ໃນຕອນບ່າຍວັນທີ 27 ທັນວາ 2022 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ໂດຍສະເພາະແມ່ນບັນຫາຈັນຍາບັນຈັນຍາທຳຂອງຜູ້ພິພາກສາ, ຈຳນວນບຸກຄະລາກອນ, ການປະເມີນຜົນຜູ້ພິພາກສາທີ່ເກັ່ງ, ການຕິດຕາມກວດ ກາການປະຕິບັດໜ້າທີ່ຂອງຜູ້ພິພາກສາ, ການລົງໄປເກັບກຳກວດກາຢູ່ບ່ອນເຫດການຂັດແຍ່ງການໂຕ້ຖຽງໃນທີ່ປະ ຊຸມສານ, ສານເຄື່ອນທີ່, ການປະສານງານກັບສະພາປະຊາຊົນຂັ້ນທ້ອງຖິ່ນ ກ່ຽວກັບຜົນຂອງກອງປະຊຸມຂອງ 4 ພາກສ່ວນ, ການປະສານງານລະຫວ່າງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນໃນການແກ້ໄຂຄະດີແພ່ງ, ການຍົກລະດັບຄວາມຮູ້ທາງດ້ານກົດໝາຍຂອງຜູ້ພິພາກສາ, ການປັບປຸງຂອດຂັ້ນໃນການດຳເນີນຂັ້ນຕອນພາຍໃນສານ, ການຫັນເປັນທັນສະໄໝໃນການບໍລິຫານຄຸ້ມຄອງຄະດີຢູ່ໃນລະບົບສານປະຊາຊົນ, ການພິຈາລະນາກົງຈັກການຈັດຕັ້ງຂັ້ນເມືອງ, ການຄຸ້ມຄອງຊັບທີ່ເປັນທີ່ເປັນຂອງກາງໃນໄລຍະການດຳເນີນຄະດີ, ການມອບຄ່າປັບໃໝເຂົ້າງົບປະມານແຫ່ງລັດ, ການເພີ່ມສິດອຳນາດໃຫ້ແກ່ສານເຂດໃນການພິຈາລະນາຄະດີ, ການສະຫລຸບຕີລາຄາການ ເຄື່ອນໄຫວຕາມມະຕິຂອງສະພາແຫ່ງຊາດ, ການໝູນວຽນຂອງຜູ້ພິພາກສາ, ການສອບເສັງຜູ້ພິພາກສາ, ວຽກງານສະ ຖິຕິສານ, ງົບປະມານໃນການເຄື່ອນໄຫວ ເຊິ່ງສັງລວມແລ້ວຄວາມຕ້ອງການຂອງສານເຂດ, ສານແຂວງ, ສານນະ ຄອນຫລວງ, ສານທັງສາມພາກ ແລະ ສານປະຊາຊົນສູງສຸດໃນປີ 2023 ມີຄວາມຕ້ອງການປະມານ 5,05 ຕື້ກີບ ແລະ ອື່ນໆອີກ.
ສຳລັບ ບັນຫາການມີສ່ວນຮ່ວມກ່ຽວກັບການໂຕ້ແຍ້ງ ທີ່ປະຊຸມສານຂອງຄູ່ຄວາມ, ທະນາຍຄວາມ ແລະ ພາກສ່ວນທີ່ກ່ຽວຂ້ອງ ສານປະຊາຊົນສູງສຸດ ຈະນຳເອົາຄຳຄິດຄຳເຫັນ, ທິດຊີ້ນຳເຫລົ່ານັ້ນ ນຳໄປຄົ້ນຄວ້າຊອກສາ ເຫດ ແລະ ວິທີແກ້ໄຂເປັນອັນລະອຽດແຕ່ລະບັນຫາ. ເຖິງຢ່າງໃດກໍຕາມ ຂໍມີຄຳເຫັນຊີ້ແຈງຕໍ່ຄຳຊັກຖາມຂອງບັນ ດາ ສສຊ ບາງປະເດັນດັ່ງນີ້: ເພື່ອຍົກສູງປະສິດທິພາບຂອງຄະນະສານແຕ່ລະຂັ້ນ ທີ່ມີຄວາມຮັບຜິດຊອບໃນການພິຈາລະນາຄະດີ ເຊິ່ງສານປະຊາຊົນສູງສຸດມີກົນໄກ ແລະ ມີການຕິດຕາມກວດກາຜູ້ພິພາກສາ ມາດຕາ 41 ຂອງກົດໝາຍຜູ້ພິພາກສາ ແລະ ມາດຕາ 21 ຂໍ້ 8 ຂອງກົດໝາຍວ່າດ້ວຍສານ ເພື່ອບໍ່ໃຫ້ຄະດີລົບໄປລົບມາ ຕໍບັນຫາດັ່ງກ່າວສານປະຊາຊົນສູງສຸດ ໄດ້ປະຕິບັດຕາມກົນໄກທີ່ກຳນົດໄວ້ໃນມາດຕາ 41 ຂອງກົດໝາຍວ່າດ້ວຍຜູ້ພິພາກສາ ທີ່ກຳ ນົດວ່າ ການຕິດຕາມກວດກາຜູ້ພິພາກສາ ແມ່ນການຕິດຕາມກວດກາການເຄື່ອນໄຫວການປະຕິບັດໜ້າທີ່ວິຊາການ ແລະ ການປະພຶດຂອງຜູ້ພິພາກສາ ໂດຍສານປະຊາຊົນສູງໄດ້ແຕ່ງຕັ້ງຄະນະກຳມະການຕິດຕາມກວດກາ ຂອງສານປະຊາຊົນສູງສຸດ, ສານປະຊາຊົນທ້ອງຖິ່ນ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວໃນຊຸມປີຕໍ່ໜ້າ ສານປະຊາຊົນສູງສຸດຈະໄດ້ສຸມໃສ່ມາດຕະການ ແລະ ວິທີການຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ໃນນັ້ນຈະໄດ້ທົບທວນຄືນກ່ຽວກັບກົນໄກການຕິດຕາມກວດກາພາຍໃນ ຢູ່ໃນລະບົບສານໃຫ້ມີຄວາມເຂັ້ມງວດກວ່າເກົ່າ ໂດຍສະເພາະແມ່ນການແຕ່ງຕັ້ງຄະນະຕິດຕາມກວດກາການປະພຶດ ແລະ ການປະຕິບັດໜ້າທີ່ຂອງຜູ້ພິພາກສາຢູ່ສານປະຊາຊົນສູງສຸດ, ສານປະຊາ ຊົນພາກ, ສານປະຊາຊົນແຂວງ, ນະຄອນຫລວງ ແລະ ສານປະຊາຊົນເຂດ ເພື່ອແບ່ງຂັ້ນຄຸ້ມຄອງຕິດຕາມກວດກາຜູ້ພິພາກສາໃຫ້ໄດ້ຢ່າງໃກ້ຊິດ. ພ້ອມນີ້, ຈະໄດ້ພ້ອມກັນເອົາໃຈໃສ່ກວດກາ ໂດຍສະເພາະໃຫ້ກົມກວດກາຂອງສານປະ ຊາຊົນສູງສຸດ ຕິດຕາມກວດກາການປະພຶດຂອງພະນັກງານ ສະມາຊິກພັກຂອງສານປະຊາຊົນ ຕາມການຮ້ອງທຸກຂອງປະຊາຊົນໃຫ້ແທດເຖິງ ແລະ ທັນເວລາ. ນອກນີ້, ຍັງຈະໄດ້ຍົກສູງຄວາມຮັບຜິດຊອບໃຫ້ກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ, ກວດກາການດຳເນີນ ແລະ ຕັດສິນ ພິພາກສາດຳຄະດີຂອງສານປະຊາຊົນທຸກຂັ້ນ ເພື່ອໃຫ້ສາ ມາດວິເຄາະວິໄຈ ແລະ ຄຳແນະນຳຄຸ້ມຄອງ, ປະຕິບັດໃຫ້ມັນຖືກຕ້ອງ ແລະ ມີຄວາມເປັນເອກະພາບຢ່າງທົ່ວເຖິງ.
ສຳລັບ ສາເຫດພິພາກສາປ່ຽນແປງ, ລົບລ້າງຜົນສານຂັ້ນເທິງ ຕໍ່ຄຳຕັດສິນຄຳພິພາກສາຂອງສານຂັ້ນລຸ່ມ ນັ້ນທ່ານປະທານສານຊີ້ແຈງວ່າ: ເກີດມາຈາກສາເຫດຄວາມຮູ້ຄວາມສາມາດ, ທັກສະໃນການດຳເນີນຄະດີ ຫລື ການເກັບກຳຂໍ້ມູນຫລັກຖານບໍ່ຄົບຖ້ວນຂອງຄະນະສານຂັ້ນລຸ່ມ. ພ້ອມນີ້, ກໍຍັງບໍ່ນຳເອົາບຸກຄົນທີ່ສາມເຂົ້າຮ່ວມໃນການ ດຳເນີນຄະດີ ຫລື ບໍ່ມີການໂຕ້ແຍ້ງເອົາຂໍ້ມູນຫລັກຖານທີ່ແທ້ຈິງ ຈະແຈ້ງຄົບຖ້ວນ, ຂາດຫລັກຖານ ແລະ ກົດໝາຍ ເປັນບ່ອນອີງໃນການຕັດສິນ ແລະ ພິພາກສາ ເຊິ່ງເຮັດໃຫ້ມີຄະດີຫລົບໄປຫລົບມາ. ຕໍ່ກັບບັນຫານີ້, ສານປະຊາຊົນສູງສຸດຖືເປັນວຽກບູລິມະສິດທີ່ຈະຕ້ອງໄດ້ມີການແກ້ໄຂຢ່າງຮີບດ່ວນ ແລະ ຖືເປັນວຽກຈຸດສຸມໃນປີ 2023. ອີກສາເຫດໜຶ່ງແມ່ນຍ້ອນໂຈດຈຳເລີຍ ບໍ່ໃຫ້ການຮ່ວມມືໃນການດຳເນີນຄະດີ ຍັງປິດບັງຊຸກເຊື່ອງຫລັກຖານ ແລະ ບໍ່ໃຫ້ຂໍ້ມູນຕໍ່ບຸກຄົນທີ່ສາມ.
ຂ່າວ: ມະນີທອນ
ພາບ: ເກດສະໜາ