ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາ ທີ່ຕິດພັນກັບວຽກຈຸດສຸມທີ 4 ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສະເພາະໃນສະພາບທີ່ຫຍຸ້ງຍາກໃນປັດຈຸບັນ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ວາງບາງມາດຕະການ ໃນການປັບປຸງກົນໄກໃນການຄຸ້ມຄອງ ແລະ ສະໜອງເງິນຕາຕ່າງປະເທດຂອງລະບົບທະນາຄານ ໃຫ້ແກ່ການນຳເຂົ້າສິນຄ້າບຸລິມະສິດໂດຍສະເພາະ ນໍ້າມັນເຊື້ອໄຟ ໃຫ້ພຽງພໍກັບຄວາມຈຳເປັນພື້ນຖານ ສຳລັບການດຳລົງຊີວິດຂອງປະຊາຊົນ ແລະ ລະດັບການພັດທະນາພື້ນຖານເສດຖະກິດຂອງປະເທດເຮົາ.
ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານຮອງຜູ້ວ່າການ ທຫລ ໄດ້ກ່າວຊີ້ແຈງວ່າ: ໄລຍະ 5 ເດືອນຕົ້ນປີ 2022 ໃນທ່າມກາງສະພາບລາຄານໍ້າມັນເຊື້ອໄຟຢູ່ສາກົນຂຶ້ນສູງຮອດ 65% ທຽບໃສ່ໄລຍະຂອງປີຜ່ານມາ ແລະ ມູນຄ່າການນໍາເຂົ້ານໍ້າມັນເຊື້ອໄຟຂອງປະເທດເຮົາ ກໍໄດ້ເພີ່ມຂຶ້ນ 50% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ໃນນີ້ ມັນໄດ້ສ້າງຜົນກະທົບຕໍ່ຄວາມອາດສາມາດໃນການສະໜອງເງິນຕາຕ່າງປະເທດ ໃຫ້ແກ່ບັນດາບໍລິສັັດນໍາເຂົ້ານໍ້າມັນເຊື້ອໄຟ; ອີກດ້ານໜຶ່ງ, ລະບົບທະນາຄານ ກໍໄດ້ຂາຍເງິນຕາຕ່າງປະເທດໃຫ້ແກ່ມວນຊົນ ຫຼາຍກວ່າການເກັບຊື້ເງິນຕາຕ່າງປະເທດຈາກມວນຊົນມາຢ່າງຕໍ່ເນື່ອງ.
ແຕ່ເຖິງຢ່າງໃດກໍຕາມ, ລະບົບທະນາຄານ ກໍໄດ້ສູ້ຊົນສະໜອງເງິນຕາຕ່າງປະເທດ ໃຫ້ການນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ 59% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຈາກ 104,4 ລ້ານໂດລາ ເປັນ 166 ລ້ານໂດລາ, ສະເລ່ຍ 33 ລ້ານໂດລາຕໍ່ເດືອນ ແລະ ກວມເອົາ 63% ຂອງມູນຄ່າການໂອນຊໍາລະນໍ້າມັນເຊື້ອໄຟ ໃຫ້ແກ່ຕ່າງປະເທດຂອງບັນດາບໍລິສັດນຳເຂົ້ານໍ້າມັນເຊື້ອໄຟທັງໝົດ ຫຼື ກວມ 40% ຂອງມູນຄ່າການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດ ນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ. ສະເພາະນັບແຕ່ວັນທີ 1 ຫາ ວັນທີ 17 ມິຖຸນາ ລະບົບທະນາຄານ ໄດ້ສະໜອງເງິນຕາຕ່າງປະເທດ ໃຫ້ແກ່ການນຳເຂົ້ານໍ້າມັນເຊື້ອໄຟຂອງບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທັງໝົດ 94,36 ລ້ານໂດລາ ຊຶ່ງໄດ້ເພີ່ມຂຶ້ນ 3 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຊຶ່ງໃນນີ້ກໍມີການປະກອບສ່ວນຂອງກະຊວງການເງິນ ຢູ່ປະມານໜຶ່ງສ່ວນສາມ.
ທ່ານຮອງຜູ້ວ່າການ ທຫລ ໄດ້ກ່າວອີກວ່າ: ທຫລ ໄດ້ວາງນະໂຍບາຍ ແລະ ບາງມາດຕະການແກ້ໄຂ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໂດຍສົມທົບກັບບັນດານະໂຍບາຍ ແລະ ມາດຕະການທີ່ໄດ້ປະຕິບັດມາແລ້ວນັ້ນ ຊຶ່ງຈະສືບຕໍ່ນຳໃຊ້ເຄື່ອງມືນະໂຍບາຍເງິນຕາທີ່ເໝາະສົມ, ສົມທົບກັບການປະຕິບັດລະບອບກວດກາກັບທີ່, ກວດກາທາງດ້ານເອກະສານ, ຕໍ່ບັນດາທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານໃຫ້ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນຢ່າງເປັນປົກກະຕິ, ຄຸ້ມຄອງປະລິມານເງິນ ໃຫ້ຢູ່ໃນລະດັບທີ່ແທດເໝາະກັບເງື່ອນໄຂຕົວຈິງ ບໍ່ສ້າງແຮງກົດດັນໃຫ້ແກ່ອັດຕາແລກປ່ຽນອ່ອນຄ່າ, ອັດຕາເງິນເຟີ້ສູງຂຶ້ນໄປຕື່ມອີກ ແລະ ສ້າງເງື່ອນໄຂດຶງດູດເອົາເງິນຕາຕ່າງປະເທດນອກລະບົບທະນາຄານ ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ.
ຂ່າວ-ພາບ: ບຸນອູ້ມ
Medialaos MMD (ແຫຼງຂໍ້ມູນຈາກ: ໜັງສືພິມປະຊາຊົນ)