ແນວລາວສ້າງຊາດ ແຂວງໄຊສົມບູນ ໄດ້ຈັດພິທີ ວາງສີລາລຶກ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ທີ່ວັດພູເງິນອານຸໄຊຍະລາມຂື້ນ ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2022 ຢູ່ທີ່ວັດພູເງິນອານຸໄຊຍະລາມ ແຂວງໄຊສົມບູນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ພ້ອມດ້ວຍການນຳແຂວງ, ພະອາຈານໃຫຍ່ ມະຫາເຫວດ ມະເສໄນ, ຮອງປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສ ປປ ລາວ ພ້ອມດ້ວຍພະອາຈານ ຈາກສູນກາງອົງການພຸດທະສາສະໜາສຳພັນ ແຂວງ ແລະ ເມືອງ, ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ຄຳປຸ່ນ ພູນສີອານຸລັກ, ປະທານບໍລິສັດ ພູນສີອານຸລັກ ສຳຫລວດ-ອອກແບບ ແລະ ກໍ່ສ້າງຈຳກັດ ຕະຫລອດຮອດພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບໂຄງການ ຊຶ່ງທ່ານມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບຕ້ອນ ປ້າສີຈັນ ຄອບຄົວການນຳຂັ້ນສູງ ພ້ອມດ້ວຍຄະນະ ໄດ້ມາຢຽມຢາມ, ມາຮ່ວມພິທີວາງສີລາລຶກ ແລະ ນຳເອົາຄວາມເປັນຫ່ວງເປັນໄຍ, ນໍ້າໃຈໄມຕີອັນອົບອຸ່ນ ຈາກສູນກາງມາສູ່ພະນັກງານ, ປະຊາຊົນບັນດາເຜົ່າຊາວແຂວງໄຊສົມບູນ. ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ເປັນໂຄງການທີ່ໄດ້ຮັບການຊ່ວຍເຫລືອຈາກການລະດົມທຶນຈາກບໍລິສັດ, ຫ້າງຮ້ານຕ່າງໆ, ເປັນໂຄງການທີ່ສຳຄັນໃນການຊຸກຍູ້, ປຸກລະດົມ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງເປັນອາຄານ 2 ຊັ້ນ, ມີຂະໜາດ 11×37 ແມັດ, ມີ 8 ຫ້ອງ, ມີມູນຄ່າການກໍ່ສ້າງທັງໝົດ 2,939,000,000 ( 2 ຕື້ 9 ຮ້ອຍກວ່າລ້ານກີບ) ຊຶ່ງໄລຍະເວລາປະຕິບັດໂຄງການແມ່ນພາຍໃນ 18 ເດືອນ ໃຫ້ສຳເລັດ.

ຈາກນັ້ນ ພະອາຈານໃຫຍ່ ມະຫາເຫວດ ມະເສໄນ, ຮອງປະທານອົງການພຸດທະສາສະໜາສຳພັນ ແຫ່ງ ສ ປປ ລາວ ໄດ້ຂຶ້ນປະກອບຄຳເຫັນຕໍ່ກັບໂຄງການກໍ່ສ້າງ ຊຶ່ງເປັນການສ້າງປັດໃຈໜຶ່ງທີ່ສຳຄັນ, ເປັນໂອກາດດີໃຫ້ແກ່ປະຊາຊົນບັນດາເຜົ່າ ຢູ່ແຂວງໄຊສົມບູນ, ຜູ້ທີ່ດ້ອຍໂອກາດໄດ້ມາຮຽນຮູ້, ຍົກລະດັບການສຶກສາ ພ້ອມທັງເປັນການພັດທະນາການສຶກສາ ໃຫ້ມີຄວາມເຂັ້ມແຂງ ເປັນການພັດທະນາຊັບພະຍາກອນມະນຸດ ເພື່ອປັບປຸງ ຍົກລະດັບຊີວິດ, ການເປັນຢູ່ຂອງປະຊາຊົນ ໃຫ້ມີວຽກເຮັດງານທຳ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ. ພ້ອມດຽວກັນນັ້ນ ໄດ້ພ້ອມກັນຮ່ວມພິທີຕັກຊາຍ ແລະ ເທຕີນເສົາເອກ ເພື່ອວາງສີລາລຶກໂຄງການກໍ່ສ້າງໂຮງຮຽນມັດທະຍົມສົງ ແຂວງໄຊສົມບູນ ຢ່າງເປັນທາງການ.

LEAVE A REPLY

Please enter your comment!
Please enter your name here