ເພື່ອເປັນການຊຸກຍູ້, ຕິດຕາມ ການພັດທະນາພື້ນຖານໂຄງລ່າງ ດ້ານການຄົມມະນາຄົມ ໂດຍສະເພາະກໍ່ແມ່ນການກໍ່ສ້າງ-ສ້ອມແປງ ຖະໜົນຫົນທາງ ແລະ ຂົວ ໃນທົ່ວເມືອງວິລະບູລີ ໃຫ້ຢູ່ໃນສະພາບທີ່ແຂງແຮງ ແລະໃຊ້ງານໄດ້ຕະຫຼອດເວລາ ຮັບປະກັນໃຫ້ມີຄວາມປອດໄພ, ຄວາມສະດວກສະບາຍໃນການສັນຈອນໄປມາ ຂອງພໍ່ແມ່ປະຊາຊົນ ໃນໄລຍະລະດູຝົນນີ້,

ດັ່ງນັ້ນ ມາໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2022 ນີ້ ທ່ານຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມດ້ວຍພະນັກງານວິຊາການຈາກຫ້ອງໂຍທາທິການ ແລະຂົນສົ່ງເມືອງ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມ ການກໍ່ສ້າງຂົວຂ້າມນໍ້່າຫ້ວຍຄຽງ ຕັ້ງຢູ່ເສັ້ນທາງລະຫວ່າງບ້ານບຸ່ງຄໍາ ຫາ ບ້ານຫ້ວຍດ່າງ ເຊິ່ງຂົວແຫ່ງນີ້ ແມ່ນເປັນປະເພດຂົວຈົມ ແບບນໍ້່າລົ້ນ ສ້າງດ້ວຍເບຕົງເສີມເຫຼັກ ວາງທໍ່ໃສ່ໃຫ້ນໍ້າໄຫຼລອດຈໍານວນ 4 ຈຸດ, ມີຄວາມຍາວທັງໝົດ 26 ແມັດ, ກວ້າງ 6 ແມັດ ແລະ ສູງ 2,50 ແມັດ ມີມູນຄ່າໃນການກໍ່ສ້າງທັງໝົດ 83 ພັນໂດລາສະຫະລັດ ໂດຍແມ່ນນໍາໃຊ້ງົບປະມານ ຈາກກອງທຶນພັດທະນາທ້ອງຖິ່ນ ຂອງບໍລິສັດລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ແລະ ທຶນສົມທົບຂອງບໍລິສັດເອກະຊົນຈໍານວນໜຶ່ງ ,ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນເດືອນ ພຶດສະພາ ຜ່ານມາ ແລະ ຄາດວ່າຈະໃຫ້ສໍາເລັດໃນເດືອນມິຖຸນາ 2022 ນີ້.

ຈາກນັ້ນທ່ານ ເຈົ້າເມືອງວິລະບູລີ ພ້ອມຄະນະ ກໍ່ໄດ້ສືບຕໍ່ເດີນທາງໄປເບິ່ງການສ້ອມແປງຂົວຂ້າມນໍ້າເຊນ້ອຍ ຕັ້ງຢູ່ບ້ານນາເຕີ້ ໃນເສັ້ນທາງແຕ່ 3 ແຍກທາງເລກ 10 ບ້ານດົງບັງ ເຂົ້າຫາບ້ານທາດນາງລາວ ຂົວແຫ່ງນີ້ມີຄວາມຍາວທັງໝົດ 36 ແມັດ, ກວ້າງ 4,50 ແມັດ ເຊິ່ງວ່າການສ້ອມແປງແມ່ນຈະໄດ້ເລີກຮື້ເອົາໄມ້ຂົວເກົ່າອອກທັງໝົດ ແລ້ວປະກອບລາງເຫຼັກຂົວໃສ່ແທນ ແລະ ປູໄມ້ພື້ນຂົວໃໝ່ທັງໝົດ ມີມູນຄ່າໃນການສ້ອມແປງທັງໝົດ 29 ພັນໂດລາສະຫະລັດ ໂດຍນໍາໃຊ້ງົບປະມານຈາກກອງທຶນພັດທະນາທ້ອງຖິ່ນ ຂອງບໍລິສັດລ້ານຊ້າງມີເນໂຣນ ລິມິເຕັດ, ຄາດວ່າຈະໃຫ້ສໍາເລັດພາຍໃນ ທ້າຍເດືອນ ມິຖຸນານີ້ ແລະ ຮັບເໝົາກໍ່ສ້າງສ້ອມແປງຂົວທັງ 2 ແຫ່ງດັ່ງກ່າວ ໂດຍແມ່ນບໍລິສັດ ຈະເລີນກໍ່ສ້າງສ້ອມແປງຂົວ-ທາງ ແລະຊົນລະປະທານ ຈໍາກັດຜູ້ດຽວ.

ຂ່າວ-ພາບ: ນັກຂ່າວວິທະຍຸກະຈາຍສຽງ ສະຫວັນນະເຂດ

#Medialaos MMD  #Savannakhet Province

LEAVE A REPLY

Please enter your comment!
Please enter your name here