ທີມບານສົ່ງສາວກະຊວງປ້ອງກັນປະເທດ ໂຊຟອມເກັ່ງໄລ່ຕົບເອົາຊະນະ ແຂວງສະຫວັນນະເຂດ ໄປໄດ້ແບບສະບາຍ 3-0 ເຊັດ ຄວ້າຫຼຽນຄຳ ການແຂ່ງຂັນກິລາບານສົ່ງໃນຮົ່ມ ປະເພດທີມຍິງ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ. ຂະນະທີ່ຫຼຽນທອງ ຕົກເປັນຂອງ ແຂວງຊຽງຂວາງ ເຈົ້າພາບ.

ການແຂ່ງຂັນກິລາບານສົ່ງໃນຮົ່ມ ປະເພດທີມຍິງ ຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ໄດ້ມີຂຶ້ນໃນວັນທີ 21 ທັນວາ 2022 ທີ່ສະໜາມກິລາບານສົ່ງໃນຮົ່ມໄຊຊະນະ ເມືອງແປກ ແຂວງຊຽງຂວາງ, ເປັນການພົບກັນ ລະຫວ່າງ ກະຊວງປ້ອງກັນປະເທດ ແລະ ແຂວງສະຫວັນນະເຂດ. ຜ່ານການແຂ່ງຂັນ ຜົນປະກົດວ່າ ທີມບານສົ່ງສາວກະຊວງປ້ອງກັນປະເທດ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນຕໍ່ເນື່ອງໄລ່ຕົບຊະນະ ແຂວງສະຫວັນນະເຂດ ໄປໄດ້ແບບສະບາຍ 3-0 ເຊັດ 25-11, 25-23 ແລະ 25-14 ຄວ້າຫຼຽນຄຳ ໄປຄອງໄດ້ສຳເລັດ. ສ່ວນແຂວງສະຫວັນນະເຂດ ໄດ້ພຽງຫຼຽນເງິນ ແລະ ຫຼຽນທອງ ຕົກເປັນຂອງແຂວງຊຽງຂວາງ ເຈົ້າພາບ ຫຼັງໃນຮອບຊີງອັນດັບທີ 3 ເມື່ອວັນທີ 20 ທັນວາ 2022 ສາມາດເອົາຊະນະ ນັກຕົບສາວແຂວງໄຊຍະບູລີ ໄປໄດ້ 3-1 ເຊັດ 25-19, 15-25, 25-21 ແລະ 25-22 ຄະແນນ.

ສຳລັບການແຂ່ງຂັນກິລາບານສົ່ງໃນຮົ່ມທີມຍິງ-ທີມຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແມ່ນດຳເນີນການແຂ່ງຂັນລະຫວ່າງວັນທີ 16-21 ທັນວາ 2022 ໂດຍມີ 4 ທີມ ແຂວງໄຊຍະບູລີ, ແຂວງຊຽງຂວາງ ເຈົ້າພາບ, ກະຊວງປ້ອງກັນປະເທດ ແລະ ແຂວງສະຫວັນນະເຂດ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

LEAVE A REPLY

Please enter your comment!
Please enter your name here