ວັນທີ 31 ພຶດສະພາ 2022 ທີ່ນະຄອນຫຼວງວຽງຈັນ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊັບ ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລືລະດັບຊາດກ່ຽວກັບອະນາຄົດຂອງການສຶກສາໃນ ສປປ ລາວ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດກ່ຽວກັບການຫັນປ່ຽນການສຶກສາໂລກຂອງອົງການສະຫະປະຊາຊາດ ຊຶ່ງຈະຈັດຂຶ້ນໃນເດືອນກັນຍາ 2022. ອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ຈະດໍາເນີນການປຶກສາຫາລືຫຼາຍຂົງເຂດວຽກງານໃຫ້ຕະໜັກແໜ້ນປະ ຕິບັດຄໍາໝັ້ນສັນຍາແຫ່ງຊາດໃນການເຄື່ອນໄຫວສະໜັບສະໜູນວຽກງານຟື້ນຟູຂະແໜງການສຶກສາຈາກພະຍາດລະບາດ ແລະ ໃຫ້ການສະໜັບສະໜູນການຫັນປ່ຽນເພື່ອບັນລຸເປົ້າໝາຍພັດທະນາແບບຍືນຍົງ 4 ກ່ຽວກັບການສຶກສາທີ່ມີຄຸນນະພາບ. ກອງປະຊຸມສຸດຍອດກ່ຽວກັບການຫັນປ່ຽນການສຶກສາໂລກຂອງອົງການສະຫະປະຊາຊາດ (TES) ໄດ້ຮັບການຈັດຕັ້ງຂຶ້ນໂດຍຜ່ານໜ່ວຍວິຊາການຂະແໜງການສຶກສາ ແລະ ກິລາ (ESWG) ແບບອອນລາຍ ແລະ ແບບໜ້າເຊິ່ງ ຊຶ່ງເປັນກຽດເຂົ້າຮ່ວມໂດຍທ່ານ ປອ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຊາຣາ ເຊກເຄນ (Sara Sekkenes) ຜູ້ປະສານງານອົງການສະຫະປະຊາຊາດປະຈໍາ ສປປ ລາວ ແລະ ທ່ານ ນາງ ບີອາເຕ້ ດັດສ໌ເຕວ, ຮັກສາການຜູ້ຕາງຫນ້າອົງການຢູນິເຊັບ ປະຈໍາ ສປປ ລາວ. ທ່ານ ຜູ້ຕາງໜ້າ ຈາກສະຖານທູດອົດສະຕາລີ ແລະ ສະຫະພາບເອີລົບ, ປະທານຮ່ວມ ໜ່ວຍວິຊາການຂະແໜງການສຶກສາ ແລະ ກິລາ (ESWG) ພ້ອມດ້ວຍຄູ່ຮ່ວມພັດທະນາການສຶກສາຈາກພາກສ່ວນຕ່າງໆກໍ່ໄດ້ເປັນກຽດເຂົ້າຮ່ວມເຊັ່ນດຽວກັນ.

ທ່ານ ປອ ສີສຸກ ວົງວິຈິດ ໄດ້ຍົກໃຫ້ເຫັນວ່າ “ການສຶກສາທີ່ມີຄຸນນະພາບແມ່ນພາກສ່ວນທີ່ຕິດພັນກັບຄວາມຈະເລີນຮຸ່ງເຮືອງດ້ານເສດຖະກິດ ແລະ ສັງຄົມ ແລະ ການພັດທະຊັບສິນມະນຸດໂດຍແຍກຈາກກັນບໍ່ໄດ້. ການປຶກສາຫາລືນີ້ແມ່ນໄດ້ຈັດຕັ້ງຂຶ້ນໃນເວລາເໝາະເຈາະພໍດີ ຍ້ອນວ່າພວກເຮົາຍັງມີຄວາມຈໍາເປັນຕ້ອງໄດ້ດໍາເນີນການທົບທວນລະດັບຊາດກ່ຽວກັບວິທີການຕ່າງໆເພື່ອເຮັດແນວໃດໃຫ້ທຸກພາກສ່ວນກ່ຽວຂ້ອງສາມາດເຮັດວຽກຮ່ວມກັນເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 (COVID-19) ຕໍ່ການສຶກສາ ແລະ ເຮັດໃຫ້ລະບົບການສຶກສາຂອງພວກເຮົາກົມກືນກັບສະພາບຄວາມຕ້ອງການໆຮຽນຮູ້ຂອງສະຕະວັດທີ 21. ພວກເຮົາມີຄວາມປື້ມປິຕິເປັນຢ່າງຍິ່ງທີ່ຈະເປັນປະເທດໜຶ່ງໃນບັນດາປະເທດທໍາອິດທີ່ຈັດຕັ້ງການປຶກສາຫາລືລະດັບຊາດດັ່ງກ່າວນີ້. ຂ້າພະເຈົ້າເຊື່ອວ່າການສົນທະນາໃນມື້ນີ້ຈະຊ່ວຍບຸກເບີກການບໍລິການການສຶກສາທີ່ມີຄຸນນະພາບ ແລະ ຜົນການຮຽນຮູ້ທີ່ດີກວ່າສໍາລັບເດັກນ້ອຍ ແລະ ໄວຫນຸ່ມທຸກຄົນໃນ ສປປລາວ.”

ທ່ານ ນາງ ຊາຣາ ເຊກເຄນ, ຜູ້ປະສານງານອົງການສະຫະປະຊາຊາດປະຈຳ ສປປ ລາວ ໄດ້ກ່າວວ່າ “ດັ່ງທີ່ພວກເຮົາຮູ້ກັນວ່າ ການສຶກສາໃນທຸກມື້ນີ້ຍັງມີລັກສະນະສັບສົນຢູ່. ຍ້ອນແນວນັ້ນ, ຈຶ່ງຈໍາເປັນຕ້ອງຈັດຕັ້ງດໍາເນີນກອງປະຊຸມສຸດຍອດຂອງອົງການສະຫະປະ ຊາຊາດຂຶ້ນເພື່ອພັດທະນາວິໄສທັດ ແລະ ຄວາມໝັ້ນໝາຍຮ່ວມໃນລະດັບສູງສຸດຕໍ່ການຫັນປ່ຽນການສຶກສາ.” “ພວກເຮົາບໍ່ສາມາດປະປ່ອຍໃຫ້ນັກສຶກສາລຸ້ນນີ້ປະສົບກັບການສູນເສຍອັນຮ້າຍແຮງທາງດ້ານການຮຽນຮູ້ ແລະ ການເປັນຢູ່ທີ່ດີ. ເຖິງເວລາແລ້ວທີ່ພວກເຮົາຈະຕ້ອງຫັນປ່ຽນຈາກວິກິດການໄປສູ່ການຟື້ນຟູ; ຈາກການປະຕິບັດແບບດັ້ງເດີມໄປສູ່ການຫັນປ່ຽນຮູບແບບໃໝ່. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ລັດຖະບານ ສປປ ລາວ ທີ່ໄດ້ຈັດຕັ້ງກອງປະຊຸມປຶກສາຫາລືລະດັບຊາດຄັ້ງທຳອິດນີ້ຂຶ້ນ. ທ່ານຍັງໄດ້ກ່າວອີກວ່າ, ອົງການສະຫະປະຊາຊາດພ້ອມກັບບັນດາຄູ່ຮ່ວມງານຂອງພວກເຮົາໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນການປຶກສາຫາລືລະດັບຊາດຕື່ມອີກໃນກອງປະຊຸມສຸດຍອດທີ່ຈະມາເຖິງໃນຕໍ່ໜ້ານີ້,”

ໃນລະຫວ່າງກອງປະຊຸມປຶກສາຫາລືນີ້, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງການບັນລະບາຍຈາກຜູ້ຕາງໜ້າອົງການອຸຍນີເຊັບ (UNICEF) ແລະ ອຸຍແນັດສະໂກ (UNESCO) ກ່ຽວກັບກອງປະຊຸມສຸດຍອດທີ່ຈະມາເຖິງກ່ຽວກັບການຫັນປ່ຽນການສຶກສາ ແລະ ໄດ້ຮັບຟັງຄໍາແນະນໍາກ່ຽວກັບອົງປະກອບ 4 ດ້ານເພື່ອປຶກສາຫາລືກັນຄື: ການຟື້ນຟູການສຶກສາທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ຟື້ນຄືນພາບພົດການສຶກສາສໍາລັບສະຕະວັດທີ 21, ການສະໜອງເງິນທຶນແບບຍືນຍົງເພື່ອການສຶກສາ ແລະ ຍົກສູງລະດັບງຄວາມມຸ້ງຫວັງຂອງເປົ້າຫມາຍການສຶກສາແຫ່ງຊາດ. ບັນດາຜູ້ແທນທີ່ມາຈາກກະຊວງຕ່າງໆ, ສະພາແຫ່ງຊາດ, ຄູ່ຮ່ວມພັດທະນາ ພ້ອມທັງຜູ້ຕາງໜ້າບັນດາຄູອາຈານ ແລະ ນັກສຶກສາ ໄດ້ກຳນົດບັນດາການເຄື່ອນໄຫວນະໂຍບາຍທີ່ຕິດພັນກັບອົງປະກອບ 4 ດ້ານດັ່ງກ່າວ. ບັນດາຂໍ້ສະເໜີແນະດັ່ງກ່າວຈະໄດ້ສະທ້ອນໃຫ້ເຫັນໃນຖະແຫຼງການແຫ່ງຊາດກ່ຽວກັບການເຄື່ອນໄຫວຂອງ ສປປ ລາວ ທີ່ຈະໄດ້ນຳສະເໜີໃນກອງປະຊຸມສຸດຍອດໃນເດືອນກັນຍານີ້.

ທ່ານ ນາງ ເບດ ດາສເທນ, ຜູ້ຕາງຫນ້າອົງການອຸຍນີເຊັບປະຈໍາ ສປປ ລາວ ໄດ້ກ່າວວ່າ “ແນວຄວາມຄິດທີ່ໄດ້ແບ່ງປັນໃນມື້ນີ້ ບໍ່ພຽງແຕ່ຈະເປັນການກະຕຸ້ນຄວາມມຸ້ງມາດປາດຖະໜາ ແລະ ຈູດປະກາຍການເຄື່ອນໄຫວເພື່ອໃຫ້ເກີດການຫັນປ່ຽນຮູບການຮຽນຮູ້ໃນ ສປປ ລາວ ເທົ່ານັ້ນ, ແຕ່ການປະກອບສ່ວນຂອງພວກເຮົາຍັງຈະເປັນຂໍ້ມູນສໍາຄັນໃຫ້ແກ່ການສົນທະນາ ແລະ ຄໍາຫມັ້ນສັນຍາໃນລະດັບໂລກຕໍ່ການຫັນປ່ຽນການສຶກສາສໍາລັບເດັກນ້ອຍ ແລະ ໄວຫນຸ່ມທຸກຄົນ.” ທ່ານຍັງໄດ້ກ່າວຕື່ມອີກວ່າ, “ຜົນກະທົບຂອງພະຍາດໂຄວິດ-19 (COVID-19) ໄດ້ສ້າງຄວາມເສຍຫາຍຮ້າຍແຮງຕໍ່ການສຶກສາ ແລະ ອະນາຄົດຂອງເດັກນ້ອຍ ແລະ ໄວໜຸ່ມໂດຍບໍ່ສາມາດປະຕິເສດໄດ້ ແລະ ພວກເຮົາຫຼິງເຫັນຄ່າໃຊ້ຈ່າຍອັນໜັກໜ່ວງຈາກການຢຸດສະຫງັກການເຄື່ອນໄຫວຍ້ອນສາຍເຫດພາວະວິໄສທີ່ບໍ່ສາມາດຫຼີກລຽງໄດ້. ສະນັ້ນ, ບັນຫານີ້ຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບລວມຂອງພວກເຮົາທັງໝົດທີ່ຈະຍອມຮັບເອົາວິກິດການນີ້ມາເປັນໂອກາດ ແລະ ສ້າງວິໄສທັດໃຫມ່ທີ່ເຕັມໄປດ້ວຍພະລັງແຮງສູງເພື່ອຫັນປ່ຽນການສຶກສາ.”

ຜົນໄດ້ຮັບຂອງການປຶກສາຫາລືດັ່ງກ່າວຍັງຈະເປັນຂໍ້ມູນໃຫ້ແກ່ການເຂົ້າຮ່ວມຂອງ ສປປ ລາວ ໃນກອງປະຊຸມລັດຖະມົນຕີການສຶກສາປະຈໍາພາກພື້ນອາຊີປາຊີຟິກໃນລະຫວ່າງວັນທີ 5-7 ມິຖຸນາ 2022 ຊຶ່ງຈະໄດ້ຈັດຂຶ້ນໂດຍອົງການອຸຍແນັດສະໂກ ແລະ ອົງການອຸຍນີເຊັບ. ສະນັ້ນ, ກອງປະຊຸມປຶກສາຫາລືລະດັບສູງ ແລະ ລະດັບຊາດອາດຈະໄດ້ຈັດຕັ້ງຂຶ້ນເພື່ອເປັນຂໍ້ມູນໃຫ້ແກ່ກອງປະຊຸມກະກຽມກອງປະຊຸມສຸດຍອດທີ່ ປາຣີສ ໃນລະຫວ່າງວັນທີ 28-30 ມີຖຸນາ 2022, ແລະ ຄໍາໝັ້ນສັນຍາຂັ້ນສຸດທ້າຍລະ ດັບຊາດຂອງ ສປປ ລາວ ທີ່ຈະນໍາສະເໜີໃນກອງປະຊຸມສຸດຍອດໃນເດືອນກັນຍາ 2022 ໃນທ່າມກາງກອງປະຊຸມສະມັດຊາໃຫຍ່ສະຫະະຊາຊາດຄັ້ງທີ 77.

LEAVE A REPLY

Please enter your comment!
Please enter your name here