ໃນໂອກາດທີ່ຄະນະວິຊາການ ທີ່ນອນຢູ່ໃນຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະວິຊາການລົງເຜີຍແຜ່-ແນະນຳ ໃຫ້ວິສາຫະກິດເປົ້າໝາຍ ເຂົ້າໃນລະບົບອາກອນມູນຄ່າເພີ່ມ (ອມພ) ສະບັບເລກທີ 1073/ກງ, ລົງວັນທີ 21 ເມສາ 2022 ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ໃນລະຫວ່າງວັນທີ 6-8 ມິຖຸນາ 2022 ຄະນະດັ່ງກ່າວ ຮ່ວມກັບ ພະແນກການເງິນແຂວງຄຳມ່ວນ ກໍ່ໄດ້ຮ່ວມລົງນາມບົດບັນທຶກ ເພື່ອຈັດຕັ້ງປະຕິບັດວຽກງານຮ່ວມກັນໃນຕໍ່ໜ້າ ໂດຍມີທ່ານ ທຳມະລົດ ຣາຊະພົນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ທ່ານ ອຸດອນ ທຳມະວົງສາ ຮອງຫົວໜ້າກົມຄຸ້ມຄອງການບັນຊີ, ທ່ານ ບຸນທະນິດ ວົງມະນີວັນ ຮອງຫົວໜ້າພະແນກການເງິນແຂວງຄຳມ່ວນ, ມີພະນັກງານ-ວິຊາການຈາກຂັ້ນກະຊວງ, ຂະ ແໜງການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.

ບົດບັນທຶກດັ່ງກ່າວ ມີເນື້ອໃນສະຫຼຸບການເຄື່ອນໄຫວຈັດກອງປະຊຸມເຜີຍແຜ່-ແນະນຳ ບັນດານິຕິກຳທີ່ສຳຄັນ ເປັນຕົ້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ-ລັດຖະກອນ ຂະແໜງສ່ວຍສາອາກອນ, ຂະແໜງຄຸ້ມຄອງການບັນຊີ ໃຫ້ກາຍເປັນນັກສຳມະນາກອນທີ່ມີຄຸນນະພາບ ຮັບປະກັນໃຫ້ສາມາດເຄື່ອນໄຫວ ການຂະຫຍາຍຖານ ແລະ ການຄຸ້ມຄອງລະບົບອາກອນມູນຄ່າເພີ່ມ, ເຜີຍແຜ່-ແນະນຳ ບັນດາວິສາຫະກິດເປົ້າໝາຍເຂົ້າໃນລະບົບອາກອນມູນຄ່າເພີ່ມ ພ້ອມທັງໄດ້ເຮັດບົດບັນທຶກຮ່ວມ ແລະ ອອກໃບຢັ້ງຢືນໃຫ້ຫົວໜ່ວຍທຸລະກິດທີ່ເປັນຕົວແບບເຂົ້າໃນລະບົບອາກອນມູນຄ່າເພີ່ມ, ການກວດກາຄືນຂໍ້ມູນສະຖິຕິເປົ້າໝາຍເຂົ້າໃນລະບົບອາກອນມູນຄ່າເພີ່ມ, ການສັງລວມຂໍ້ມູນລະບົບ TaxRis ເພື່ອຕິດຕາມການປະຕິບັດການ ແຈ້ງ-ມອບ ອາກອນມູນຄ່າເພີ່ມ ຂອງບັນດາຫົວໜ່ວຍທີ່ສ່ວຍສາອາກອນປະຈຳແຂວງຄຸ້ມຄອງ.

ພ້ອມນີ້ ຄະນະວິຊາການທີ່ຖືກແຕ່ງຕັ້ງ ຕາມຂໍ້ຕົກລົງ 1073/ກງ ສະເໜີໃຫ້ຂະແໜງສ່ວຍສາອາກອນ ປະຈຳແຂວງຄຳມ່ວນ ສືບຕໍ່ຈັດຕັ້ງປະຕິບັດວຽກງານການຂະຫຍາຍຖານອາກອນມູນຄ່າເພີ່ມ ໃນຕໍ່ໜ້າຄື: ການອອກຂໍ້ຕົກລົງຂອງສ່ວຍສາອາກອນປະຈຳແຂວງ ເພື່ອແບ່ງຄວາມຮັບຜິດຊອບການຂະຫຍາຍຖານ ອາກອນມູນຄ່າເພີ່ມໃຫ້ພະນັກງານຮັບຜິດຊອບຢ່າງຂາດຕົວ ແລະ ກຳນົດເປັນຕົວຊີ້ວັດໃນການປະຕິບັດ, ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນແຂວງ ປະຊຸມ, ນຳສະເໜີຈຸດປະສົງ, ແຜນດຳເນີນງານ ແລະ ຄວາມຈຳເປັນຕໍ່ວຽກງານດັ່ງກ່າວ ເພື່ອໃຫ້ການຮ່ວມມື, ປຸກລະດົມຫົວໜ່ວຍທີ່ມີເງື່ອນໄຂ ໃຫ້ເຂົ້າລະບົບອາກອນມູນຄ່າເພີ່ມ, ສືບຕໍ່ອະນຸຍາດ ຮັບຮອງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຂອງຫົວໜ່ວຍທຸລະກິດທີ່ມີການພັດທະນາ ຫຼື ຊື້ມານຳໃຊ້ເອງ ແລະ ຮັບຮອງເອົາໃບເກັບເງິນໂດຍສຸມໃສ່ບັນດາຫົວໜ່ວຍທຸລະກິດຂະໜາດກາງ, ໃຫຍ່ ແລະ ໂຮງແຮມ, ຕິດຕັ້ງໂປຼແກຼມບັນຊີ ພິມໃບເກັບເງິນອາກອນມູນຄ່າເພີ່ມ ຫຼື ໃຫ້ຫົວໜ່ວຍເປົ້າໝາຍໂດຍສະເພາະຫົວ ໜ່ວຍທີ່ບໍ່ມີເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການຂອງຫົວໜ່ວຍທຸລະກິດ ຕາມແຈ້ງການ ຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 0959/ກງ, ປັບປຸງສະຖານະຂອງຜູ້ທີ່ເຂົ້າໃນລະບົບອາກອນມູນຄ່າເພີ່ມໃນລະບົບ TaxRis ຈາກຜູ້ເສຍມອບເໝົາ ມາຖືບັນຊີ ພ້ອມທັງໂອນຫົວໜ່ວຍຜູ້ຢູ່ໃນລະບົບອາກອນມູນຄ່າເພີ່ມ ຈາກນະຄອນ ແລະ ບັນດາເມືອງ ມາໃຫ້ແຂວງຄຸ້ມຄອງ, ປະສານສົມທົບກັບຂະແໜງຄຸ້ມຄອງການບັນຊີ ໃນການຊຸກຍູ້ຫົວໜ່ວຍວິສາຫະກິດ ຖືບັນຊີໃຫ້ຖືກຕ້ອງ ຕາມລະບຽບກົດໝາຍທີ່ກຳນົດອອກ, ໃຫ້ສ່ວຍສາອາກອນປະຈຳແຂວງ ລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດການຂະຫຍາຍຖານອາກອນມູນຄ່າເພີ່ມ ເປັນປົກກະຕິ ໃນແຕ່ລະອາທິດ ແລະ ແຕ່ລະເດືອນ ໃຫ້ກົມສ່ວຍສາອາກອນ, ກົມຄຸ້ມຄອງການບັນຊີ ແລະ ພະແນກການເງິນປະຈຳແຂວງ

ພາບ-ຂ່າວ: ນັກຂ່າວ ນັກຂ່າວແຂວງຄຳມ່ວນ

#Medialaos MMD  #Khammouan Province

LEAVE A REPLY

Please enter your comment!
Please enter your name here