ການຈັດຕັ້ງປະຕິບັດການຂຶ້ນທະບຽນອອກໃບຕາດິນໄລຍະ 6 ເດືອນຕົ້ນປີນີ້ ສາມາດຂຶ້ນທະບຽນ ອອກໃບຕາດິນໄດ້ພຽງ 36.165 ຕອນ ຫຼື ເທົ່າກັບ 12.06% ຂອງແຜນປີ ເມື່ອທຽບໃສ່ໂຕເລກແຜນ ການທີ່ສະພາແຫ່ງຊາດໄດ້ຮັບຮອງ 300.000 ຕອນ ໃນປີ 2022 ແມ່ນຍັງໄດ້ໜ້ອຍ ຊຶ່ງອາດແມ່ນຍ້ອນ 5 ເຫດຜົນ, ຕໍ່ບັນຫານີ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ຈະເລັ່ງສືບຕໍ່ຊຸກຍູ້ບັນດາຫ້ອງການ ຊສ ຂັ້ນເມືອງ ທີ່ໄດ້ມອບວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ແລ້ວ ດໍາເນີນການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມໂຕເລກແຜນການທີ່ວາງໄວ້.

ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງ ຊສ ໄດ້ຂຶ້ນຊີ້ແຈງຕໍ່ຂໍ້ຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 16 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຮອງລັດຖະມົນຕີກະຊວງ ຊສ ໄດ້ກ່າວວ່າ: ມາຮອດປັດຈຸບັນ ໄດ້ສຳເລັດການສັງລວມຂໍ້ມູນສະຖິຕິຕອນດິນ ຫຼື ສຳມະໂນຕອນດິນທັງໝົດ 3.000.632 ຕອນ ໃນຂອບເຂດທົ່ວປະເທດ ຊຶ່ງໃນນັ້ນ ໄດ້ຂຶ້ນທະບຽນອອກໃບຕາດິນແລ້ວ 1.673.634 ຕອນ ແລະ ໄດ້ນຳເຂົ້າຖານຂໍ້ມູນເປັນດີຈີຕອນໃນທົ່ວປະເທດ 1.050.275 ຕອນ ແລະ ສາມາດເຊື່ອມກັບທະນາຄານການຄ້າຕ່າງປະເທດລາວ 662.668 ຕອນ ຊຶ່ງບັນດາເມືອງກຳລັງນຳເອົາຂໍ້ມູນ ເພື່ອໃຫ້ສາມາດເຊື່ອມກັບທະນາຄານໄດ້. ຂະນະທີ່ການຂຶ້ນທະບຽນອອກໃບຕາດິນ ໃນ 6 ເດືອນຕົ້ນປີ ແມ່ນຍັງໄດ້ໜ້ອຍ ຖ້າທຽບໃສ່ໂຕເລກແຜນການທີ່ສະພາແຫ່ງຊາດໄດ້ຮັບຮອງແມ່ນຈໍານວນ 300.000 ຕອນ ໃນປີ 2022 ນີ້ ຊຶ່ງມາຮອດວັນທີ 13/6/2022 ສາມາດຂຶ້ນທະບຽບອອກໃບຕາດິນໄດ້ 36.165 ຕອນ ຫຼື ເທົ່າກັບ 12,06% ຂອງແຜນປີ. ເຫດຜົນທີ່ການຈັດຕັ້ງປະຕິບັດ ຄາດໝາຍໂຕເລກການຂຶ້ນທະບຽນອອກໃບຕາດິນ ຍັງໄດ້ໜ້ອຍ ອາດແມ່ນຍ້ອນ:

1) ໂຕເລກຄາດໝາຍຂອງແຜນ 5 ປີ (2021-2025) ທີ່ໃຫ້ບັນລຸ 1,6 ລ້ານຕອນ ເຫັນວ່າສູງສົມ ຄວນຖ້າທຽບໃສ່ແຜນ 5 ປີຜ່ານມາ (2016-2020) ທີ່ມີພຽງແຕ່ 400.000 ຕອນ. ສະເພາະປີ 2022 ນີ້ ໂຕເລກຄາດໝາຍ 300.000 ຕອນ ເມື່ອທຽບໃສ່ປີຜ່ານໆມາແມ່ນສູງສົມຄວນ ແລະ ທ້າທາຍໃນການຈັດຕັ້ງປະຕິບັດ (ຖ້າທຽບໃສ່ປີ 2021 ມີພຽງແຕ່ 80.000 ຕອນເທົ່ານັ້ນ). ແຕ່ເພື່ອສູ້ຊົນບັນລຸໃຫ້ໄດ້ຄາດໝາຍ 1,6 ລ້ານຕອນໃນປີ 2025 ຈຶ່ງຈຳເປັນຕ້ອງຈັດແບ່ງໂຕເລກສູງ;

2) ງົບປະມານທີ່ຮັບໃຊ້ໃນການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ແມ່ນຍັງບໍ່ທັນໄດ້ຮັບໃນປີ 2022 ຈຳນວນ 1,5 ຕື້ກີບ;

3) ເນື່ອງຈາກການລະບາດຂອງພະຍາດໂຄວິດ-19;

4) ງົບປະມານຈາກໂຄງການຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ ທີ່ໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ຫາກໍໄດ້ຮັບຮອງເງື່ອນໄຂ ຊຶ່ງຈະໄດ້ກຽມຄວາມພ້ອມໃນການສ້າງໜ່ວຍງານຂຶ້ນທະບຽນອອກໃບຕາດິນເປັນລະບົບ, ຝຶກອົບຮົມ, ຈັດຊື້ອຸປະກອນ, ພາຫະນະຕາມລະບຽບການ;

5) ຕອນດິນຕົກຄ້າງ ທີ່ບໍ່ທັນໄດ້ອອກໃບຕາດິນສ່ວນຫຼາຍແມ່ນນອນໃນເຂດສາມປະເພດປ່າ ຊຶ່ງກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງ ຊສ ໄດ້ປຶກສາຫາລືກັນ ແລະ ກຳລັງສ້າງນິຕິກຳເປັນບ່ອນອີງ.

ຕໍ່ກັບບັນຫາດັ່ງກ່າວ, ກະຊວງ ຊສ ໄດ້ມີມາດຕະການ ແລະ ແຜນການຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ ຄື: ຈະສືບຕໍ່ຊຸກຍູ້ ຫ້ອງການ ຊສ ຂັ້ນເມືອງ ທີ່ໄດ້ມອບວຽກງານຂຶ້ນທະບຽນອອກໃບຕາດິນໃຫ້ແລ້ວ ດໍາເນີນການຈັດຕັ້ງປະຕິບັດໃຫ້ສໍາເລັດຕາມໂຕເລກແຜນການທີ່ວາງໄວ້. ສໍາລັບເມືອງໃດທີ່ຍັງບໍ່ທັນໄດ້ມອບ ກໍຈະເອົາໃຈໃສ່ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອຊຸກຍູ້, ສ້າງເງື່ອນໄຂ, ປັບປຸງພາລະບົດບາດ ແລະ ປະກອບພະນັກງານໃຫ້ພຽງພໍກັບໜ້າວຽກຕົວຈິງ ໂດຍການສັບຊ້ອນພະນັກງານຂັ້ນແຂວງລົງໄປຊ່ວຍ ຫຼື ໄປປະຈຳການເຮັດວຽກວິຊາສະເພາະຢູ່ແຕ່ລະເມືອງ. ພ້ອມທັງຊຸກຍູ້, ຕິດຕາມ ແລະ ແກ້ໄຂບັນຫາການຂາດເຂີນປັດໄຈຊ່ວຍໜູນຕ່າງໆ ເປັນຕົ້ນ: ການຝຶກອົບຮົມ, ສະໜອງງົບປະມານ, ຕໍໍ່ເຕີມອາຄານຫ້ອງການ, ພາຫະນະຮັບໃຊ້, ອຸປະກອນ, ເຄື່ອງມືສຳຫຼວດວັດແທກທີ່ດິນ ແລະ ງົບປະມານຮັບໃຊ້ຕ່າງໆ ເພື່ອຮັບປະກັນການບໍລິການຂຶ້ນທະບຽນອອກໃບຕາດິນໃຫ້ແກ່ປະຊາຊົນໃຫ້ມີຄວາມວ່ອງໄວ, ຫຼຸດຜ່ອນຂັ້ນຕອນ ແລະ ຄ່າໃຊ້ຈ່າຍຕ່າງໆ.

ຂ່າວ-ພາບ: ສຸກສະຫວັນ

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

LEAVE A REPLY

Please enter your comment!
Please enter your name here