Home ຂ່າວພາຍໃນ ຄະນະວິທະຍາສາດສັງຄົມ ມຊ ປາຖະກະຖາ ວັນຊາດ ແລະ ວັນເກີດປະທານ ໄກສອນ ພົມວິຫານ

ຄະນະວິທະຍາສາດສັງຄົມ ມຊ ປາຖະກະຖາ ວັນຊາດ ແລະ ວັນເກີດປະທານ ໄກສອນ ພົມວິຫານ

0
677

ຄະນະພັກຮາກຖານ ຄະນະວິທະຍາສາດສັງຄົມ (ມຊ) ໄດ້ຈັດປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975 – 2 ທັນວາ 2022) ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920 -13 ທັນວາ 2022) ຂຶ້ນໃນວັນທີ 20 ທັນວາ ນີ້ ທີ່ສະໂມສອນ ມຊ (ຊັ້ນ 2) ໃຫ້ກຽດປາຖະກະຖາ ໂດຍທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ເດຊານຸລາດ ແສນດວງເດດ ເລຂາພັກຮາກຖານ ຄະນະບໍດີ ຄະນະວິທະຍາສາດສັງຄົມ ເລຂາຄະນະພັກຮາກຖານ, ມີຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທົ່ວຄະນະວິທະຍາສາດສັງຄົມ ເຂົ້າຮ່ວມຮັບຟັງ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນມູນເຊື້ອທີ່ສະຫງ່າອົງອາດກ້າຫານ ໃນການຕໍ່ສູ້ຕ້ານການຮຸກຮານ ຂອງສັດຕູຈາກພາຍນອກ ໂດຍສືບທອດມູນເຊື້ອຂອງບັນພະບູລຸດດັ່ງກ່າວນັ້ນ, ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ໃນວັນທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ໃນເວທີປະຊາຄົມໂລກ; ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ.

ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ, ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງ ພັກ, ລັດ ແລະ ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ.

ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດ ໃນການນໍາພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທ່ານຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາ, ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ຄູ-ອາຈານ ແລະ ນັກສຶກສາ ຈົ່ງພ້ອມກັນ ຄົ້ນຄວ້າຮໍ່າຮຽນເອົາແບບແຜນການເຄື່ອນໄຫວນໍາພາ ແລະ ການດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ນໍາໄປປະຕິບັດ, ຖືເປັນໄມ້ຫຼາວັດແທກດ້ານຄຸນສົມບັດ, ທັງເປັນການເພີ່ມພູນຄູນສ້າງມູນເຊື້ອອັນຈົບງາມຂອງບັນພະບູລຸດ ກໍຄື ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ.

(ຂ່າວ-ພາບ: ຈິງອັ່ງ ຄໍາບານນ້ອຍ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here