ໃນຕອນເຊົ້າຂອງວັນທີ 1 ມີຖຸນາ 2022 ນີ້ເມືອງຊົນນະບູລີ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ 10 ວັນໃຫ້ເລຂາໜ່ວຍພັກບ້ານ-ນາຍບ້ານ ຢູ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຮຸ່ນທີ II, ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານ ສຸວິໄລ ຫຼວງຊະລາດ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊົນນະບູລີ, ທ່ານ ພູຄໍາ ເລນິນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ,ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ບັນດາຄູ-ອາຈານຈາກໂຮງຮຽນການເມືອງ-ການປົກຄອງແຂວງສະຫວັນນະເຂດ, ຕະຫຼອດຮອດເລຂາໜ່ວຍພັກບ້ານ-ນາຍບ້ານ 63 ບ້ານເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ປທ ໜູພອນ ຮຽມຈໍາປາຄຳ ໄດ້ຂຶ້ນຜ່ານແຜນໂຄງການຫຼັກສູດການການຝືກອົບຮົມທິດສະດີການເມືອງລະບົບ 10 ວັນ ໃຫ້ເລຂາໜ່ວຍພັກບ້ານ-ນາຍບ້ານ ຊຸດທີ 2 ປີ 2022 ຂອງເມືອງຊົນນະບູລີ ມີຈໍານວນນັກຝືກອົບຮົມທັງໝົດ 81 ຄົນ ຍິງ 2 ຄົນ, ສໍາລັບບົດຮຽນທີ່ນໍາມາສິດສອນປະກອບມີ 16 ບົດຄື: ພັດທະນາປະເທດຊາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດຢູ່ຂັ້ນບ້ານ, ສ້າງສະຕິກົດໝາຍໃຫ້ປະຊາຊົນ, ຕ້ານປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ຂັ້ນບ້ານ, ສ້າງຄວາມສາມັກຄີຢູ່ພາຍໃນບ້ານໃຫ້ໜັກແໜ້ນ,ບົດບາດຂອງພັກ ປະຊາຊົນ ປະຕິວັດລາວ, ສ້າງໜ່ວຍພັກຮາກຖານບ້ານໃຫ້ໜັກແໜ້ນເຂັ້ມແຂງທັງ 04 ດ້ານ, ຍົກສູງຄຸນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ເນື້ອໃນຄວາມຮັບຜິດຊອບຂອງພະນັກງານນໍາພາ-ຄຸ້ມຄອງຕໍ່ການປະຕິບັດໜ້າທີ່ການເມືອງຢູ່ຮາກຖານບ້ານ, ການນໍາພາຂອງໜ່ວຍພັກບ້ານຕໍ່ການສ້າງເສດຖະກິດຄອບຄົວ, ການດໍາເນີນກອງປະຊຸມໃຫຍ່ 03 ຂັ້ນ ຂອງພັກ ແລະ ວຽກງານຕິດຕາມກວດກາພັກຂອງການຈັດຕັ້ງຮາກຖານພັກບ້ານ, ວຽກງານຄຸ້ມຄອງພົນລະເມືອງ, ການພັດທະນາວຽກງານການສຶກສາ-ສາທາລະນະສຸກ ແລະ ການສ້າງຄອບຄົວຢູ່ບ້ານວັດທະນະທໍາ, ວຽກງານຍຸຕິທໍາຮາກຖານ ແລະ ການສ້າງບ້ານປອດຄະດີ, ຄວາມຮູ້ພື້ນຖານ ກ່ຽວກັບກົດໝາຍຂະແໜງກະສິກໍາ-ປ່າໄມ້, ຄຸ້ມຄອງນໍາໃຊ້ທີ່ດິນຂອງບ້ານ, ການສ້າງແຜນພັດທະນາບ້ານ, ການສ້າງບົດສະຫຼຸບ ແລະ ບົດລາຍງານການເຄື່ອນໄຫວຂອງບ້ານ, ນອກຈາກນັ້ນຍັງໄດ້ມີການຜ່ານກົດລະບຽບການຄຸ້ມຄອງຊຸດຝຶກອົບຮົມ, ໂດຍສະເພາະນັກສຳມະນາກອນ ທຸກຄົນຕ້ອງປະຕິບັດໂມງເວລາຢ່າງເຂັ້ມງວດ, ເອົາໃຈໃສ່ຖອດຖອນບົດຮຽນນຳບັນດາທ່ານ ວິທະຍາກອນ ເພື່ອເຮັດໃຫ້ການຝຶກອົບຮົມຮົມໃນຄັ້ງນີ້ເຕັມໄປດ້ວຍຜົນສຳເລັດ ແລະ ບັນລຸຕາມລະດັບຄາດໝາຍ.

ໂອກາດດຽວກັນນີ້ ທ່ານ ສຸວິໄລ ຫຼວງຊະລາດ ເຈົ້າເມືອງຊົນນະບູລີ ກໍ່ໄດ້ຂຶ້ນມີຄຳເຫັນ ແລະ ກ່າວໄຂຊຸດຝຶກອົບຮົມຢ່າງເປັນທາງການ, ພ້ອມທັງເນັ້ນໜັກໃຫ້ ວິທະຍາກອນ ຕ້ອງມີການຄັດຈ້ອນບົດຮຽນທີ່ເຫັນວ່າມີຄວາມສຳຄັນ ແລະ ເເທດເໝາະກັບສະພາບຕົວຈິ່ງຂອງທ້ອງຖິ່ນມາສອນ, ສຶກສາຄົ້ນຄ້ວາບັນດານິຕິກຳ, ລະບຽບກົດໝາຍທີ່ເຫັນວ່າມີສ່ວນກ່ຽວພັນກັບບົດຮຽນຍົກມາເປັນຂໍ້ສົມມຸດ ເພື່ອເປັນການແກ້ໄຂບັນຫາທີ່ເຄີຍພົບພໍ້ໃນແຕ່ລະທ້ອງຖິ່ນ. ພ້ອມດຽວກັນໃນພິທີທ່ານ ພູຄໍາ ເລນິນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ກໍ່ຍັງໄດ້ມອບເງີນສົດ ຈໍານວນ 1 ລ້ານກີບ ປະກອບສ່ວນເຂົ້າໃນການບໍລິຫານຊຸດອົບຮົມໃນຄັ້ງນີ້ອີກດ້ວຍ.

ພາບ-ຂ່າວ: ນັກຂ່າວ ນັກຂ່າວແຂວງສະຫວັນນະເຂດ

#Medialaos MMD  #Savannakhet Province

LEAVE A REPLY

Please enter your comment!
Please enter your name here