ໃນວັນທີ 15 ທັນວາ 2022 ນີ້, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຊຽງຂວາງ ເປີດງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ 5 ແຂວງພາກເໜືອ ແລະ 1 ແຂວງພາກກາງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນມະຫະກຳກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງເກມ 2022), ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ສະເຫລີມສະຫລອງໄຫຫີນ ເປັນມໍລະດົກໂລກ ແລະ ກະກຽມສົມໂພດພະເຈົ້າໃຫຍ່ອົງຫລວງປະທານພອນ ຢູ່ແຂວງຊຽງຂວາງ ເຊິ່ງງານດັ່ງກ່າວ ໄດ້ເລີ່ມມາແຕ່ວັນທີ 13 ທັນວ າແລະ ຈະດໍາເນີນໄປຈົນຮອດວັນທີ 22 ທັນວາ 2022.

ງານວາງສະແດງ ແລະ ຂາຍສິນຄ້າໂອດ໋ອບ ໃນຄັ້ງນີ້, ມີ 38 ຫ້ອງວາງສະແດງ, ມີສິນຄ້າໂອ ດ໋ອບຂອງແຂວງຊຽງຂວາງ 20 ຫົວໜ່ວຍ, 22 ລາຍການເຂົ້າຮ່ວມ, ມີມູນຄ່າ 3 ຕື້ກວ່າກີບ. ນອກນັ້ນ, ຍັງມີສິນຄ້າໂອດ໋ອບ ຂອງບາງແຂວງພາກເໜືອ ແລະ ພາກກາງ 42 ລາຍການ, ມີມູນຄ່າ 130 ລ້ານກວ່າກີບ. ນອກນີ້, ຍັງມີຜະລິດຕະພັນກະສິກຳຂອງພະແນກກະສິກຳ ແລະ ປ່າໄມ້ ແລະ ສິນຄ້າທີ່ເປັນທ່າແຮງຂອງແຂວງຊຽງຂວາງ ຈຳນວນໜຶ່ງ.

ທ່ານ ບົວວອນ ວົງປັນຍາ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ, ຫົວໜ້າຜູ້ຊີ້ນຳວຽກງານສົ່ງເສີມວິສາຫະກິດ ແລະ ການຄ້າ ໃຫ້ຮູ້ວ່າ: ການຈັດວາງສະແດງ ແລະ ຂາຍສິນຄ້າຄັ້ງນີ້, ເພື່ອສ້າງໂອກາດໃຫ້ຜູ້ຊື້ ແລະ ຜູ້ຂາຍມາພົບກັນ ເພື່ອເຈລະຈາທາງທຸລະກິດແບບຕົວຕໍ່ຕົວ ເຮັດໃຫ້ຜູ້ປະກອບການເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງການຈັດວາງສະແດງສິນຄ້າ ທີ່ຖືເປັນເຄື່ອງມືການຕະຫລາດທີ່ສຳຄັນ ສາມາດຊ່ວຍໃຫ້ພາກສ່ວນທຸລະກິດຕ່າງໆທີ່ມາວາງສະແດງນໍາສະເໜີຂາຍ ຫລື ໂຄສະນາສິນຄ້າໃຫ້ກຸ່ມລູກຄ້າຖືກເປົ້າໝາຍ, ທັງເປັນສື່ກາງທີ່ມີປະສິດທິຜົນໃນການເລີ່ມຕົ້ນ ແລະ ຮັກສາຄວາມສຳພັນ ລະຫວ່າງຜູ້ປະກອບການ ແລະ ລູກຄ້າ ເພື່ອນຳໄປສູ່ອຸດສາຫະກຳ ແລະ ທຸລະກິດຂອງຜູ້ປະກອບການມີປະສິດທິຜົນ ແລະ ເປັນຊ່ອງທາງການສື່ສານຄຸນລັກສະນະທີ່ດີໃຫ້ຜູ້ມາວາງສະແດງ. ພ້ອມນີ້, ຜູ້ມາຮ່ວມງານຍັງໄດ້ຂໍ້ມູນສິນຄ້າໃໝ່ ເພື່ອຕິດຕໍ່ສື່ສານການຊື້-ຂາຍສິນ ຄ້າໃນອະນາຄົດ ແລະ ຊ່ວຍຜູ້ປະກອບການປັບປຸງທັກສະການຂາຍ, ເປັນເງື່ອນໄຂການພັດທະນາສິນ ຄ້າໃຫ້ສາມາດສົ່ງອອກໃຫ້ນັບມື້ຂະຫຍາຍຕົວ ແລະ ເປີດໂອກາດໃຫ້ຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດ ໄດ້ແລກປ່ຽນບົດຮຽນ ກ້າວໄປເຖິງການຊື້-ຂາຍໃຫ້ກວ້າງຂວາງ, ເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ເຂົ້າທ່ຽວຊົມງານວາງສະແດງສິນຄ້າ ໃນຄັ້ງນີ້, ສ້າງເງື່ອນໄຂໃນການຊຸກຍູ້ ສົ່ງເສີມຜູ້ຜະລິດ ເພື່ອພັດທະນາສິນຄ້າ ທົດແທນການນໍາເຂົ້າເທື່ອລະກ້າວ.

ທ່ານ ບົວວອນ ວົງປັນຍາ ຍັງໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາຈົນເຖິງປັດຈຸບັນ, ພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນຕ່າງໆ ຊຸກຍູ້ສົ່ງເສີມການຜະລິດສິຄ້າ ເລີ່ມຈາກຜະລິດຂອງສະມາຊິກພາຍໃນຄອບຄົວ, ກ້າວໄປສູ່ການຜະລິດເປັນເປັນກຸ່ມ ແລະ ກ້າວໄປສູ່ຕິດກາໝາຍສິນຄ້າຕ່າງໆເຊັ່ນ: ກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ມາເຖິງປັດຈຸບັນແຂວງຊຽງຂວາງ ມີສິນຄ້າຕິດກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ທັງໝົດ 26 ຫົວໜ່ວຍ, 28 ລາຍການ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

LEAVE A REPLY

Please enter your comment!
Please enter your name here