Saturday, September 21, 2024
Homeຂ່າວພາຍໃນທ່ານຮອງນາຍົກລັດຖະມົນຕີ ສືບຕໍ່ຊຸກຍູ້ການພັດທະນາພື້ນຖານເສດຖະກິດ ແຂວງບໍ່ແກ້ວ

ທ່ານຮອງນາຍົກລັດຖະມົນຕີ ສືບຕໍ່ຊຸກຍູ້ການພັດທະນາພື້ນຖານເສດຖະກິດ ແຂວງບໍ່ແກ້ວ

ໃນຕອນບ່າຍຂອງວັນທີ 14 ມິຖຸນານີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວຕິດຕາມ, ກວດກາເບິ່ງພື້ນຖານເສດຖະກິດຂອງແຂວງບໍ່ແກ້ວ ຊຶ່ງຮ່ວມເຄື່ອນໄຫວມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມຄະນະ.

ກ່ອນອື່ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໄປເບິ່ງດ່ານສາກົນຂົວມິດຕະພາບ 4 ຫ້ວຍຊາຍ-ຊຽງຂອງ ເພື່ອຕິດຕາມຊຸກຍູ້ການປະຕິບັດໜ້າທີ່ວຽກງານ ຂອງພະນັກງານປະຈຳຢູ່ດ່ານດັ່ງກ່າວ ໂດຍໄດ້ຮັບຟັງການລາຍງານຫຍໍ້ຈາກ ທ່ານ ພັທ ນໍຄຳ ດາລາວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ 4 ຊຶ່ງພາຍຫຼັງເປີດດ່ານໃນກາງເດືອນພຶດສະພາ 2022 ເປັນຕົ້ນມາ ເຫັນວ່າມີຄົນເຂົ້າ-ອອກດ່ານ ສະເລ່ຍ 130 ຄົນ/ມື້, ຕ່າງປະເທດ 80 ຄົນ/ມື້, ພາຫະນະເຂົ້າ-ອອກ 100 ກວ່າຄັນ/ມື້, ການເຂົ້າ-ອອກດ່ານ ແມ່ນປະຕິບັດຕາມລະບົບສາກົນ ໂດຍມີການກັ່ນກອງ, ກວດອຸນຫະພູມຮ່າງກາຍ ແລະ ອື່ນໆ ເພື່ອປ້ອງກັນການຕິດ ແລະ ແຜ່ເຊື້ອຂອງພະຍາດໂຄວິດ-19.

ຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະໄດ້ສືບຕໍ່ເບິ່ງຟາມລ້ຽງງົວຂອງ ບໍລິສັດ ດວງຈະເລີນອຸດສາຫະກຳ-ກະສິກຳອິນຊີ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ຊຶ່ງຟາມດັ່ງກ່າວ ມີງົວແມ່ພັນຊີ້ນວາກິວແອງກັດ ຈາກແຂວງຊຽງຂວາງ ຈຳນວນ 151 ແມ່, ມີເນື້ອທີ່ສຳປະທານ 150 ເຮັກຕາ, ໃນນັ້ນ ໄດ້ປູກຫຍ້າແລ້ວ 73 ເຮັກຕາ ມີຫຍ້າເນເປຍ 55 ເຮັກຕາ, ຫຍ້າຣູຊີ 17 ເຮັກຕາ ແລະ ຫຍ້າຫວານ 0,5 ເຮັກຕາ. ສໍາລັບການລ້ຽງ ແລະ ບົວລະບັດຮັກສາງົວ ແມ່ນປະຕິບັດຕາມເຕັກນິກວິຊາການ ໂດຍສະເພາະການສັກຢາບຳລຸງແມ່ພັນທ້ອງວ່າງ, ສັກຢາຂ້າແມ່ກາຝາກ ແລະ ວັກຊິນ ປ້ອງກັນພະຍາດເຕົ້າໂຮມເລືອດ-ປາກເປື່ອຍລົງເລັບ.ນອກຈາກນັ້ນ ຍັງໄດ້ໄປຢ້ຽມຢາມໂຄງການກໍ່ສ້າງສວນສາທາລະນະໜອງຖານ ໂດຍພັດທະ ນາເປັນ​​ເຂດຕ່າງໆເປັນຕົ້ນ ​​​ເຂດພັກຜ່ອນ, ​ເຂດກິດຈະກໍາກິລາ, ​ເຂດກິດຈະກຳສົ່ງເສີມ ການປູກ-ການລ້ຽງ.

ໃນຕອນທ້າຍ ໄດ້ໄປຢ້ຽມຢາມສະຖານທີ່ລ້ຽງກຸ້ງ-ລ້ຽງປາທັນສະໄໝ ຂອງ ບໍລິສັດບໍ່ແກ້ວນາຍຸງ ຈຳກັດຜູ້ດຽວ ແລະ ສູນການຄ້າສາກົນ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments