ສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ ໄດ້ຈັດພິທີມອບໃບອະນຸຍາດເຄື່ອນໄຫວວິຊາຊີບວິຊາຊີບປິ່ນປົວ ໃຫ້ຜູ້ປະກອບການເປັນທ່ານໝໍ,ທັນຕະແພດ,ພະຍາບານ ແລະໝໍຜະດຸງຄັນ ທີ່ເຄື່ອນໄຫວວຽກງານການປິ່ນປົວຢູ່ໃນແຂວງຫຼວງພະບາງ ໄດ້ຈັດຂຶ້ນວັນທີ 6 ມິຖຸນາ 2022 ທີ່ຫໍປະຊຸມໃຫຍ່ແຂວງຫຼວງພະບາງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານມີທ່ານ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນະສຸກ;ທ່ານ ສາດສາດາຈານ ດຣ. ປອນເມກ ດາລາລອຍ ອະດີດກໍາມະການສູນກາງພັກ, ອະດີດລັດຖະມົນຕີກະຊວງສາທາລະນະສຸກ, ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ;ທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ;ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ,ມີຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍ ອໍານວຍການໂຮງໝໍແຂວງ, ຫ້ອງການສາທາລະນະສຸກເມືອງ, ໂຮງໝໍຊຸມຊົນ ແລະໂຮງໝໍນ້ອຍ,ຕາງໜ້າຈາກຫ້ອງວ່າການແຂວງ ແລະຂະແໜງການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.

ເພື່ອເປັນການຢັ້ງຢຶນ ແລະອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວຂອງທ່ານໝໍທັນຕະແພດ, ພະຍາບານ ແລະທ່ານໝໍຜະດຸງຄັນ ທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ແຂວງ ຫຼວງພະບາງ ພ້ອມທັງແນະນໍາຄູ່ມືເອກະສານ ທີ່ ສໍາຄັນຄື ຈັນຍາບັນ, ຂອບເຂດ ແລະ ມາດຕະຖານການປະຕິບັດງານດ້ານວິຊາຊີບປິ່ນປົວ, ແນໃສ່ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງການບໍລິການສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ມາຮັບບໍລິການສຸຂະພາບ ແລະ ຜູ້ໃຫ້ການບໍລິການສຸຂະພາບ ກໍ່ຄືຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ ທັງຮັບປະກັນໄດ້ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ.

ທ່ານ ສາດສາດາຈານ ດຣ. ປອນເມກ ດາລາລອຍ ອະດີດລັດຖະມົນຕີກະຊວງສາທາລະນະສຸກ, ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກ່າວວ່າ: ໂດຍອີງຕາມກົດໝາຍວ່າດ້ວຍການປິ່ນປົວ ແລະຍຸດທະສາດວ່າດ້ວຍລະບົບການອອກໃບອະນຸຍາດປະກອບວິຊາຊີບປິ່ນປົວ ແລະການຂື້ນທະບຽນຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ ແຕ່ປີ 2016-2025 ແລະ ບົດແນະນຳການຈັດຕັ້ງປະຕິບັດການຂຶ້ນທະບຽນ ແລະ ອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໄລຍະຂ້າມຜ່ານຮອດປີ 2020 ໂດຍບໍ່ໄດ້ສອບເສັງລະດັບຊາດ ເລກທີ 0182/ສວປ, ລົງວັນທີ 11 ຕຸລາ 2019.ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຂື້ນທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໂດຍບໍ່ຜ່ານການສອບເສັງລະດັບຊາດໄດ້ຮັບຜົນດີ, ມີປະສິດທິພາບ ແລະ ປະສິດທິຜົນ. ເດືອນ ມິຖຸນາ 2020 ສະພາຄຸ້ມຄອງວິຊາຊີບປິ່ນປົວ ໄດ້ເຮັດການທົດລອງຄົ້ນຄວ້າຢັ້ງຢືນອອກໃບອະນຸຍາດ ແລະຂື້ນທະບຽນໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທີ່ເຮັດວຽກການປິ່ນປົວ ຢູ່ໂຮງໝໍເດັກ ຂັ້ນສູນກາງ, ເຊີ່ງໄດ້ຄົ້ນຄວ້າຢັ້ງຢືນການອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ໄດ້ທັງໝົດ 78 ຄົນ, ໃນນັ້ນມີ ທ່ານໝໍຊັ້ນປະລິນຍາຕຼີຂຶ້ນໄປ 47 ຄົນ, ທັນຕະແພດປລິນຍາຕຼີຂຶ້ນໄປ 4 ຄົນ ແລະ ພະຍາບານຊັ້ນສູງຂຶ້ນໄປ 27 ຄົນ.ຜ່ານການຖອດຖອນບົດຮຽນຢູ່ໂຮງໝໍເດັກຂັ້ນສູນກາງ ແລະ ສືບຕໍ່ຜັນຂະຫຍາຍຈັດຕັ້ງປະຕິບັດການອອກໃບອະນຸຍາດ ແລະຂຶ້ນທະບຽນໃຫ້ແກ່ຜູ້ປະກອບວິຊາຊີບປິ່ນປົວທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ໃນທົ່ວປະເທດໃຫ້ສຳເລັດ,ສະພາຄຸ້ມຄອງວິຊາຊີບປິ່ນປົວ ຈື່ງໄດ້ສືບຕໍ່ເຜີຍແຜ່ບົດແນະນຳເລກທີ 0182/ສວປ ແລະອອກແຈ້ງການໃຫ້ແຕ່ລະພາກສ່ວນໂຮງໝໍສູນກາງ ແລະພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ແຕ່ງຕັ້ງຄະນະສະເພາະກິດໜຶ່ງຂຶ້ນ ເພື່ອຄົ້ນຄວ້າຢັ້ງຢືນເປົ້າໝາຍຜູ້ປະກອບວິຊາຊີບປິ່ນປົວທີ່ມີເງື່ອນໄຂຈະຂຶ້ນທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ ໃຫ້ໂດຍບໍ່ຜ່ານການສອບເສັງລະດັບຊາດ ສຳລັບຜູ້ປະກອບວິຊາຊີບປິ່ນປົວ ທີ່ຈົບການສືກສາການແພດກ່ອນປີ 2020.

ສໍາລັບແຂວງ ຫຼວງພະບາງ ໄດ້ສຳເລັດການສັງລວມເປົ້າໝາຍຜູ້ປະກອບວິຊາຊີບປິ່ນປົວທີ່ມີເງື່ອນໄຂຂຶ້ນທະບຽນ ແລະອອກໃບອະນຸຍາດໃຫ້ ໂດຍບໍ່ໄດ້ສອບເສັງລະດັບຊາດພາຍໃນແຂວງ,ໄດ້ຄົ້ນຄ້ວາຕາມຂັ້ນຕອນຕ່າງໆທີ່ກຳນົດໄວ້ໃນບົດແນະນຳເລກທີ 0182/ສວປ ແລະຕາມເນື້ອໃນແຈ້ງການຂອງສະພາຄຸ້ມຄອງວິຊາຊີບປິ່ນປົວ ກ່ຽວກັບການກະກຽມຂັ້ນຕອນການຄົ້ນຄວ້າຢັ້ງຢືນການຂຶ້ນທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວ. ຜ່ານການຄົ້ນຄວ້າຢັ້ງຢືນຈາກຄະນະສະເພາະກິດຄຸ້ມຄອງວິຊາຊີບປິ່ນປົວຂອງແຂວງຫຼວງພະບາງ ແລະສົ່ງໃຫ້ຄະນະກຳມະການວິຊາຊີບປິ່ນປົວຂອງສະພາຄຸ້ມຄອງວິຊາຊີບປິ່ນປົວສືບຕໍ່ຄົ້ນຄວ້າຢັ້ງຢືນ,ຈື່ງສາມາດຄົ້ນຄ້ວາຢັ້ງຢືນ ແລະອອກໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວໃຫ້ຜູ້ປະກອບວິຊາຊີບປິ່ນປົວທີ່ເຄື່ອນໄຫວວຽກງານປິ່ນປົວຢູ່ທົ່ວແຂວງ ຫຼວງພະບາງ ໃນຊຸດທີ 1 ນີ້ ໄດ້ທັງໝົດ 398 ທ່ານ,ທ່ານໝໍ 138 ທ່ານ, ທັນຕະແພດ 22 ທ່ານ, ພະຍາບານ 184 ທ່ານ ແລະ ຜະດຸງຄັນ 54 ທ່ານ,ຜູ້ປະກອບວິຊາຊີບປິ່ນປົວທີ່ໄດ້ຮັບໃບອະນຸຍາດຄັ້ງນີ້ແມ່ນເຮັດວຽກງານປິ່ນປົວຄົນເຈັບໂດຍກົງຢູ່ທີ່ໂຮງໝໍແຂວງ, ໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ໃນທົ່ວແຂວງ ຫຼວງພະບາງ. ໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວທີ່ມອບໃຫ້ໃນມື້ນີ້ ມີອາຍຸການ 5 ປີ, ເມື່ອໄດ້ຮັບໃບອະນຸຍາດນີ້ແລ້ວ ຜູ້ປະກອບວິຊາຊີບປິ່ນປົວຈະໄດ້ເຄື່ອນໄຫວວຽກງານປິ່ນປົວຖືກຕ້ອງຕາມລະບຽບກົດໝາຍ ແລະຜູ້ປະກອບວິຊາຊີບປິ່ນປົວຈະໄດ້ສືບຕໍ່ຍົກລະດັບຄວາມຮູ້, ຄວາມສາມາດ ແລະປະສົບການປິ່ນປົວຂອງຕົນຢູ່ຕະຫຼອດເວລາ, ສະສົມຄະແນນ ແລະ ຜົນງານດ້ານການປິ່ນປົວ ຕາມຂະບວນການພັດທະນາວິຊາຊີບປິ່ນປົວຕໍ່ເນື່ອງ ຫຼື ພາສາສາກົນເອີ້ນວ່າ continuing professional development (CPD) ທີ່ທາງສະພາຄຸ້ມຄອງວິຊາຊີບປິ່ນປົວກຳນົດໄວ້ ເພື່ອເປັນເງື່ອນໄຂໃຫ້ສະພາຄຸ້ມຄອງວິຊາຊີບປິ່ນປົວໃນການຄົ້ນຄ້ວາຢັ້ງຢືນການຕໍ່ອາຍຸຂອງໃບອະນຸຍາດເຄື່ອນໄຫວວິຊາຊີບປິ່ນປົວດັ່ງກ່າວໃຫ້ໃນທຸກໆ 5 ປີ.

ຈາກນັ້ນ ກໍໄດ້ມີການມອບໃບຢັ້ງຢືນດັ່ງກ່າວນີ້ ໃຫ້ບັນດາຜູ້ປະກອບການທ່ານໝໍ,ທັນຕະແພດ ແລະຜະດຸງຄັນຢ່າງສົມກຽດ ໂດຍໃຫ້ກຽດມອບມີ: ທ່ານ ສາດສະດາຈານ ດຣ. ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ,ທ່ານ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກະຊວງສາທາລະນະສຸກ,ທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສິີຫາວົງ ອະດີດລັດຖະມົນຕີກະຊວງສາທາລະນະສຸກ,ທ່ານ ສາດສະດາຈານ ດຣ. ຈັນເພັງ ທຳມະວົງ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ,ທ່ານ ຮອງສາດສະດາຈານ ດຣ. ຈັນພົມມາ ວົງສໍາພັນ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ,ທ່ານ ດຣ. ພູທອນ ວັງກອນວິໄລ ຮອງປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ກະຊວງສາທາລະນະສຸກ.

ຂ່າວ: ເພັດສາຄອນ ສິມມະວົງ

#Medialaos MMD  (ແຫຼ່ງຂໍ້ມູນຈາກ: ນັກຂ່າວແຂວງຫຼວງພະບາງ)

LEAVE A REPLY

Please enter your comment!
Please enter your name here