Saturday, October 19, 2024
Homeຂ່າວໜ້າໜຶ່ງກະຊວງປ້ອງກັນປະເທດ ໄດ້ຈັດງານພົບປະອະດີດນາຍທະຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ໂຮງຮຽນກອງທັບປະຊາຊົນຫວຽດນາມ

ກະຊວງປ້ອງກັນປະເທດ ໄດ້ຈັດງານພົບປະອະດີດນາຍທະຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ໂຮງຮຽນກອງທັບປະຊາຊົນຫວຽດນາມ

ວັນທີ 22 ທັນວາ 2022 ນີ້, ກະຊວງປ້ອງກັນປະເທດໄດ້ຈັດງານພົບປະອະດີດນາຍທະຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ ໂຮງຮຽນກອງທັບປະ ຊາຊົນຫວຽດນາມ ໃນໂອກາດ ສະເຫຼີມສະຫຼອງປີສາມັກຄີມິດຕະພາບລະຫວ່າງຫວຽດນາມ-ລາວ, ລາວ-ຫວຽດນາມ ແລະ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 78 ປີ ໃນປີ 2022 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົນໂທ ເລືອງ ດິງ ຮົ້ງ ເລຂາຄະນະພັກ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດ ສສ ຫວຽດນາມ, ສະຫາຍ ຟາມ ມິງ ຈ້ຽນ ຕາງໜ້າສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ສປປ ລາວ, ມີບັນດາສະຫາຍກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງ ຊາດ, ຄະນະນຳກະຊວງປ້ອງກັນປະເທດ, ຄະນຳບັນດາກົມໃຫຍ່, ບັນດາອະດີດການນຳກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີ, ບັນດາພະນັກງານຫຼັກແຫ່ງກະຊວງປ້ອງກັນປະເທດ, ຄູ-ອາ ຈານ, ອະດີດນັກສືກສານາຍທະຫານກອງທັບປະຊາຊົນລາວທີ່ຮຽນຈົບຈາກໂຮງຮຽນ, ວິທະຍາຄານກອງທັບປະຊາຊົນຫວຽດນາມ, ນັກທຸລະກິດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ການຈັດງານພົບປະອະດີດນັກສຶກສາທະຫານກອງທັບປະຊາຊົນລາວທີ່ຮຽນຈົບຈາກ ສສ ຫວຽດນາມ, ແມ່ນກິດຈະກໍາໜຶ່ງທີ່ສໍາຄັນ, ເປັນການປະກອບສ່ວນໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ກໍ່ແມ່ນກົງກັບວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 78 ປີ, ເຊິ່ງພັກ-ລັດຖະບານຫວຽດນາມໄດ້ຈັດຕັ້ງສະເຫຼີມສະຫຼອງວັນບຸນທີ່ສໍາຄັນຂອງຊາດ, ວັນບຸນທີ່ມີມູນເຊື້ອອົງອາດກ້າຫານ ເຊິ່ງໄດ້ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ຄັນທຸງຂອງພັກກອມມູນິດຫວຽດນາມ ແລະ ມີຜົນສຳເລັດອັນຍິ່ງໃຫຍ່ຕະຫຼອດມາ ພັກ, ລັດ, ກອງທັບ ແລະ ປະຊາຊົນລາວຈົດຈຳລ້ຳລຶກຢູ່ສະເໝີ ແລະ ຢ່າງເລິກເຊິ່ງວ່າທຸກໄຊຊະນະໃນພາລະກິດປະຕິວັດເພື່ອປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ລ້ວນແຕ່ຕິດພັນກັບຄວາມສາມັກຄີ ແລະ ການຊ່ວຍເຫຼືອລໍ້າຄ່າ, ຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ໃນພິທີທີ່ມີຄວາມໝາຍສໍາຄັນນີ້, ພວກເຮົາຍິ່ງຈົດຈໍາລໍ້າລຶກ, ຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຈາລຶກບັນດາຄຳສັ່ງສອນ ຂອງປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ທີ່ແສນເຄົາລົບຮັກ, ຜູ້ທີ່ໄດ້ກໍ່ສ້າງຮາກຖານ ແລະ ເປັນແວ່ນແຍງໃສແຈ້ງເຊິ່ງໄດ້ຮັບການເພີ່ມພູນຄູນສ້າງຈາກຮຸ່ນການນຳປະຕິວັດຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ໄດ້ກາຍເປັນມໍລະດົກອັນລ້ຳຄ່າໃຫ້ແກ່ສອງຊາດ ແລະ ສອງກອງທັບລາວ-ຫວຽດນາມ, ຫວຽດນາມ-ລາວຕະຫຼອດມາ, ສາຍພົວພັນ ແລະ ການຮ່ວມມືລະຫວ່າງຫວຽດນາມ-ລາວ ຢູ່ໃນຖ່ວງທ່າພັດທະນາອັນຈົບງາມ, ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ, ມີປະສິດທິຜົນໃນທຸກຂົງເຂດພິເສດແມ່ນໃນຂົງເຂດດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ການກໍ່ສ້າງຊັບພະຍາກອນມະນຸດ, ການຮ່ວມມືດ້ານເສດຖະກິດ ໄດ້ເພີ່ມທະວີດ້ານຄຸນນະພາບ. ພັກ, ລັດ, ກອງທັບ ແລະ ປະຊາຊົນລາວຍາມໃດກໍຖືສຳຄັນ, ໃຫ້ບູລິມະສິດສູງສຸດ ແລະ ຈະເຮັດສຸດຄວາມສາມາດພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດນັບມື້ນັບເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ສະຫາຍ ພົນໂທ ເລືອງ ດິງ ຮົ້ງ ໄດ້ຂຶ້ນກ່າວຄຳປາໄສວ່າ: ຄະນະພະນັກງານກອງທັບປະຊາຊົນຫວຽດນາມ ສຸດທີ່ມີຄວາມເບີກບານມ່ວນຊື່ນ ທີ່ໄດ້ເຂົ້າຮ່ວມງານພົບປະອາດິດນັກສຶກສາການທະຫານລາວທີ່ໄດ້ສຶກສາຮໍ່າຮຽນຢູ່ສສ ຫວຽດນາມ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍແທດເໝາະກັບຕົວຈິງ ເພື່ອແນໃສ່ລະນືກເຖິງຄວາມຮູ້ບຸນຄຸນສະແດງເຖິງນໍ້າໃຈອັັນປະເສີດຄວາມເຫັນອົກເຫັນໃຈລະຫວ່າງອາຈານ ແລະ ນັກສຶກສາ, ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຕິດພັນຢ່າງສະໜິດສະໜົມເຊິ່ງກັນ ແລະ ກັນໃນຕະຫຼອດໄລຍະປະຫວັດສາດອັນຍາວນານໃນການສ້າງສາ ແລະ ພັດທະນາປະເທດຊາດ.

ຜ່ານຜ່າສິ່ງທ້າທາຍທີ່ດຸເດືອດຂອງສົງຄາມ ແຕ່ນ້ຳໃຈມິດຕະພາບອັນສົດໃສເປັນຄູ່ຮ່ວມສູ້ຮົບ, ສາຍພົວພັນມິດຕະພາບ ຫວຽດນາມ-ລາວຍັງສະເໝີຕົ້ນສະເໝີປາຍ, ບໍລິສຸດຜຸດຜ່ອງແບບທໍາມະຊາດ, ເປັນກົດເກນຄົງຕົວ ແລະ ຫຍາຍຕົວຂອງສອງຊາດ, ສາຍພົວພັນນັ້ນໄດ້ກາຍເປັນເອກະລັກທີ່ສວຍງາມຢ່າງສະເໝີຕົ້ນສະເໝີປາຍ, ປອດໃສ “ມີໜື່ງບໍ່ມີສອງ” ໃນປະຫວັດສາດໂລກ ແລະ ແມ່ນຊັບສົມບັດອັນລໍ້າຄ່າຂອງສອງພັກ, ສອງຊາດ, ແມ່ນປັດໄຈຮັບປະກັນການຄົງຕົວ ແລະ ການຂະຫຍາຍຕົວຂອງສອງຊາດ. ພຶດຕິກໍາໄດ້ສະແດງໃຫ້ເຫັນວ່າ: ແຕ່ລະບັ້ນໄຊຊະນະໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ເອກະພາບປະເທດຊາດໃນສະໄໝກ່ອນ ກໍ່ຄືແຕ່ລະຜົນງານໃນການປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນນີ້ ຂອງສອງປະເທດລ້ວນແຕ່ມີການຕິດພັນກັບການພັດທະນາຢ່າງດີງາມຂອງສາຍພົວພັນສາມັກຄີພິເສດ ຫວຽດນາມ- ລາວ.

ບັນດາສະຫາຍນັກສຶກສາລາວທີ່ໄດ້ຮໍ່າຮຽນຢູ່ຫວຽດນາມໄດ້ ແລະ ກໍາລັງຮັບຜິດຊອບບັນດາໜ້າທີ່ສໍາຄັນໃນບັນດາອົງການນໍາພາຂອງພັກ, ລັດ, ກອງທັບປະຊາຊົນລາວ; ຫຼາຍສະຫາຍໄດ້ກາຍເປັນການນໍາຂັ້ນສູງ, ບັນດານາຍພົນ, ບັນດາຜູ້ບັນຊາດີເດັ່ນຂອງກອງທັບປະຊາຊົນປະຕິວັດລາວ, ບັນດາອະດິດນັກສຶກສາລາວໄດ້ສຶກສາຢູ່ບັນດາວິທະຍາຄານ, ໂຮງຮຽນ ຂອງກອງທັບປະຊາຊົນຫວຽດນາມໄດ້ ແລະ ກໍາລັງແມ່ນປັດໃຈສໍາຄັນປະກອບສ່ວນໃນການກໍ່ສ້າງກອງທັບປະຊາຊົນລາວ ນັບມື້ເຂັ້ມແຂງ; ພ້ອມກັນນັ້ນ ເປັນຂົວຕໍ່ກັບກອງທັບລະຫວ່າງສອງປະເທດ, ບໍ່ຢຸດຢັ້ງໃນການເພີ່ມທະວີ, ເພີ່ມພູນຄູນສ້າງໃຫ້ສາຍພົວພັນສາມັກຄີພິເສດສະເໝີຕົ້ນ, ສະເໝີປາຍ ແລະ ສາຍພົວພັນຮ່ວມສໍາພັນສູ້ຮົບຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ນັບໝັ້ນຄົງທະນົງແກ່ນ. ພ້ອມດຽວກັນນີ້ອະດີດນາຍທະຫານກອງທັບປະຊາຊົນລາວ ທີ່ຮຽນຢູ່ໂຮງຮຽນກອງທັບປະຊາຊົນຫວຽດນາມ ກໍ່ຍັງ ໄດ້ຂື້ນກ່າວແດງຄວາມຮູ້ສຶກຕໍ່ສະຖາບັນການສຶກສາ ແລະ ຄູ-ອາຈານທີ່ໄດ້ໃຫ້ການສິດສອນສົ່ງຄວາມຮູ້, ໃນນີ້ມີ ສະຫາຍ ພົນໂທ ແສງນວນ ໄຊຍະລາດ, ພົນຕີ ວົງສັກ ພັນທະວົງ, ພົນຈັດຕະວາ ສົງກາ ບຸນຄຸນ, ພົນຈັດຕະວາ ບົວສິງ ອິນທະວົງ, ພົນຈັດຕະວາ ສຸລິນພອນ ຄຳພະຈັນ ແລະ ຕາງໜ້ານັກສຶກສາ ສສ ຫວຽດນາມ ທີ່ມາສຶກສາຢູ່ມະຫາວິທະຍາໄລແຫ່ງຊາດລາວ.

ໂດຍ: ອາຫວຸ້ນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments