ວັນທີ 31 ພຶດສະພາ 2022 ກະຊວງສາທາລະນະສຸກ, ອົດສະຕຣາລີ ແລະ ອົງການ UNICEF ໄດ້ຈັດພິທີສະເຫຼີມສະຫຼອງ 1 ປີແຫ່ງການຮ່ວມມື ພາຍໃຕ້ ໂຄງການ ສັກຢາກັນພະຍາດໂຄວິດ-19 ຢູ່ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກອົດສະຕຣາລີ ແລະ ຈັດຕັ້ງປະຕິບັດໂດຍອົງການ UNICEF ແລະ ກະຊວງສາທາລະນະສຸກ. ອົດສະຕຣາລີ ໄດ້ໃຫ້ຄຳໝັ້ນສັນຍາຫຼາຍກວ່າ 22 ລ້ານໂດລາ ອົດສະຕາລີ (~16 ລ້ານໂດລາສະຫະລັດ) ໃນໄລຍະ 3 ປີ (2021-2023) ເພື່ອສະໜັບສະໜູນກະຊວງສາທາລະນະສຸກຜ່ານອົງການ UNICEF ເພື່ອຈັດຕັ້ງປະຕິບັດແຜນນຳໃຊ້ວັກຊີນແຫ່ງຊາດເພື່ອປ້ອງກັນພະຍາດໂຄວິດ-19 ຂອງລາວ. ພາກສ່ວນໜຶ່ງຂອງຄຳໝັ້ນສັນຍາດັ່ງກ່າວ, ອົດສະຕຣາລີ ໄດ້ສະໜອງທຶນຊ່ວຍເຫຼືອລ້າກວ່າ 3.8 ລ້ານໂດລາອົດສະຕາລີ ໃຫ້ແກ່ອົງການ UNICEF ເພື່ອສະໜັບສະໜູນກະຊວງສາທາລະນະສຸກ ເພື່ອຮັບປະກັນການນຳໃຊ້ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນລາວຢ່າງປອດໄພ ແລະ ມີປະສິດທິຜົນ. ການສະໜອງທຶນໃຫ້ແກ່ອົງການ UNICEF ແມ່ນສຸມໃສ່ການໜູນຊ່ວຍດ້ານວິຊາການໃຫ້ແກ່ກະຊວງເພື່ອສະໜັບສະໜູນການແນະນຳ ແລະ ນຳໃຊ້ວັກຊີນປ້ອງກັນໂຄ​ວິດ-19, ປູກຈິດສຳນຶກໃຫ້ປະຊາຊົນກ່ຽວກັບຜົນປະໂຫຍດຂອງການສັກຢາກັນພະຍາດ, ການເສີມສ້າງຄວາມອາດສາມາດຂອງແພດຫມໍ, ຊ່ວຍເຫລືອການປັບປຸງບໍລິການສຸຂະພາບ ແລະ ການເຂົ້າເຖີງວັກຊີນປ້ອງກັນພະຍາດໃຫ້ມີຄວາມສະເໝີພາບ. ບັນດາ ​ໂຄງການ​ດັ່ງກ່າວ ​ແມ່ນ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ບັນດາ​ບ້ານ​ບຸລິມະສິດ​ໃນ 148 ​ເມືອງ​ໃນ​ທົ່ວ 18 ​ແຂວງ.

ເນື່ອງໃນໂອກາດນີ້, ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕຮີ ກະຊວງສາທາລະນະສຸກ ພ້ອມດ້ວຍເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ທ່ານ ພອລ ເຄລີ ແລະ ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ທ່ານ ນາງ ເຍເລນາ ໂຊດານໂທວາ, ຕາງໜ້າອົງການຢູນີເຊັບ ສປປ ລາວ ໄດ້ໄປຢ້ຽມຢາມໂຮງຮຽນ ມສ ປາດຖະຫນາ ທີ່ນະຄອນຫຼວງວຽງຈັນ ເພື່ອຊົມການສາທິດລະບົບການໃຫ້ວັກຊີນໃນ ສປປ ລາວ. ນອກຈາກນັ້ນ, ນັກຮ້ອງລາວຍອດນິຍົມ, ທ່ານ ອາ ລູ ນາ ຖາວອນສຸກ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດອົງການ UNICEF ແຫ່ງຊາດຄົນທຳອິດປະຈຳ ສປປ ລາວ, ໄດ້ໃຫ້ກຽດສະແດງດົນຕີເພື່ອສົ່ງເສີມການສັກຢາປ້ອງກັນພະຍາດໂຄວິດ-19 ໃນງານດັ່ງກ່າວ.

“ທ່ານ ປອ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕິ ກະຊວງສາທາລະນະສຸກ ໄດ້ກ່າວວ່າ.ປະເທດອົດສະຕຣາລີ ເປັນປະເທດທີ່ໄດ້ໃຫ້ການສະໜັບສະໜູນວັກຊີນຕ້ານ ໂຄ​ວິດ-19 ຮ່ວມກັບບັນດາປະເທດອື່ນໆໃຫ້ກັບ ສປປລາວ. ກະຊວງສາທາລະນະສຸກ ຕີລາຄາສູງການຊ່ວຍເຫຼືອອັນລ້ຳຄ່າຂອງອົດສະຕຣາລີ ແລະ ອົງການ UNICEF ທີ່ໄດ້ໃຫ້ການສະໜັບສະໜູນ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ການໃຫ້ວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ ສປປ ລາວ ຢ່າງປອດໄພ ແລະ ມີປະສິດທິຜົນ,”

“ທ່ານ ພອລ ເຄລີ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ກ່າວວ່າ.ການສັກຢາວັກຊີນທີ່ປອດໄພ ແລະ ມີປະສິດທິພາບ ແມ່ນມີຄວາມສຳຄັນຕໍ່ການຢຸດຕິການແຜ່ລະບາດຂອງພະຍາດ ແລະ ສົ່ງເສີມການຟື້ນຟູເສດຖະກິດ. ​ໃນ​ຖານະ​ທີ່​ເປັນ​ເພື່ອນ​ມິດ​ທີ່​ເຂັ້ມ​ແຂງ​ຂອງ​ລາວ, ອົດ​ສະ​ຕຣາ​ລີ​ຍັງ​ໃຫ້​ຄຳ​ຫມັ້ນ​ສັນຍາ​ທີ່​ຈະ​ສະໜັບສະໜູນ​ສະຫນອງ ​ວັກ​ຊີນຕ້ານ​ໂຄ​ວິດ-19 ​ໃຫ້ກັບ ສປປລາວ. ພວກເຮົາມີຄວາມຍິນດີ ທີ່ໄດ້ຮ່ວມມືຢ່າງໃກ້ຊິດ ກັບກະຊວງສາທາລະນະສຸກ ແລະ ອົງການ UNICEF ເພື່ອຮັບມືກັບຜົນກະທົບຈາກພະຍາດໂຄວິດ-19”

ໃນຕົ້ນປີນີ້,ອົດສະຕຣາລີໄດ້ສະໜອງວັກຊີນປ້ອງກັນພະຍາດໂຄວິດ-19ຫຼາຍກວ່າ 1 ລ້ານໂດສ ເພື່ອສະໜັບ ສະໜູນ ຄວາມພະຍາຍາມຂອງລັດຖະບານໃນການເພີ່ມທະວີການຄຸ້ມຄອງວັກຊີນ,ໂດຍສະເພາະໃນກຸ່ມເປົ້າໝາຍ ລວມທັງແມ່ຍິງ, ຜູ້ສູງອາຍຸ ແລະ ຄົນພິການຢູ່ເຂດຫ່າງໄກສອກຫຼີກ.

“ທ່ານ ນາງ ເຍເລນາ ໂຊດານໂທວາ, ຕາງໜ້າອົງການຢູນີເຊັບ ສປປ ລາວ ກ່າວວ່າ .ພວກເຮົາຂໍຂອບໃຈອົດສະຕຣາລີສໍາລັບການສະຫນັບສະຫນູນອັນໃຫຍ່ຫຼວງຂອງພວກເຂົາຕໍ່ຄວາມພະຍາຍາມສັກວັກຊີນປ້ອງກັນ COVID-19 ຢ່າງຕໍ່ເນື່ອງ. UNICEF ມຸ່ງໝັ້ນທີ່ຈະເຮັດວຽກກັບລັດຖະບານ ສປປ ລາວ ແລະ ຄູ່ຮ່ວມງານຂອງພວກເຮົາ ໃນການເສີມສ້າງຄວາມອາດສາມາດໃນການສັກຢາປ້ອງກັນພະຍາດ ໂຄ​ວິດ-19 ໃນ ສປປ ລາວ, ລວມທັງການມີສ່ວນຮ່ວມຂອງຊຸມຊົນທີ່ຢູ່ອ້ອມຮອບເພື່ອປະກອບສ່ວນໃນການສັກ ວັກຊີນ ແລະ ເສີມສ້າງລະບົບການຈັດສົ່ງວັກຊີນເຫຼົ່ານັ້ນໃຫ້ແກ່ເຂົາເຈົ້າ,”

LEAVE A REPLY

Please enter your comment!
Please enter your name here