ວັນທີ 14 ມິຖຸນາ 2022 ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ມີກອງປະຊຸມປຶກສາຫາລື ຮ່ວມກັນ ລະຫວ່າງ ຄະນະຜູ້ແທນ ແຂວງເຊິນລາ ນໍາໂດຍສະຫາຍ ນາງ ຈ້າງ ທິຊັ່ວນ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງເຊີນລາ ພ້ອມດ້ວຍຄະນະ ແລະການນໍາແຂວງຫຼວງພະບາງ ນໍາໂດຍສະຫາຍ ບຸນເລື່ອມ ມະນີວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ,ສະຫາຍ ປອ ນາງ ສຸດາພອນ ຄົມທະວົງ ກໍາມະການພັກແຂວງ ຫົວໜ້າພະແນກ ຖະແຫຼງຂ່າວ,ວັດທະນະທໍາ ແລະທ່ອງທ່ຽວແຂວງ ພ້ອມດ້ວຍຄະນະ,ມີຫົວໜ້າຫ້ອງວ່າການແຂວງ ແລະຕາງໜ້າພະແນກການຕ່າງປະເທດເຂົ້າຮ່ວມ.

ການພົບປະຫາລື ລະຫວ່າງ 2 ແຂວງ ຄັ້ງນີ້ ເປັນການກະກຽມຄວາມພ້ອມໃນການຈັດງານ ເທດສະການທ່ອງທ່ຽວ ພາຍໃຕ້ຄໍາຂັວນ “ ເພງແຫ່ງຄວາມຮັກ ຫຼວງພະບາງ-ເຊິນລາ ” ປີ 2022 ທີ່ແຂວງຫຼວງພະບາງ ຈະໄດ້ເປັນເຈົ້າພາບ,ແມ່ນຜັນຂະຫຍາຍ ທິດທາງການຮ່ວມມື ຂອງ 2 ແຂວງ ເພື່ອຈັດກິດຈະກໍາ ເຄື່ອນໄຫວ ສະເຫຼີມສະຫຼອງວັນສົນທິສັນຍາມິດຕະພາບ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ “ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022” ທີ່ຈະຈັດຂຶ້ນຢູ່ແຂວງຫຼວງພະບາງ ໃນວັນທີ 18/07/2022.ເປັນການເພີ່ມທະວີການເຊື່ອມຈອດ ແລະຮ່ວມມືພັດທະນາການທ່ອງທ່ຽວ ລະຫວ່າງ 2 ແຂວງ ແລະ2 ປະເທດ,ຊຸກຍູ້ການສື່ສານ,ໂຄສະນາເຜີຍແຜ່,ໂຄສະນາພາບພົດ ແລະນໍ້າໃຈມິດຕະພາບຂອງປະຊາຊົນແຂວງ ຫຼວງພະບາງ-ແຂວງເຊິນລາ,ບັນດາຜະລິດຕະພັນທ່ອງທ່ຽວ,ເອກະລັກວັດທະນະທໍາ,ຜະລິດຕະພັນທ້ອງຖິ່ນທີ່ດຶງດູດໃຈ,ສ້າງວຽກເຮັດງານທໍາ ເພີ່ມລາຍຮັບ,ລຸດຜ່ອນຄວາມທຸກຍາກ ໃຫ້ປະຊາຊົນ 2 ແຂວງ ພ້ອມທັງເຊື່ອມໂຍງເຂົ້າສູ່ພາກພຶ້ນ ແລະສາກົນຕື່ມອີກ.

ສໍາລັບກິດຈະກໍາ ແມ່ນຈະໄດ້ເລີ່ມເຄື່ອນໄຫວຕິດຕັ້ງປ້າຍໂຄສະນາ ເປັນສອງພາສາລາວ-ຫວຽດນາມ ຢູ່ພາຍໃນເທດສະບານແຂວງຫຼວງພະບາງ,ສ້າງສາລະຄະດີ ເພື່ອ ອອກອາກາດຜ່ານສື່ຕ່າງໆ. ສະເພາະໃນງານມື້ເປີດຈະມີການສະແດງສິລະປະວັນນະຄະດີ ໂດຍສະເພາະແມ່ນການສະແດງ “ ສຽງເພງແຫ່ງຄວາມຮັກ ຫຼວງພະບາງ-ເຊິນລາ”, ການຟ້ອນທີ່ເປັນເອກະລັກຂອງລາວ ແລະຫວຽດນາມ,ການນຸ່ງຖືແບບຊົນເຜົ່າຕ່າງໆ,ຊົມການວາງສະແດງຮູບພາບການທ່ອງທ່ຽວ,ອາຫານ,ຟ້ອນວົງມົນ,ລໍາວົງສາມັກຄີ,ແຂ່ງຂັນກິລາ,ໂຍນໝາກຄອນ,ການສະແດງຄັດຕອນງານບຸນປະເພນີ,ກິລາດຶງເຊືອກ,ດັນໄມ້ ແລະອື່ນໆ,ສ່ວນການວາງສະແດງຕາມຮ້ານ( ບູດ ) ປະກອບມີ ຮູບພາບການທ່ອງທ່ຽວ,ຜະລິດຕະພັນການທ່ອງທ່ຽວ,ວັດທະນະທໍາເອກະລັກ ແລະວັດຖຸພັບ ທີ່ເດັ່ນຂອງ ແຂວງ ເຊິນລາ ແລະແຂວງຫຼວງພະບາງ.ການຈັດງານຄັ້ງນີ້ ຈະຈັດຂຶ້ນເປັນເວລາ 3 ວັນຈິ່ງຈະສໍາເລັດ.

ຂ່າວ-ພາບ: ນັກຂ່າວແຂວງຫຼວງພະບາງ

#Medialaos MMD #Luangparbang Provice

LEAVE A REPLY

Please enter your comment!
Please enter your name here