ໃນວັນທີ 9 ມິຖຸນາ 2022 ນີ້ ທີ່ກອງບັນຊາການທະຫານແຂວງໄຊສົມບູນ, ໄດ້ມີພິທີປະກາດແຕ່ງຕັ້ງປະທານ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພົ.ທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຄະນະກໍາມະການ ປກຊ – ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ – ຫົວໜ້າກົມໃຫ່ຍການເມືອງກອງທັບ, ມີສະຫາຍ ເຈົ້າແຂວງ, ຮອງເຈົ້າແຂວງ, ຄະນະພັກ – ຄະນະບັນຊາ 2 ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນພິທີ ສະຫາຍ ພັ.ອ ທອງບຸນ ຂຸນລະພິດ ຮອງຫົວໜ້າຫ້ອງການ ຄະນະກໍາມະການ ປກຊ – ປກສ ສູນກາງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 106/ຄລສພ ລົງວັນທີ 10/05/2022 ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ປກຊ – ປກສ ແຂວງໄຊສົມບູນ ຄື: ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ເປັນປະທານ ປກຊ – ປກສ ແຂວງ, ສະຫາຍ ພົ.ຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງໄຊສົມບູນ ເປັນຮອງປະທານ ປກຊ – ປກສ ແຂວງ, ຂໍ້ຕົກລົງ ເລກທີ 14/ຄລສພ ລົງວັນທີ 25/1/2022 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັ.ທ ປອ ຄໍາຕ້ອຍ ມະນີວອນ ເປັນກໍາມະການ ຄະນະກໍາມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ, ໂອກາດນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງ ຍັງໄດ້ຂື້ນລາຍງານສະພາບການໂດຍຫຍໍ້ກ່ຽວກັບວຽກງານ ປກຊ-ປກສ ໄລຍະ 5 ເດືອນຜ່ານມາ ສະຫາຍ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ດ້ວຍຄວາມເອົາໃຈໃສ່ຊີ້ນໍາໂດຍກົງຈາກສູນກາງ, ເຮັດໃຫ້ວຽກງານ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບພາຍໃນແຂວງແມ່ນໄດ້ຮັບປະສິດທິຜົນສູງ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດຮອດ ພໍ່ແມ່ປະຊາຊົນ ບັນດາເຜົ່າ ພາຍໃນແຂວງ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ປະກອບສ່ວນໃນວຽກງານ ປກຊ-ປກສ ເປັນຢ່າງດີ, ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອມໝັ້ນສູ້ຮົບຕິດລຽນໄດ້ຫຼາຍບ້ານ ໃນທົ່ວແຂວງ, ເຄື່ອນໄຫວທຳລາຍສະນໍາໄຮ່ຝີ່ນໄດ້ ຫຼາຍກວ່າ 25 ແຫ່ງ, ຈັບກຸມ ຂະບວນການຄ້າຂາຍຢາເສບຕິດໄດ້ 18 ລາຍ, ເຄື່ອນໄຫວຕອບຕ້ານກຸ່ມຄົນບໍ່ດີໄດ້ຫຼາຍຄັ້ງ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບໂດຍພື້ນຖານ.

ທ້າຍພິທີ ສະຫາຍ ພົ.ທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຄະນະກໍາມະການ ປກຊ – ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ – ຫົວໜ້າກົມໃຫ່ຍການເມືອງກອງທັບ ໄດ້ໂອ້ລົມຕໍ່ພິທີ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ບັນດາສະຫາຍ ການນໍາແຂວງ ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ພ້ອມທັງຮຽກຮ້ອງມາຍັງ ຜູ້ທີ່ໄດ້ຮັບແຕ່ງຕັ້ງໜ້າທີ່ ກໍຄືທຸກພາກສ່ວນ ຈົ່ງເອົາໃຈໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ ເວົ້າສະເພາະກໍ່ຄືແຂວງໄຊສົມບູນ ໃຫ້ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ພ້ອມນີ້ຍັງໄດ້ເນັ້ນໜັກໃຫ້ 2 ກຳລັງ ປກຊ-ປກສ ແຂວງ, ເອົາໃຈໃສ່ເປັນເສນາທິການ ເພື່ອຕອບຕ້ານປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດເກີດຂື້ນ, ໂດຍຖືເອົາກໍາລັງຫັນລົງກໍ່ສ້າງຮາກຖານການເມືອງ ໃນຂອບເຂດຮັບຜິດຊອບ, ເຮັດໃຫ້ປະຊາຊົນມີສ່ວນຮ່ວມຕໍ່ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ເຮັດໃຫ້ການພັດທະນາ ເສດຖະກິດ – ສັງຄົມ ພາຍໃນແຂວງ ມີບາດກ້າວຂະຫຍາຍຕົວດີຂື້ນຢ່າງຕໍ່ເນື່ອງ
ຂ່າວ: ສຕ ພຸດທະພອນ ລັດດານາວ
ພາບ: ຮທ ສດ ນາມໄຕ
ທະຫານແຂວງໄຊສົມບູນ

LEAVE A REPLY

Please enter your comment!
Please enter your name here