ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາ ເປັນຕົ້ນວຽກງານປັບປຸງຄຸນນະພາບລະບົບການຮຽນການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາກາຍະກຳທີ່ສະເໜີໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍທ່ານໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃນຂົງເຂດສຶກສາທິການ ແລະ ກິລາໃນໄລຍະຜ່ານມາ ເຫັນວ່າມີຫຼາຍໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ, ພົ້ນເດັ່ນທີ່ສຸດ ກະຊວງສຶກສາ ແລະ ກິລາໄດ້ເອົາໃຈໃສ່ເຂົ້າໃນການບຸກບືນສູ້ຊົນປະຕິບັດ 15 ຄາດໝາຍທີ່ກະຊວງສຶກສາທິການ ແລະ ກິລາວາງອອກຢ່າງແຂງແຮງ ມາຮອດປັດຈຸບັນສາມາດບັນລຸແລ້ວ 7 ຄາດໝາຍ ເປັນຕົ້ນອັດຕາການເຂົ້າຮຽນໃໝ່ນັບແຕ່ຊັ້ນປະຖົມປໍ1 ຫາ ປໍ5, ອັດຕາການຮຽນຈົບຊັ້ນປະຖົມສຶກສາ, ດັດສະນີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການຝຶກອົບຮົມດ້ານວິຊາຊີບໃຫ້ແກ່ຊາວໜຸ່ມ,ວຽກງານບຳລຸງຍົກລະດັບໃຫ້ຄູສອນ ແລະ ອື່ນໆ.

ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງບົດລາຍງານຂອງລັດຖະບານກ່ຽກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາແລ້ວ ໄດ້ສືບຕໍ່ຮັບຟັງການປະກອບຄຳເຫັນຈາກ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານຄະນະກຳມາທິການວັດທະນະທຳ-ສັງຄົມ ຕາງໜ້າຄະນະປະຈຳສະພາແຫ່ງຊາດໃສ່ບົດລາຍງານການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ລັດຖະບານກໍ່ຄືກະຊວງສຶກສາທິການ ແລະ ກິລາໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ເຮັດໃຫ້ຫຼາຍໆວຽກງານຂອງຂະແໜງສຶກສາໄດ້ຮັບຜົນສຳເລັດຫຼາຍດ້ານ ພົ້ນເດັ່ນແມ່ນໄດ້ບັນລຸດ້ານຊັບສິນມະນຸດຂອງປະເທດທີ່ພົ້ນຈາກສະຖານະພາບດ້ອຍພັດທະນາ ຫຼື ເອວດີຈີ ແລະ ອື່ນໆ.

ຈາກນັ້ນ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ເພື່ອເປັນທິດທາງໃນການປະກອບຄຳເຫັນ ພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງປະກອບຄຳເຫັນພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງປະກອບຄຳເຫັນໃສ່ບົດລາຍງານເພື່ອໃຫ້ມີເນື້ອໃນຄົບຖ້ວນກວ່າເກົ່າ.

ທ່ານ ນາງ ພອນມະນີ ມູນໄຊຍະວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ສະແດງຄວາມຊົມເຊີຍທີ່ລັດຖະບານກໍ່ຄືກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປັບປຸງຄຸນນະພາບການຮຽນການສອນໃນໄລຍະຜ່ານມາ ເຫັນວ່າເຮັດໄດ້ດີສົມຄວນ ແຕ່ຢາກສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ຄວນມີແຜນການຢ່າງລະອຽດໃຫ້ຫຼາຍກວ່ານີ້ ກ່ຽວກັບການຈັດຕັ້ງປະຕິບັດຄາດໝາຍຂອງກະຊວງສຶກສາທິການ ແລະ ກິລາ ຈຳນວນຄາດໝາຍທີ່ຕິດພັນກັບວຽກງານສຶກສາທິການ ແລະ ກິລາໃຫ້ບັນລຸຄາດໝາຍແຜນການທີ່ວາງໄວ້.

ອີງໃສ່ວາລະຂອງການປະຊຸມໃນພາກເຊົ້າມື້ນີ້ ນອກຈາກສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະກິລາແລ້ວ ສະມາຊິກສະພາແຫ່ງຊາດຍັງໄດ້ຮັບຟັງການອະທິບາຍຊີ້ແຈງຕອບຄຳຊັກຖາມບາງບັນຫາເພີ່ມຕື່ມທີ່ເຫັນວ່າມີຄວາມສົນໃຈກ່ຽວກັບວຽກງານເຕັກໂນໂລຊີ ແລະ ການສື່ສານ ຈາກຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານຕື່ມອີກ ຈາກນັ້ນຕາງໜ້າກອງເລຂາກອງປະຊຸມໄດ້ສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາ ເປັນຕົ້ນການປັບປຸງຄຸນນະພາບລະບົບການຮຽນການສອນທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາກາຍະກຳ ຫຼັງຈາກນັ້ນປະທານກອງປະຊຸມໄດ້ມີຄຳເຫັນສະຫຼຸບສັງລວມການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດໃສ່ບົດລາຍງານໃນສະບັບນີ້ ພ້ອມທັງສະເໜີໃຫ້ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງລົງຄະແນນສຽງຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວຽກງານສຶກສາທິການ ແລະ ກິລາດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂແງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍ ຕາມວາລະແລ້ວສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງຈະພ້ອມກັນຮັບຟັງບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ, ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

LEAVE A REPLY

Please enter your comment!
Please enter your name here