Sunday, October 20, 2024
Homeທຸລະກິດປີນີ້ຄໍາມ່ວນມີແຜນຜະລິດເຂົ້ານາແຊງ 12.341 ເຮັກຕາ

ປີນີ້ຄໍາມ່ວນມີແຜນຜະລິດເຂົ້ານາແຊງ 12.341 ເຮັກຕາ

ຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນໃຫ້ຮູ້ວ່າ: ປີນີ້ທົ່ວແຂວງມີເນື້ອທີ່ແຜນການຜະລິດເຂົ້ານາແຊງ 12.341 ເຮັກຕາ, ຄາດຄະເນໝົດແນວເຂົ້າປູກ 987 ໂຕນ, ຄາດຄະເນຜົນຜະລິດ 67.535 ໂຕນ. ໃນນີ້ເນື້ອທີ່ຜະລິດເຂົ້າເພື່ອເປັນສະບຽງອາຫານ 4.293 ເຮັກຕາ, ຄາດຄະເນຜົນຜະລິດ 23.182 ໂຕນ; ເນື້ອທີ່ຜະລິດເຂົ້າເພື່ອເປັນສິນຄ້າ 8.048 ເຮັກຕາ, ຄາດຄະເນຜົນຜະລິດ 44.353 ໂຕນ .

ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປັດຈຸບັນສາມາດປະຕິບັດການຕົກກ້າໄດ້ 376 ໂຕນ ເທົ່າກັບ 38,10% ຂອງປະລິມານແນວພັນທັງໝົດ. ໃນນັ້ນນາຫວ່ານປະຕິບັດໄດ້ 1.082 ເຮັກຕາ ເທົ່າກັບ 8,77% ຂອງເນື້ອທີ່ແຜນການທົ່ວແຂວງ, ນາປັກດໍາປະຕິບັດໄດ້ 80 ເຮັກຕາ ເທົ່າກັບ 0,65 % ຂອງເນື້ອທີ່ແຜນການທົ່ວແຂວງ, ນາລວມປະຕິບັດໄດ້ 1.162 ເຮັກຕາ ເທົ່າກັບ 9,42 % ຂອງເນື້ອທີ່ແຜນການທົ່ວແຂວງ. ສໍາລັບເມືອງທີ່ມີເນື້ອທີ່ແຜນການຜະລິດເຂົ້ານາແຊງຫຼາຍກວ່າໝູ່ຄືເມືອງໜອງບົກ, ເຊບັ້ງໄຟ, ຍົມມະລາດ, ມະຫາໄຊ, ຫີນບູນ ແລະ ເມືອງຄູນຄໍາ ຕາມລໍາດັບ .

(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments