ.

ຢາກແລ່ນໄດ້ດີຕ້ອງກິນແນວໃດ?

ວາງແຜນການກິນອາຫານສຳລັບອອກໄປແລ່ນ ຫຼື ເຂົ້າຮ່ວມການແຂ່ງຂັນປະກອບມີ: ການແຂ່ງຂັນກ່ອນການແລ່ນ ແລະ ຫຼັງການແລ່ນ ເຊິ່ງໃນແຕ່ລະໄລຍະມີປະໂຫຍດທັງໝົດ ແລະ ມີຄວາມສຳຄັນແຕກຕ່າງກັນ.

ກ່ອນຈະແລ່ນກິນອາຫານທີ່ດີ ແລະ ກຽມຕົວໃຫ້ພ້ອມ

ຄົນທີ່ອອກກຳລັງກາຍເປັນປະຈຳ ນັກແລ່ນມີຕາຕະລາງການຝຶກ ແລະ ຊ້ອມແລ່ນເປັນປົກກະຕິ ຈຳເປັນຕ້ອງມີການເອົາໃຈໃສ່ດ້ານໂພຊະນາການ ໂດຍການເລືອກອາຫານທີ່ໃຫ້ສານອາຫານຄົບຖ້ວນ ສົມສ່ວນສົມບູນຕາມຫຼັກການອາຫານຄົບ 5 ໝູ່.

  1. ກິນເຂົ້າກ້ອງ ແລະ ທັນຍາພືດຕ່າງໆ.
  2. ກິນຜັກ ແລະ ໝາກໄມ້ເປັນປະຈຳ.
  3. ກິນປາ ແລະ ຊີ້ນສັດທີ່ບໍ່ມີໄຂມັນເປັນຕົ້ນແມ່ນ ໄຂ່ ຖົ່ວແຫ້ງຕ່າງໆ.
  4. ດື່ມນົມ ຫຼື ນໍ້າເປັນປະຈຳ.
  5. ຫຼຸດອາຫານເຜັດ, ລົດຫວານ, ມັນ ແລະ ເຄັມ.
  6. ຫຼີກເວັ້ນຈາກການດື່ມສີ່ງມືນເມົາ.
  7. ຫຼີກລ້ຽງອາຫານສຳເລັດຮູບ ແລະ ອາຫານທີ່ມີສານເຄມີປະປົນ.

ນອກຈາກນັ້ນຄວນກຳນົດປະລິມານອາຫານໃຫ້ເໝາະສົມ ພຽງພໍທີ່ຈະຕອບສະໜອງກັບຄວາມຕ້ອງການຂອງຮ່າງ ກາຍເພື່ອໃຊ້ເປັນພະລັງງານໃນການອອກກຳລັງກາຍ ແລະ ແລ່ນ ສຳລັບນັກແລ່ນທີ່ຝຶກຊ້ອມໜັກ ຄວນເພີ່ມປະລິ ມານອາຫານໃນອັດຕາສ່ວນທີ່ເໝາະສົມ.

ດື່ມນໍ້າໃຫ້ພຽງພໍມີຄວາມສຳຄັນເທົ່າທຽມກັນ.

ການຊົດເຊີຍ ສຳລັບການສູນເສຍນໍ້າຈາກການອອກກຳລັງກາຍ ແລະ ການຝຶກຊ້ອມຈາກການແລ່ນ ແມ່ນມີຄວາມ ສຳຄັນຫຼາຍ ເພາະການດື່ມນໍ້າໃຫ້ພຽງພໍໃນການແລ່ນ ຈະຊ່ວຍຄວບຄຸມລະດັບການເຕັ້ນຂອງຫົວໃຈ ການໄຫຼວຽນຂອງເລືອດໃຫ້ດີຂື້ນ ແລະ ຊ່ວຍຫຼຸດອຸນຫະພູມໃນຮ່າງກາຍ ດັ່ງນັ້ນຈຶ່ງເຮັດໃຫ້ການແລ່ນດີຂື້ນ ແນະນຳໃຫ້ດື່ມນໍ້າ ຢ່າງໜ້ອຍ 2 ລິດຕໍ່ມື້ (ສຳລັບຄົນທີ່ມີນໍ້າໜັກ 60 ກິໂລ).

ຄວນກິນຫຍັງຫຼັງຈາກການແລ່ນ?

ຫຼັງຈາກແລ່ນແລ້ວກໍ່ຈະກິນຕາມໃຈປາກ ກິນໄດ້ໝົດທຸກຢ່າງ ແຕ່ຕ້ອງຮັກສາ ແລະ ເລືອກກິນອາຫານຢ່າງລະມັດ ລະວັງ ເພື່ອໃຫ້ຮ່າງກາຍຟື້ນຟູສະມັດຕະພາບ ຊົດເຊີຍພະລັງງານທີ່ເສຍໄປ ແລະ ຍັງຊ່ວຍໃນການສ້ອມແປງສ່ວນທີ່ເສຍຂອງຮ່າງກາຍ.

ເມື່ອຮູ້ສຶກເມື່ອຍ ໃຫ້ກິນອາຫານທີ່ມີພະລັງງານ ແລະ ຂອງຫວານສູງ ເຊັ່ນ: ໝາກໄມ້ແຫ້ງ, ນໍ້າໝາກໄມ້, ເຄື່ອງດື່ມ, ເຂົ້າໜົມປັງ, ມັນ, ເຜືອກ ຫຼື ທັນຍາພືດຕ່າງໆ ເພື່ອຊ່ວຍທົດແທນພະລັງງານທີ່ເສຍໄປຈາກການແລ່ນ ແລະ ຊ່ວຍຫຼຸດອາການເມື່ອຍລ້າຈາກການຫຼຸດລະດັບນໍ້າຕານໃນເລືອດ.

ເພີ່ມໂປຣຕີນຄູ່ກັບຄາໂບໄຮເດຣດ ໃນອັດຕາສ່ວນຂອງຄາໂບໄຮເດຣດ 3-4 ຕໍ່ກັບໂປຣຕີນ 1 ສ່ວນ ໂດຍຈັບຄູ່ອາຫານເຊັ່ນ: ໝາກໄມ້ແຫ້ງ, ນົມສົດ 1 ແກ້ວ, ກ້ວຍ ກັບໂຢເກີດ, ນົມລົດຫວານ ຫຼື ເຂົ້າໜຽວກັບຊີ້ນໝູປີ້ງກໍ່ໄດ້. 

ບໍ່ຄວນອົດອາຫານຫຼັງຈາກການແລ່ນ ແລະ ອອກກຳລັງກາຍ ເພາະນອກຈາກບໍ່ເຮັດໃຫ້ຈ່ອຍແລ້ວ ຍັງເພີ່ມຄວາມສ່ຽງຂອງການບາດເຈັບສະສົມ ແລະ ເຮັດໃຫ້ຮ່າງກາຍຟື້ນຕົວຊ້າກ່ວາປົກກະຕິ.

ຫຼັງຈາກແລ່ນ ແລະ ອອກກຳລັງກາຍ ເວລາທີ່ດີທີ່ສຸດໃນການກິນອາຫານແມ່ນ 30-60 ນາທີ ຖ້າທ່ານຍັງບໍ່ຫິວ ຫຼື ບໍ່ມີເວລາ ຄວນກິນອາຫານຫວ່າງທີ່ມີປະໂຫຍດມື້ລະໜ້ອຍ ເພື່ອໃຫ້ຮ່າງກາຍໄດ້ຮັບພະລັງງານ ແລະ ສານອາຫານທີ່ ເໝາະສົມ.

ຊົດເຊີຍການສູນເສຍນໍ້າ ໂດຍການດື່ມນໍ້າໃຫ້ພຽງພໍ ສຳລັບຜູ້ທີ່ອອກກຳລັງກາຍໜັກ ນັກແລ່ນໄລຍະໄກ ຫຼື ຄົນທີ່ອອກກຳລັງກາຍ ຫຼື ແລ່ນໃນສະພາບອາກາດທີ່ຮ້ອນຫຼາຍ ການດື່ມເຄື່ອງດື່ມທີ່ມີເກືອແຮ່ (Energy drink) ແມ່ນອີກທາງເລືອກໜຶ່ງທີ່ຊ່ວຍທົດແທນການສູນເສຍນໍ້າ ແລະ ແຮ່ທາດໄດ້.

ເລືອກອາຫານທີ່ຖືກຫຼັກໂພຊະນາການຄົບໝູ່ອາຫານ ເນັ້ນໃສ່ອາຫານທີ່ມີແຮ່ທາດ ແລະ ວິຕາມິນຕາມຄວາມຕ້ອງ ການຂອງແຕ່ລະຄົນ.

ການອອກໄປແລ່ນບໍ່ແມ່ນເລື່ອງຍາກ ແຕ່ຕ້ອງແລ່ນດ້ວຍຄວາມເຂົ້າໃຈ ເລືອກກິນອາຫານໃຫ້ເປັນປະໂຫຍດ ດັ່ງນັ້ນການແລ່ນໃຫ້ສຸຂະພາບດີ ແລ່ນໃຫ້ໄດ້ເຕັມປະສິດທິພາບ ແລະ ແລ່ນເຂົ້າສູ່ຊີວິດໃໝ່ທີ່ມີສຸຂະພາບແຂງແຮງ.

LEAVE A REPLY

Please enter your comment!
Please enter your name here