ກອງປະຊຸມຈັດຕັ້ງປະຕິບັດວາລະແຫ່ງຊາດ, ກົນໄກການປະສານງານ ວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ຢູ່ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 14 ມິຖຸນາ 2022 ທີ່ພະແນກກະສິກຳ ແລະ ປ່າໄມ້ແຂວງຄຳມ່ວນ ໂດຍການເປັນປະທານຂອງທ່ານ ປອ. ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ, ມີບັນດາຫົວໜ້າພະແນກການ, ຮອງເຈົ້າເມືອງ, ຂະແໜງການຂັ້ນແຂວງ ແລະ ຫ້ອງການກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ.

ກອງປະຊຸມແມ່ນໄດ້ຮັບຟັງການນຳສະເໜີກ່ຽວກັບແຜນວຽກຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ແຜນວຽກຂອງພະແນກກະສິກຳ ແລະ ປ່າໄມ້ ທີ່ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ເລກທີ 224/ຈຂ.ຄມ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ-ກວດກາ ໂຄງການກໍ່ສ້າງສູນຄົ້ນຄວ້າ ແລະ ພັດທະນາ ກະສິກຳທີ່ເມືອງຍົມມະລາດ ພ້ອມທັງຮັບຟັງການລາຍງານແຜນການເຄື່ອນໄຫວຈັດຕັ້ງປະຕິບັດ ການສຳຫຼວດ, ການວາງແຜນນຳໃຊ້ທີ່ດິນ, ການກຳນົດຂອບເຂດດິນແຕ່ລະປະເພດ, ການຄຸ້ມຄອງທີ່ດິນ, ການອອກໃບຢັ້ງຢືນການນຳໃຊ້-ພັດທະນາທີ່ດິນ, ການເກັບຄ່າທຳນຽມ-ຄ່າບໍລິການຕ່າງໆກ່ຽວກັບທີ່ດິນ ຕາມລະບຽບກົດໝາຍວາງອອກໃນແຕ່ລະໄລຍະ. ພ້ອມນີ້ ບັນດາຜູ້ເຂົ້າຮ່ວມ ກໍ່ໄດ້ປະກອບຄຳຄິດຄຳເຫັນ ໃນດ້ານກົນໄກປະສານງານ ເພື່ອເຮັດໃຫ້ເນື້ອໃນ ແລະ ຂັ້ນຕອນ, ວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າມີຄວາມຖືກຕ້ອງ, ສອດຄ່ອງ ແລະ ເໝາະສົມ ຕາມລະບຽບກົດໝາຍວາງອອກ.

ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບທີ່ດິນຂອງບໍລິສັດ ພອນສັກ ກຣຸບ ທີ່ເມືອງຍົມມະລາດ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ. ໂອກາດນີ້ ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ກັບ ທ່ານ ຄຳໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຮ່ວມເຊັນບົດບັນທຶກກ່ຽວກັບກົນໄກປະສານງານຮ່ວມກັນ ໂດຍຈະເລັ່ງໃສ່ທີ່ດິນກະສິກຳ ເປັນຕົ້ນ ດິນນາໃນເຂດຊົນລະປະທານ ທີ່ພັກ-ລັດຖະບານໄດ້ທຸ່ມເທທຶນຮອນອັນມະຫາສານ ເຂົ້າໃນການສ້າງພື້ນຖານໂຄງລ່າງດ້ານຊົນລະປະທານ ເພື່ອເຮັດໃຫ້ການນຳໃຊ້ທີ່ດິນກະສິກຳເກີດຜົນປະໂຫຍດສູງສຸດ ແລະ ຍາວນານ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ພໍ່ແມ່ປະຊາຊົນໄດ້ຮັບສິດໃນການຄຸ້ມຄອງນຳໃຊ້ໄດ້ຢ່າງຖືກຕ້ອງຕາມລະບຽບກົດໝາຍ, ປະຕິບັດພັນທະເສຍພາສີທີ່ດິນ ຕາມຂອບເຂດເນື້ອທີ່ຂອງປະຊາຊົນຄຸ້ມຄອງ, ສ້າງເງື່ອນໄຂອຳນວຍໃນການພັດທະນາທີ່ດິນໃຫ້ມີຄວາມຮັບປະກັນໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ແນໃສ່ເພື່ອຫຼີກເວັ້ນການເຮັດວຽກທີ່ຊໍ້າຊ້ອນກັນ ລະຫວ່າງ 2 ຂະແໜງການ ພ້ອມນັ້ນກໍ່ສາມາດນຳໃຊ້ຂໍ້ມູນຮ່ວມກັນໄດ້ ແລະ ຈະບໍ່ສ້າງຄວາມຫຍຸ້ງຍາກ, ສັບສົນໃຫ້ແກ່ພໍ່ແມ່ປະຊາຊົນ ພ້ອມທັງຮັບປະກັນໃນການປະກອບສ່ວນສ້າງລາຍຮັບເຂົ້າງົບປະມານໃຫ້ແກ່ລັດຖະບານ ກໍ່ຄືຂອງແຂວງໃຫ້ຫຼາຍຂຶ້ນ.

ຂ່າວ-ພາບ: ນັກຂ່າວແຂວງຄຳມ່ວນ

#Medialaos MMD #Khammouan Province

LEAVE A REPLY

Please enter your comment!
Please enter your name here