ຕາມ​ຂ່າວ​ຈາກ​ ກົວ​ລາ​ລຳ​ເປີ, ວັນ​ທີ26​ມິຖຸນາ​ນີ້, ມາ​ເລ​ເຊຍ ກຽມ​ໃຊ້​ ງົບປະມານ​ ກ້ອນ​ໃຫຍ່​ທີ່​ສຸດ ​ໃນ​ປະຫວັດສາດ ​ໃນ​ປີ​ນີ້ 7,73 ຕື້​ຣິງກິດ ທັງ​​ເງິນ ​ອຸດ​ໜູນ ​ແລະ​ ເງິນສົດ ​ເພື່ອ​ຊ່ວຍ ​ຫລຸດຜ່ອນ ​ຜົນ​ກະທົບ​ ຈາກ​ສິນຄ້າ ​ຂຶ້ນ​ລາຄາ ​ແລະ ຊ່ວຍ​ປະຊາຊົນ ຮັບ​ມື​ກັບ​ ໄພ​ເງິນ​ເຟີ້ ຫລັງ​ຈາກ ​ເງິນ​ເຟີ້ ປະຈຳ​ເດືອນ​ ພຶດສະພາ ​ເພີ່ມ​ຂຶ້ນ 5,2% ​ເມື່ອ​ທຽບ​ໃສ່​ ປີ​ກາຍ.ຂະນະ​ທີ່ ລັດຖະບານ ມາ​ເລ​ເຊຍ ​ພວມ​ກະກຽມ ​ງົບປະມານ 5,1 ຕື້​ຣິງກິດ ​ເພື່ອ​ໜູນ​ຊ່ວຍ ​ຜູ້​ບໍລິ​ໂພ​ກ​ ເຊັ່ນ: ພະລັງງານ, ​ໄຟຟ້າ ​ແລະ ສະບຽງ​ ອາຫານ,​ໂດຍ​ຖື​ວ່າ​ ລາຄາ​ ສິນຄ້າ​ ຍັງ​ຄົງ​ຢູ່ ໃນ​ລະດັບ​ ປະຈຸ​ບັນ.ພ້ອມ​​ທີ່​ຈະ​ ໃຫ້ການ​ ຊ່ວຍ​ເຫລືອ ​ໃນ​ຮູບ​ແບບ ​ເງິນ​ສົດ 1,17 ຕື້​ຣິງ​ກິດການອຸດ​ໜູນ ​ອື່ນໆ​ອີກ 1,46 ຕື້ຣິງກິດ.ສຳລັບ​ ທ້າຍເດືອນ​ ມິຖຸນາ​ນີ້ ຈະ​ໃຊ້​ເງິນ400 ລ້ານຣິງກິດ ຊ່ວຍ​ຄອບຄົວ ຮັບ​ມື ​ຄ່າ​ອາຫານ ​ແລະ ຄ່າ​ຄອງ​ຊີບ​ ​ເພີ່ມ​ສູງ​ຂຶ້ນ ຢ່າງ​ຕໍ່​ເນື່ອງ./.

(ພາກ​ຂ່າວ: ຕ່າງປະ​ເທດ)

LEAVE A REPLY

Please enter your comment!
Please enter your name here