ໃນວັນທີ 14 ມິຖຸນາ 2022 ກະຊວງສາທາລະນະສຸກ, ຮ່ວມກັບ ກະຊວງຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ເເລະ ອົງການຢູນິເຊັບ ໄດ້ຈັດກອງປະຊຸມເຜິຍເເຜ່ວຽກງານສັກວັກຊີນໃນ ສປປລາວ ໃຫ້ແກ່ບັນດາບັນນາທິການຂ່າວ ເພື່ອປືກສາຫາລື ກ່ຽວກັບວິທີການທີ່ສື່ມວນຊົນໃນທົ່ວປະເທດ ຈະສາມາດຊ່ວຍປັບປຸງອັດຕາປົກຄຸມການສັກວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນຮອບປົກກະຕິ ໃນ ສປປ ລາວ.

ໂດຍການເປັນປະທານ ຂອງ ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ ຂອງກະຊວງຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ, ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂອງກະຊວງສາທາລະນະສຸກ, ພ້ອມດ້ວຍ ທ່ານ Bisrat Abiy, ວ່າການເເທນຫົວໜ້າພະເເນກສຸຂະພາບ ຂອງອົງການຢູນິເຊັບ ປະຈຳ ສປປ ລາວ.

ໃນກອງປະຊຸມເຜີຍເເຜ່ຄັ້ງນີ້ໄດ້ມີການນຳສະເໜີລາຍງານຫລ້າສຸດ ກ່ຽວກັບວຽກງານສັກວັກຊີນໃນ ສປປ ລາວ ໂດຍສະເພາະໃນແຂວງພາກເໜືອ: ເເຂວງຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ໄຊຍະບູລີ, ບໍ່ແກ້ວ ແລະ ນະຄອນຫຼວງວຽງຈັນ, ພາຍຫຼັງການຄົ້ນພົບວ່າອັດຕາການປົກຄຸມການສັກວັກຊີນກັນພະຍາດໃນແຂວງເຫຼົ່ານີ້ຍັງບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ສຳລັບປີ 202.

“ການສັກວັກຊີນເປັນກຸນເເຈອັນສຳຄັນສຳລັບການຟື້ນຕົວຂອງ ສປປ ລາວ ຈາກຜົນກະທົບຂອງພະຍາດໂຄວິດ-19 ເຖີງເເມ່ນວ່າຍັງມີສິ່ງທ້າທາຍໃນວຽກງານສັກວັກຊີນໃນ 32 ເມືອງ ທີ່ມີອັດຕາສັກຢາຕຳກວ່າ 50% ໃນປີ 2021 ເເຕ່ໃນຂະນະດຽວກັນນັ້ນ ກໍ່ຍັງມີໂອກາດສຳລັບການເພີ່ມທະວີການຈັດຕັ້ງປະຕິບັດວຽກງານຂອງພວກເຮົາໃຫ້ຫຼາຍຂຶ້ນ ເເລະ ສືບຕໍ່ຊຸກຍູ້ສົ່ງເສີມການສັກວັກຊີນໃຫ້ບັນດາພໍ່ເເມ່ພີ່ນ້ອງໃນຊຸມຊົນຂອງພວກເຮົາໃຫ້ບັນລຸໄດ້ຫລາຍກວ່າ 80% ໃນປີ 2022” ກ່າວໂດຍ ທ່ານ ດຣ ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ຂອງກະຊວງສາທາລະນະສຸກ.

ຜູ້ເຂົ້າຮ່ວມຍັງໄດ້ສົນທະນາກັນກ່ຽວກັບວິທີການຕ່າງໆ ເພື່ອປັບປູງການໃຫ້ບໍລິການສັກວັກຊີນໃຫ້ເເກ່ຊຸມຊົນ ເພື່ອບັນລຸເປົ້າໝາຍອັດຕາປົກຄຸມການສັກວັກຊີນຂອງປະເທດ, ບົດບາດຂອງສື່ມວນຊົນໃນການເຜີຍເເຜ່ໂຄສະນາການສັກວັກຊີນທົ່ວປະເທດ ເເລະ ແຜນການສັກວັກຊີນໃນອະນາຄົດ ໂດຍສະເພາະໃນບັນດາກຸ່ມເດັກນ້ອຍ.

“ສື່ມວນຊົນ ເຊິ່ງສາມາດເຂົ້າເຖິງຈຳນວນຄົນຢ່າງກວ້າງຂວາງ, ມີບົດບາດອັນສໍາຄັນໃນການເຜີຍແຜ່ຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ກ່ຽວກັບພະຍາດໂຄວິດ-19 ໃຫ້ແກ່ສາທາລະນະຊົນ. ດັ່ງນັ້ນ ມັນເປັນສິ່ງສໍາຄັນທີ່ສື່ມວນຊົນໃນທົ່ວປະເທດ ຄວນເພີ່ມທະວີຄວາມພະຍາຍາມໃນວຽກງານສື່ສານກັບປະຊາຊົນລາວ ເພື່ອໃຫ້ສາມາດບັນລຸເປົ້າໝາຍອັດຕາການປົກຄຸມການສັກວັກຊີນຂອງປະເທດ” ກ່າວໂດຍ ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ ຂອງກະຊວງຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ.

ນອກຈາກນີ້ ທ່ານ Bisrat Abiy, ວ່າການເເທນຫົວໜ້າພະເເນກສຸຂະພາບ ຂອງອົງການຢູນິເຊັບ ປະຈໍາ ສປປ ລາວ ຍັງໄດ້ໃຫ້ຄໍາເຫັນດັ່ງກ່າວ: “ວັກຊີນຍັງຄົງເປັນເຄື່ອງມືອັນສຳຄັນທີ່ຂາດບໍ່ໄດ້ສຳລັບພວກເຮົາ ໃນການຮັບມືກັບພະຍາດໂຄວິດ-19 ແລະ ມັນເປັນສິ່ງສຳຄັນທີ່ທຸກຄົນໃນຊຸມຊົນພວກເຮົາໄດ້ຮັບການສັກວັກຊີນ, ບໍ່ວ່າຈະເປັນເດັກນ້ອຍ ຫຼື ຜູ້ສູງອາຍຸ. ອົງການຢູນີເຊັບ ຍັງຄົງໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ໃຫ້ການຮ່ວມມືກັບລັດຖະບານເເຫ່ງ ສປປ ລາວ ໃນການສົ່ງເສີມວຽກງານສັກວັກຊີນກັນພະຍາດໂຄວິດ-19 ແລະ ສ້າງຄວາມເຊື່ອໝັ້ນໃນປະສິດທິພາບ ແລະ ຄວາມປອດໄພ ຂອງວັກຊີນໃນຊຸມຊົນ.”

LEAVE A REPLY

Please enter your comment!
Please enter your name here