Saturday, October 19, 2024
Homeຂ່າວພາຍໃນລັດຖະບານລາວ ແລະ ບັນດາຄູ່ຮ່ວມມືທົບທວນຄວາມຄືບໜ້າ ແຜນຮ່ວມມື ຄັ້ງທີ 7

ລັດຖະບານລາວ ແລະ ບັນດາຄູ່ຮ່ວມມືທົບທວນຄວາມຄືບໜ້າ ແຜນຮ່ວມມື ຄັ້ງທີ 7

ໃນວັນທີ 21 ທັນວາ 2022 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງ ທຶນ ແລະ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ(UNFPA) ໄດ້ຈັດກອງປະຊຸມ ປະຈຳປີ ເພື່ອທົບທວນຄວາມຄືບໜ້າຂອງ ແຜນຮ່ວມມືຄັ້ງທີ 7 ໂດຍການເຂົ້າຮ່ວມຂອງບັນດາຄູ່ຮ່ວມຈັດຕັ້ງປະຕິ ບັດ ແລະ ບັນດາຄູ່ຮ່ວມມືແຫ່ງຊາດ. ທ່ານ ນາງ ສີສົມບູນ ອູນາວົງ ຫົວໜ້າກົມຮ່ວມມືສາກົນ, ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ໃນປີ 2023 ນີ້, ອົງການ UNFPA ແລະ ບັນດາກະຊວງຂະແໜງການ ທີ່ເປັນຄູ່ຮ່ວມງານ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງສະໜິດແໜ້ນ ໃນການຈັດຕັ້ງແຜນກິດຈະກຳ ປະຈຳປີ 2023 ໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ໂດຍສະເພາະການສຸມງົບປະມານ ໃຫ້ການຊ່ວຍເຫລືອແກ່ລັດຖະບານລາວ ກໍຄື ບັນດາກະຊວງ/ຂະແໜງການ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃຫ້ສາມາດບັນລຸໄດ້ຕາມຄາດໝາຍ ແລະ ປະກົດຜົນເປັນຈິງ. ສະນັ້ນ, ຈຶ່ງຮຽກ ຮ້ອງໃຫ້ທຸກໆພາກສ່ວນຕ້ອງເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານ ທີ່ຕິດພັນກັບກະຊວງຂະແໜງການຂອງຕົນ ເຊິ່ງແຜນງານການຮ່ວມມື ຮອບວຽນ 7 (2022-2026) ນີ້ປະກອບມີ 4 ຜົນໄດ້ຮັບຫລັກ ຄື: ສຸຂະພາບຈະເລີນພັນ, ໄວໜຸ່ມ ແລະ ເຍົາວະຊົນ, ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ, ການປ່ຽນແປງດ້ານປະຊາກອນ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບໃນຂະແໜງການ ຜູ້ຈັດຕັ້ງປະຕິບັດຕົວຈິງ ທີ່ສາມາດສູ້ຊົນປະກອບສ່ວນໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ກໍຄືການປະກອບ ສ່ວນເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030.

ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າອົງການ UNFPA ກ່າວວ່າ: ແຜນຮ່ວມມືຄັ້ງທີ 7 ໄດ້ຖອດຖອນບົດຮຽນຈາກຮອບວຽນທີ່ຜ່ານມາ ແລະ ນໍາໃຊ້ຂໍ້ມູນຈາກການສຶກສາ ດ້ານປະຊາກອນລາວ 2030 ຄຽງຄູ່ກັບການສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ XI ປີ 2021-2025, ຄໍາໝັ້ນສັນຍາແຫ່ງຊາດ ຕໍ່ກອງປະຊຸມສາກົນ ກ່ຽວກັບການພັດທະນາປະຊາກອນ ຄັ້ງທີ 25 ແລະ ຂອບການຮ່ວມມືການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ. ແຜນງານການຮ່ວມມືດັ່ງກ່າວມີເປົ້າໝາຍທີ່ຈະເລັ່ງຄວາມຄືບໜ້າຂອງການເຂົ້າເຖິງການບໍລິການ ແລະ ສິດທິທາງສຸຂະພາບທາງເພດ ແລະ ສຸຂະ ພາບຈະເລີນພັນຢ່າງຄວບຄຸມ ຜ່ານການລົງທຶນໃນການພັດທະນາ ຊັບພະຍາກອນມະນຸດ ຄື: ຊ່ວຍໃຫ້ເດັກຍິງ ແລະ ເດັກຊາຍ, ການຖືພາ ແລະ ແຕ່ງງານໃນໄວອາຍຸທີ່ເໝາະສົມ, ຊ່ວຍໃຫ້ພວກເຂົາໄດ້ຮັບທັກສະ ແລະ ຄວາມສາມາດຕ່າງໆ, ໄດ້ຜ່ານການຮຽນຫລັກສູດເພດສຶກສາ, ຮັບປະກັນວ່າທຸກໆການຖືພາແມ່ນທາງເລືອກ ແລະ ບໍ່ໃຫ້ມີແມ່ຍິງ ຫລື ເດັກຍິງ ເສຍຊີວິດຍ້ອນການເກີດລູກ; ພ້ອມນັ້ນແມ່ຍິງ ແລະ ເດັກຍິງ ຈະຕ້ອງສາມາດດຳລົງຊີວິດໄດ້ໂດຍ ປາສະຈາກການລ່ວງລະເມີດ ແລະ ຄວາມຮຸນແຮງ. ສິ່ງເຫລົ່ານີ້ລ້ວນມີຄວາມຈຳເປັນ ຕໍ່ການເຮັດໃຫ້ໄວໜຸ່ມສາມາດເຕີບໂຕ ພັດທະນາໄດ້ຢ່າງເຕັມທີ່ ແລະ ເພື່ອໃຫ້ປະເທດລາວສາມາດໝູນໃຊ້ການປັນຜົນດ້ານປະຊາກອນຢ່າງເຕັມສ່ວນ. ທ່ານ ນາງ ມາຣຽມ ຄານ ໄດ້ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບລັດຖະບານລາວ ເພື່ອບັນລຸຜົນການຫັນປ່ຽນ 3 ປະການຄື: ຫລຸດການຕາຍຂອງແມ່ທີ່ປ້ອງກັນໄດ້ໃຫ້ເປັນສູນ; ຫລຸດຄວາມຕ້ອງການວາງແຜນຄອບຄົວທີ່ບໍ່ໄດ້ຮັບການສະໜອງໃຫ້ເຫລືອສູນ ແລະ ຫລຸດການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດໃຫ້ເຫລືອສູນ ເພື່ອບໍ່ປະຖິ້ມໃຜໄວ້ຢູ່ເບື້ອງຫລັງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments