ການແຂ່ງຂັນເຕະບານຊາຍ ໃນມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຊຽງຂວາງເກມ 2022 ໃກ້ຈະສຳເລັດລົງແລ້ວ, ເຊິ່ງການແຂ່ງຂັນ ໃນຮອບ 8 ທີມສຸດທ້າຍ ໃນວັນທີ 17 ທັນວາ 2022 ທີ່ໜາມກິລາໄຊຊະນະ ແລະ ສະໜາມກິລາໄຫຫີນ, ເປັນການພົບກັນ ລະຫວ່າງ ແຂວງວຽງຈັນ ກັບ ຈຳປາສັກ, ແຂວງເຊກອງ ກັບ ແຂວງຫົວພັນ, ຄຳມ່ວນ ກັບ ນະຄອນຫລວງວຽງຈັນ ແລະ ແຂວງສາລະວັນ ກັບ ແຂວງຊຽງຂວາງ, ຜົນ ການແຂ່ງຂັນ ແຂວງວຽງຈັນ, ແຂວງເຊກອງ, ນະຄອນຫລວງວຽງຈັນ ແລະ ແຂວງຊຽງຂວາງ ເຂົ້າຮອບ 4 ທີມສຸດ ທ້າຍ, ກຽມແຂ່ງຂັນກັນເພື່ອເຂົ້າຮອບຊີງຊະນະເລີດ.

ສຳລັບການແຂ່ງຂັນ ໃນຮອບ 8 ທີມສຸດທ້າຍ, ໃນວັນທີ 17 ທັນວາ ຢູ່ສະໜາມໄຊຊະນະ ຄູ່ທຳອິດ ແຂວງວຽງຈັນ ສາມາດເອົາຊະນະ ແຂວງຈຳປາສັກ ຈາກການຍິງຈຸດໂທດ 5-4 ປະຕູ, ເວລາປົກກະຕິສະເໝີກັນ 1-1, ເຮັດໃຫ້ແຂວງວຽງຈັນ ຜ່ານເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບ ແຂວງເຊກອງ, ສ່ວນການແຂ່ງຂັນ ໃນຄູ່ທີສອງ ແຂວງເຊກອງ ເຮັດຜົນງານໄດ້ດີຢ່າງຕໍ່ເນື່ອງ ສາມາດເອົາຊະນະ ແຂວງຫົວພັນ 2-1, ຈາກການຍິງປະຕູຂອງ ທ້າວ ສຸກລີຈັນ ພະສະແຫວງ ເບີ 9 ໃນນາທີ 22. ຫລັງຈາກນັ້ນ, ໃນນາທີ 24 ແຂວງຫົວພັນ ສາມາດຕີສະເໝີໄດ້ 1-1, ຈາກການຍິງປະຕູຂອງ ທ້າວ ຈິນຖົ່ງ ອິນທະບົວລີ ເບີ 8, ຈາກນັ້ນທັງສອງທີມ ກໍໄດ້ເປີດເກມບຸກໃສ່ກັນຢ່າງຕໍ່ເນື່ອງ ແຕ່ແຂວງເຊກອງ ເຮັດໄດ້ດີກວ່າ ຍິງຂຶ້ນນຳອີກ 1 ປະຕູ, ຈາກການຍິງ ຂອງ ທ້າວ ນັດຕະພອນ ບຸດດາຜົນ ໃນນາທີ 76, ຈົບການແຂ່ງຂັນ ເຊກອງ ເອົາຊະນະ ແຂວງຫົວພັນ 2-1, ຜ່ານເຂົ້າຮອບ 4 ທີມສຸດທ້າຍ, ກຽມພົບກັບ ແຂວງວຽງຈັນ.

ສຳລັບ ການແຂ່ງຂັນຢູ່ສະໜາມກິລາໄຫຫີນ ເຈົ້າພາບແຂວງຊຽງຂວາງ ເອົາຊະນະ ແຂວງສາລະວັນ ແບບວຸດວິດ 1-0, ຈາກການຍິງປະຕູ ຂອງ ທ້າວ ອາລຸນປະຊາ ກິດຕິວົງ, ໃນນາທີ 67, ເຮັດໃຫ້ແຂວງຊຽງຂວາງ ຜ່ານເຂົ້າຮອບ 4 ທີມສຸດທ້າຍ ໄປພົບກັບ ນະຄອນຫລວງວຽງຈັນ, ທີເອົາຊະນະແຂວງຄຳມ່ວນ 2-0, ຈາກການຍິງປະຕູ ຂອງ ທ້າວ ວິໄລ ກຸລັງສີ, ໃນນາທີ 82 ແລະ ໄດ້ປະຕູ ຈາກຜູ້ຫລີ້ນສຳຮອງ ທ້າວ ພູມິນ ຄຳພິວົງ ໃນນາທີ 90 ເຮັດໃຫ້ ແຂວງຄຳມ່ວນ ຕົກຮອບທັນທີ.

ສຳລັບການແຂ່ງຂັນ ຮອບ 4 ທີມສຸດທ້າຍ ຈະມີຂຶ້ນໃນວັນທີ 19 ທັນວາ ນີ້, ຄູ່ທຳອິດແຂວງວຽງຈັນ ພົບກັບ ແຂວງເຊກອງ ເວລາ 13:30 ໂມງ ແລະ ຄູ່ທີສອງ ນະຄອນຫລວງວຽງຈັນ ພົບກັບ ແຂວງຊຽງຂວາງ ເຈົ້າພາບ ເວລາ 15:45 ໂມງ ຢູ່ສະໜາມກິລາໄຫຫີນ ທັງສອງຄູ່.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

LEAVE A REPLY

Please enter your comment!
Please enter your name here