ວັນທີ 8 ມິຖຸນາ 2022 ຢູ່ເດີ່ນວັດບ້ານວັງຊຽງ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຈັດພິທີວາງສີລາລືກການກໍ່ສ້າງວັດໃໝ່ ເມືອງໂພນທອງ,ໂດຍມີສາທຸໃຫຍ່ ອ່ອນແກ້ວ ກິດຕິພັດໂທ ປະທານ ອົງການພຸດທະສາສະໜາລາວ ແຂວງຫຼວງພະບາງ, ມີຄະນະພະສົງ-ສຳມະເນນຈາກແຂວງ ພ້ອມດ້ວຍ ພະສົງ-ສຳມະເນນພາຍໃນວັດ ເຂົ້າຮ່ວມ 14 ຕົນ,ໃຫ້ກຽດເຂົ້າຮ່ວມມີທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກົມການເມືອງສູນກາງພັກ, ອາດີດຮອງນາຍຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ວມດ້ວຍຄອບຄົວ,ທ່ານ ສຸກັນບຸນຍົງ ຮອງເລຂາພັກເເຂວງ ປະທານຄະນະກຳມະການແນວລາວສ້າງຊາດ ແຂວງ,ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງ ພ້ອມດ້ວຍຄະນະນຳຂອງເມືອງ ຕະຫຼອດຮອດປະຊາຊົນ ຊາວພຸດທະສາສະນິກະຊົນ ເມືອງ ໂພນທອງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນເວລາ 6 ໂມງເຊົ້າ ໄດ້ມີການຮ່ວມກັນທຳບຸນໃສ່ບາດ ແລະ ຖວາຍວັດຖຸປັດໃຈ ແດ່ພະສົງ-ສໍາມະເນນຢູ່ວັດຫຼັງເກົ່າ, ຈາກນັ້ນກໍ່ໄດ້ພ້ອມກັນເຂົ້າຮ່ວມພິທີວາງສີລາເລີກຢູ່ເດີນວັດຫຼັງໃໝ່.

ທ່ານ ອານຸສິດ ຄັດຕິຍະລາດ ຕາງໜ້າບໍລິສັດ ອານຸສິດ ສຳຫຼວດອອກແບບ-ກໍ່ສ້າງ ກໍ່ໄດ້ລາຍງານກ່ຽວກັບການກໍ່ສ້າງວັດເມືອງໂພນທອງ ຄັ້ງນີ້ ໃນເນື້ອທີ່ປະມານ 860 ແມັດ ແລະເລີ່ມລົງມືການກໍ່ສ້າງຕັ້ງແຕ່ ວັນທີ 26 ພຶດສະພາ 2022 ເປັນຕົ້ນມາ,ປະກອບມີ ອາຣາມ 1 ຫຼັງ ແລະພະທາດ.ລວມູນຄ່າທັງໝົດແມ່ນ 1.359.748. 684 ກີບ. ຄາດວ່າຈະໃຫ້ສໍາເລັດຕົ້ນເດືອນ ກຸມພາ ປີ 2023.

ຈາກນັ້ນເຈົ້າສັດທາຫຼັກທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດຮອງນາຍຍົກລັດຖະມົນຕີ ແຫ່ງ ສປປລາວ ກໍ່ໄດ້ມີຄຳເຫັນ ເຊິ່ງທ່ານກ່າວວ່າ: ການກໍ່ສ້າງອາຣາມວັດ ແລະພະທາດຄັ້ງນີ້ ເປັນການປົກປັກຮັກສາພຸດທະສາສະໜາ,ວັດທະນະທໍາອັນດີງາມຂອງຊາດ ກໍຄືຂອງເມືອງໂພນທອງ ເພື່ອໃຫ້ເປັນບ່ອນເຕົ້າໂຮມຄວາມສາມັກຄີ ແລະທັງເປັນການສືບທອດຮີດຄອງປະເພນີອັນດີງາມ ແລະລໍ້າຄ່າຂອງຊາດລາວ ເວົ້າລວມເວົ້າສະເພາະແມ່ນຊາວເມືອງໂພນທອງ ໃຫ້ຢູ່ຄູ່ຊາວເມືອງໂພນທອງຕະຫຼອດໄປ.

ໂອກາດດັ່ງກ່າວນີ້ທ່ານ ບຸນຈັນ ປານຟອງເພັດ ເຈົ້າເມືອງໆໂພນທອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ເຈົ້າສັດທາ ແລະຜູ້ມີໃນເຫຼື້ອມໃສສັດທາ ທີ່ພ້ອມກັນ ສະໜັບສະໜູນ ແລະອະນຸລັກ ມໍລະດົກອັນລໍ້າຄ່າຄັ້ງນີ້.

ຫຼັງຈາກນັ້ນ ກໍ່ໄດ້ເຂົ້າສູ່ພິທີທາງສາດສະໜາ ໂດຍໄດ້ຮ່ວມກັນຮັບຟັງການສູດມຸງຄຸນ, ເທດສະຫຼອງ 1 ກັນ,ທັງລັ່ນຄ້ອງ 9 ບາດ ແລະພ້ອມກັນປຸກເສົາໄຊ ຮ່ວມກັນວາງສີລາລຶກ ເພື່ອເປັນສິລິມຸງຄຸນ ແລະຮັບພອນຈາກສາທຸ ອ່ອນແກ້ວ ກິດຕິພັດໂທ ປະທານ ອົງການພຸດທະສາສະໜາ ແຂວງຫຼວງພະບາງ ພ້ອມທັງຢາດນໍ້າ ເພື່ອຄວາມເປັນສີລິມຸງຄຸນແກ່ຕົນອີກດ້ວຍ.

ຂ່າວ: ນັກຂ່າວເມືອງໂພນທອງ

#Medialaos MMD  #Luangprabang Province

LEAVE A REPLY

Please enter your comment!
Please enter your name here