ທະນາຄານກາງສະຫະພາບເອີຣົ ຫຼື ອີຊີບີ ( ECB ) ປະກາດປັບຂຶ້ນອັດຕາດອກເບ້ຍນະໂຍບາຍ 0,25% ເຊິ່ງເປັນຄັ້ງທຳອິດໃນຮອບ 11 ປີ ໂດຍຈະມີຜົນຕັ້ງແຕ່ເດືອນກໍລະກົດເປັນຕົ້ນໄປ ເພື່ອຄວບຄຸມອັດຕາເງິນເຟີ້ທີ່ກຳລັງເພີ່ມຂຶ້ນນັບມື້ໃນຂະນະນີ້. ໃນຖະແຫຼງການຂອງ ອີຊີບີ ລະບຸວ່າ: ອັດຕາເງິນເຟີ້ເພີ່ມສູງຂຶ້ນ ຖືວ່າເປັນຄວາມທ້າທາຍ ສຳລັບສະຫະພາບເອີຣົບ ແລະ ອີຊີບີ ຈະເຮັດໃຫ້ແນ່ໃຈວ່າອັດຕາເງິນເຟີ້ຈະກັບມາສູ່ເປົ້າໝາຍໄລຍະກາງທີ່ 2% ແຕ່ຂະນະນີ້ ຄາດວ່າອັດຕາເງິນເຟີ້ຂອງສະຫະພາບເອີຣົບຢູ່ທີ່ປະມານ 8,1%.

ທ່ານ ນາງ ຄຣິສຕິນ ລາກາດ ປະທານ ອີຊີບີ ເປີດເຜີຍວ່າ: ການປັບຂຶ້ນອັດຕາດອກເບ້ຍມັນບໍ່ແມ່ນຄວາມຕ້ອງການຂອງ ອີຊີບີ ແຕ່ຫຼັງຈາກທີ່ລາຄາພະລັງງານເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຂະນະທີ່ລາຄາອາຫານເພີ່ມຂຶ້ນ 7,5% ໃນເດືອນພຶດສະພາ ສ່ວນໜຶ່ງເປັນຜົນພວງມາຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ແຕ່ຍອມຮັບວ່າການປັບຂຶ້ນອັດຕາດອກເບ້ຍ ອາດຈະບໍ່ສົ່ງຜົນໃຫ້ອັດຕາເງິນເຟີ້ຫຼຸດລົງມາທັນທີ.

ທັງນີ້ ອີຊີບີ ປະກາດປັບຂຶ້ນອັດຕາດອກເບ້ຍ 0,25% ໃນເດືອນກໍລະກົດ ແລະ ຄາດວ່າຈະປັບຂຶ້ນອີກຄັ້ງໃນທ້າຍປີນີ້ ໂດຍປັດຈຸບັນອັດຕາດອກເບ້ຍນະໂຍບາຍຂອງ ອີຊີບີ ຢູ່ທີ່ -0,50%. ຂະນະທີ່ ອີຊີບີ ຄາດວ່າອັດຕາເງິນເຟີ້ຂອງສະຫະພາບເອີຣົບປີນີ້ ຈະຢູ່ໃນລະດັບ 6,8% ກ່ອນຈະຫຼຸດລົງເປັນ 3,5% ແລະ 2,1% ໃນປີ 2023 ແລະ 2024 ຕາມລຳດັບ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ

LEAVE A REPLY

Please enter your comment!
Please enter your name here