ມື້ສຸດທ້າຍຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 30 ທັນວາ ນີ້, ກອງປະຊຸມ ໄດ້ດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຊຶ່ງບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ພ້ອມກັນຮັບຟັງການປັບປຸງບັນດາຮ່າງມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບບົດລາຍງານ ແລະ ແຜນການ ຂອງລັດຖະບານ ແລະ ອົງການກ່ຽວຂ້ອງ ລວມທັງບົດລາຍງານ ແລະ ແຜນການຂອງສະພາແຫ່ງຊາດ ແລະ ກໍໄດ້ສຸມໃສ່ປະກອບຄຳເຫັນ. ຈາກນັ້ນ, ກໍໄດ້ມີວາລະໃຫ້ຄວາມກະຈ່າງແຈ້ງ ແລະ ສສຊ ກໍໄດ້ລົງຄະແນນສຽງຮັບຮອງບັນດາເອົາແຕ່ລະມະຕິ.

ກອງປະຊຸມ ໄດ້ມີການສະເໜີ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023. ຈາກນັ້ນ, ສສຊ ກໍໄດ້ສຸມໃສ່ປະກອບຄໍາເຫັນຕໍ່ເນື້ອໃນຮ່າງມະຕິ ຢ່າງມີຈຸດສຸມ, ກົງໄປກົງມາ, ເລິກເຊິ່ງ, ຮອບດ້ານ ແລະ ປະທານກອງປະຊຸມກໍໄດ້ສັງລວມຄໍາເຫັນ ເພື່ອໃຫ້ກອງເລຂານຸການກອງປະຊຸມຄັ້ງນີ້, ນໍາໄປປັບປຸງ ແລ້ວລາຍງານໃນພາກບ່າຍຕໍ່ກອງປະຊຸມ. ຈາກນັ້ນ, ສສຊ ກໍໄດ້ສືບຕໍ່ປະກອບຄໍາເຫັນ, ປະທານກອງປະຊຸມ ໄດ້ສັງລວມ ແລະ ສສຊ ກໍໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາມະຕິດັ່ງກ່າວ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

ກອງປະຊຸມ ຍັງໄດ້ພິຈາລະນາຮັບຮອງເອົາ ບັນດາມະຕິກອງປະຊຸມສະພາແຫ່ງຊາດ ຫຼາຍສະບັບດັ່ງນີ້: ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ຂອງອົງການກວດສອບແຫ່ງລັດ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021; ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ຂອງອົງການກວດກາແຫ່ງລັດ, ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2020; ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 ຂອງສານປະຊາຊົນສູງສຸດ; ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍາການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການເຄື່ອນໄຫວຽກງານ ປະຈໍາປີ 2023.

ນອກນີ້, ກອງປະຊຸມ ກໍຍັງໄດ້ພິຈາລະນາຮັບຮອງເອົາ ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ແຜນການ ປີ2023 ຂອງສະພາແຫ່ງຊາດ; ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025.

ບັນດາຮ່າງມະຕິກອງປະຊຸມສະພາແຫ່ງຊາດ ຂ້າງເທິງນັ້ນ ໄດ້ຖືກ ສສຊ ຮັບຮອງເອົາດ້ວຍຄະແນນສຽງເຫັນດີ ເປັນສຽງສ່ວນຫຼາຍ ໃນແຕ່ລະຮ່າງມະຕິ ຕາມລຳດັບ.

(ຂ່າວ: ສຸກສະຫວັນ, ພາບ: ແສງຈັນ)

LEAVE A REPLY

Please enter your comment!
Please enter your name here