ຈີ 7 ປະກາດຈຳກັດການສົ່ງອອກຄຳຈາກຣັດເຊຍ

0
252

ຕາມ​ຂ່າວ​ຈາກ dailynews ວັນ​ທີ 27​ ມິຖຸນາ​ນີ້ ກອງ​ປະຊຸມ​ກຸ່ມ​ປະ​ເທດ​ມະຫາ​ອຳນາດດ້ານ​ອຸດສາຫະກຳ​ຂອງ​ໂລກ (ຈີ 7) ປະກາດ​ ຈຳກັດ​ ການ​ສົ່ງ​ອອກ​ຄຳ ຈາກຣັດ​ເຊຍ ​ແລະ ການ​ຮ່ວມ​ ລະດົມ​ທຶນ ​ໃນ​ພາກ​ພື້ນ​ພວມ​ພັດທະນາ ​ຫລັງ​ຈາກປະ​ເທດ​ສະມາຊິກ​ ປະກອບ​ດ້ວຍ ສ.ອາ​ເມ​ລິ​ກາ, ອັງກິດ, ​ເຢຍລະ​ມັນ, ຝຣັ່ງ, ອີ​ຕາ​ລີ, ກາ​ນາ​ດາ ​ແລະ ຍີ່ປຸ່ນ ​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ກັນ​ ໃນ​ກອງ​ປະຊຸມ​ຄັ້ງນີ້.​ ໃນ​ໄລຍະ​ຊຸມ​ປີຜ່ານມາ ຄຳກາຍ​ເປັນ​ສິນຄ້າ​ສົ່ງ​ອອກ​ສຳຄັນ ອັນ​ດັບ 2 ຂອງຣັດ​ເຊຍ ຮອງ​ຈາກ​ນ້ຳມັນ​ເຊື້ອ​ໄຟ ​ໂດຍຣັດ​ເຊຍ ກວມ​ເອົາ ​ອັດຕາ​ສ່ວນ​ ເກືອບ 5% ຂອງ​ຕະຫລາດ ຄຳ​ໂລກ ຄິດ​ເປັນ​ ມູນ​ຄ່າ​ ເກືອບ19​ ຕື້ໂດ​ລາ ​ສະຫະລັດ ​ເມື່ອ​ປີ 2020 ​ແຕ່ຫລຸດ​ລົງ​ມາ​ ຢູ່​ທີ່​ປະມານ 15,5 ຕື້​ໂດ​ລາ ​ສະຫະລັດ ​ເມື່ອ​ທຽບ​ໃສ່ ​ປີ​ກາຍ. ຂະນະ​ທີ່ 90% ຂອງ​ຄຳ ທີ່​ສົ່ງ​ອອກຈາກຣັດ​ເຊຍ ​ມີ​ປະ​ເທດ ​ກຸ່ມ​ຈີ 7 ​ເປັນ​ລູກ​ຄ້າ​ ໃຫຍ່​ທີ່​ສຸດ ​ໂດຍ​ສະ​ເພາະ ​ອັງກິດ, ສ່ວນ​ ສ.ອາ​ເມ​ລິ​ກາ ຊື້​ຄຳ​ຈາກຣັດ​ເຊຍ ຄິດ​ເປັນ​ມູນ​ຄ່າ ​ບໍ່​ເຖິງ 1 ລ້ານ​ໂດ​ລາ ​ສະຫະລັດ ​ເມື່ອ 2ປີຜ່ານມາ./.(ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

LEAVE A REPLY

Please enter your comment!
Please enter your name here