Saturday, October 19, 2024
Homeຂ່າວພາຍໃນຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເຄື່ອນໄຫວເຮັດວຽກທີ່ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ

ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບເຄື່ອນໄຫວເຮັດວຽກທີ່ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ

ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານວິຊາສະເພາະ, ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໃນທ້າຍອາທິດທີຜ່ານມານີ້ ທີ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ, ໂດຍການຕ້ອນຮັບມີ ທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະພັກກອງບັນຊາການ, ຫົວໜ້າຫ້ອງ, ຮອງຫ້ອງອ້ອມຂ້າງກອງບັນຊາການ ປກສ ແຂວງເຂົ້າຮ່ວມ.

ໃນພິທີທ່ານ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານສະພາບລວມໂດຍຫຍໍ້, ສະເພາະແມ່ນ ການຈັດຕັ້ງປະຕິບັດ ວຽກງານປ້ອງກັນຄວາມສະຫງົບຮອບດ້ານ, ເປັນຕົ້ນແມ່ນການຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ຢູ່ພາຍໃນແຂວງ ແລະ ອື່ນໆ, ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ລາຍງານການປະຕິບັດໜ້າທີ່ວຽກງານວິຊາສະເພາະ,ແລກປ່ຽນປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ເລິກເຊິ່ງ.

ໂອກາດດຽວກັນນີ້ ທ່ານ ພົທ ກົງທອງ ພົງວິຈິດ ໄດ້ໃຫ້ທິດຊີ້ນຳ ແລະເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ວຽກງານສືກສາອົບຮົມການເມືອງນຳພາ-ແນວຄິດ,ການຝຶກຝົນຫຼໍຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ພະນັກງານນັກຮົບຢ່າງເປັນປົກກະຕິ, ພ້ອມເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ກໍ່ສ້າງກຳລັງໃຫ້ມີຄວາມຮູ້ຄວາມສາມາດ ແລະ ຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະ,ພ້ອມທັງເປັນເຈົ້້າການໃນການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ເອົາໃຈໃສ່ຊີ້ນຳ-ນຳພາ ກຳລັງວິຊາສະເພາະຢ່າງໄກ້ຊິດຕິດແທດ ໃນການຈັດຕັ້ງປະຕິບັດວ່າລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢູ່ພາຍໃນແຂວງສະຫວັນນະເຂດໃຫ້ຫຼຸດໜ້ອຍຖອຍລົງໄປເລື້ອຍໆ.

#Savannakhet#Medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments