ກໍາລັງຕໍາຫລວດສື່ສານກະຊວງ ປກສ ສົມທົບ ກັບ ປກສ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານສື່ສານ ໃນການຕິດຕໍ່, ພົວພັນ, ປະສານວຽກງານໃຫ້ມີຄວາມສະດວກວ່ອງໄວ ແລະ ແກ້ໄຂເຫດໃຫ້ທັນເວລາໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຫລື ຊຽງຂວາງເກມ 2022.

ທ່ານ​ ພັອ ບົວຜັນ ສີສະຫວັດ ຮອງຫົວໜ້າກົມສື່ສານ ກະຊວງ ປກສ, ທັງເປັນຄະນະຮັບຜິດຊອບວຽກງານປ້ອງກັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ​ ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 19 ທັນວາ 2022 ວ່າ: ກົມສື່ສານ ແມ່ນຮັບຜິດຊອບໜ້າທີ່ການປະກອບອຸປະກອນຕິດຕໍ່ສື່ສານເຂົ້າໃນວຽກງານປ້ອງກັນງານມະຫະກໍາກິລາຄັ້ງນີ້ ໂດຍໄດ້ກະກຽມບັນດາອຸປະກອນສື່ສານຕ່າງໆເປັນຕົ້ນ ໄດ້ກະກຽມບັນດາດ້ານກໍາລັງຈໍານວນພົນ, ອຸປະກອນສື່ສານລະບົບປ້ອງກັນຕົວເມືອງ, ໄດ້ຕິດຕັ້ງທຸກເມືອງຂອງແຂວງຊຽງຂວາງ ແລະ ແຂວງແມ່ນໄດ້ຕັ້ງສູນ; ນອກຈາກນີ້, ກໍຍັງມີລະບົບໂຟນີ ໄດ້ປະກອບເຂົ້າໃນງານຄັ້ງນີ້ ຈໍານວນ 300 ກວ່າເຄື່ອງ ພ້ອມທັງຮັບຜິດຊອບກ່ຽວກັບວຽກງານກ້ອງວົງຈອນປິດໃນທົ່ວເທດສະບານແຂວງຊຽງຂວາງ ໂດຍສະເພາະຢູ່ສະໜາມ ເປີດ-ປິດ ໄດ້ຕິດຕັ້ງເປັນລະບົບຄົບຊຸດ.

ນອກນີ້, ກໍຍັງມີອຸປະກອນສຳຮອງ, ກ້ອງວົງຈອນປິດຕິດຕັ້ງລົດເຄື່ອນທີ່, ໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ, ເຊິ່ງໄດ້ເລີ່ມແຕ່ວັນທີ 1 ທັນວາ​ ເປັນຕົ້າມາ,ຮອດປັດຈຸບັນ, ຖືວ່າວຽກງານສື່ສານມີຄວາມຮັບປະກັນ 100% ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ວຽກງານ ໂດຍສະເພາະວຽກງານປ້ອງກັນງານຄັ້ງນີ້ໃຫ້ມີຄວາມສະຫງົບ-ປອດໄພ, ພ້ອມດຽວກັນນີ້, ກໍຍັງຈະສືບຕໍ່ສຸມໃສ່ໃນການປະຈໍາການ, ຕິດຕັ້ງເສີມກ້ອງ, ອຸປະກອນສື່ສານຕ່າງໆ ເພື່ອຮັບໃຊ້ວຽກງານຄັ້ງນີ້ໃຫ້ມີຜົນສໍາເລັດຈົນຮອດມື້ປິດງານ.

LEAVE A REPLY

Please enter your comment!
Please enter your name here