ເມື່ອບໍ່ດົນມານີ້, ເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດຮັບເອົາຮອງກຸ່ມບ້ານຈີມ, ເປັນຄອບຄົວ ແລະບ້ານປ້ອງກັນຊາດເຂັ້ມແຂງ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນທັນ ຫານຊະນະ ຄະນະປະຈຳພັກເມືອງ, ຫົວໜ້າການທະຫານກອງບັນຊາການທະຫານເມືອງພູຄູນ, ມີກອງບັນຊາການ ປກສ ເມືອງ, ຫົວໜ້າກຸ່ມ, ຂະແໜ່ງການທີ່ກ່ຽວຂ້ອງ, ອໍານາດການປົກຄອງບ້ານ, ແຂກຖືກເຊີນຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນກຸ່ມເຂົ້າຮ່ວມ.

ທ່ານ ໄມດີ ວິລະວົງ ເລຂາພັກບ້ານ, ນາຍບ້ານໆຈີມ ໄດ້ຂຶ້ນຜ່ານບົດສະຫຼຸບການກໍ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ໃຫ້ຮູ້ວ່າ: ໂດຍປະຕິບັດຕາມ 6 ມາດຖານຂອງການກໍ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງທີ່ໄດ້ກໍານົດໃນຂໍ້ຕົກລົງເລກທີ 705 ຂອງກະຊວງປ້ອງກັນປະເທດ, ລົງວັນທີ 16 ພຶດສະພາ 2017, ທົ່ວກຸ່ມບ້ານຈີມມີ 609 ຄອບຄົວ ປະເມີນເປັນຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 541 ຄອບຄົວ, ກວມເອົາ 90%, ປະເມີນບໍ່ໄດ້ 58 ຄອບຄົວ, ເທົ່າກັບ 10%, ພິທີຍັງໄດ້ຜ່ານຂໍ້ຕົກລົງເລກທີ 414/ຈມ.ພ.ຄ ລົງວັນທີ 29 ກັນຍາ 2021 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງເລກທີ 439/ຈ,ຂ,ຫຼ,ບ, ລົົງວັນທີ 10 ພະຈິກ 2021 ວ່າດ້ວຍການຮັບຮອງເອົາກຸ່ມບ້ານຈີມເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ພ້ອມທັງມອບໃບຢັ້ງຢືນໃຫ້ພາກສ່ວນກ່ຽວຂ້ອງຢ່າງສົມກຽດ.

ຕອນທ້າຍພິທີ ສະຫາຍ ພັນໂທ ບຸນທັນ ຫານຊະນະ ຄະນະປະຈຳພັກເມືອງ, ຫົວໜ້າການທະຫານກອງບັນຊາການທະຫານເມືອງພູຄູນ, ໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດດັ່ງກ່າວ, ພ້ອມທັງຮຽກຮ້ອງໃຫ້ອໍານາດການປົກຄອງບ້ານ, ສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດລູກຫຼານບ້ານຊ່ອງ ໃຫ້ມີຄວາມຮັບຮູ້ເຊື່ອມຊຶມ ຕໍ່ແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ດ້ວຍການຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຢູ່ໃນສັງຄົມ, ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານຊ່ອງໃຫ້ມີຄວາມຈະເລີນຮຸ່ງເຮື່ອງ, ບ້ານເມືອງມີຄວາມຢູ່ເຢັນເປັນສຸກ, ສ້າງເງື່ອນໄຂພັດທະນາເສດຖະກິດ – ສັງຄົມ ໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍ.

ຂ່າວ-ພາບ: ນັກຂ່າວແຂວງຫຼວງພະບາງ

#Medialaos MMD #Luangparbang Province

LEAVE A REPLY

Please enter your comment!
Please enter your name here