ນາງ ໄກ່ທອງ ແກ້ວພິລາ ແລະ ນາງ ປິ່ນມະນີ ວົງສີ ສອງນັກກິລາເປຕັງ ປະເພດຄູ່ຍິງ ແຂວງສາລະວັນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫລັງໃນຮອບຊີງຊະນະເລີດ ຫລື ຮອບຊີງຫລຽນຄຳ ສາມາດບຽດເອົາຊະນະ ນັກກິລາ ຈາກແຂວງຜົ້ງສາລີ ໄປໄດ້ແບບຫວຸດຫວິດ 11-10 ຄະແນນ ຄວ້າຫລຽນຄຳ ກິລາເປຕັງປະເພດຄູ່ຍິງງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ ໄປຄອງໄດ້ສຳເລັດ.

ການແຂ່ງຂັນກິລາເປຕັງ ປະເພດຄູ່ຍິງ ຮອບຊີງຊະນະເລີດ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 15 ທັນວາ 2022 ທີ່ສະໜາມກິລາເປຕັງ ບ້ານໂງຍ ເມືອງແປກ ແຂວງຊຽງຂວາງ, ລະຫວ່າງ ແຂວງສາລະວັນ ພົບກັບ ແຂວງຜົ້ງສາລີ, ຊຶ່ງນັກກິລາແຂວງສາລະວັນ ປະກອບ ມີ ນາງ ໄກ່ທອງ ແກ້ວພິລາ ແລະ ນາງ ປິ່ນມະນີ ວົງສີ ແລະ ນັກກິລາແຂວງຜົ້ງສາລີ ປະກອບມີ ນາງ ສາວມະນີ ຕຸ້ຍ ແລະ ນາງ ແສງມະລີ ສີພະວົງ. ຜ່ານການແຂ່ງຂັນກວ່າຈະຕັດສິນໄຊຊະນະກັນໄດ້ຕ້ອງແຂ່ງກັນເຖິງ 9 ລ່ອງ,ໃນທີ່ສຸດ ຝ່າຍແຂວງສາລະວັນ ທີ່ເຂົ້າ ແລະ ຕີໄດ້ດີກວ່າ ບຽດເອົາຊະນະ ແຂວງຜົ້ງສາລີ ໄປໄດ້ແບບຫວຸດຫວິດ 11-10 ຄະແນນ ຄວ້າຫລຽນຄຳ ເປຕັງປະເພດຄູ່ຍິງມາຄອງໄດ້ສຳເລັດ. ສ່ວນແຂວງຜົ້ງສາລີ ໄດ້ຫລຽນເງິນໄປຄອງ ແລະ ຫລຽນທອງຮ່ວມ ຕົກເປັນຂອງນັກກິລາຈາກແຂວງຈຳປາສັກ ແລະ ກະຊວງປ້ອງກັນຄວາມສະຫງົບ.

ສຳລັບການແຂ່ງຂັນກິລາເປຕັງ ຈັດຂຶ້ນລະຫວ່າງວັນທີ 13-21 ທັນວາ 2022 ຊຶ່ງມີນັກກິລາ ຈາກ 21 ພາກສ່ວນເຂົ້າຮ່ວມ ໃນນັ້ນມີ 1 ນະຄອນຫລວງ, 17 ແຂວງ ແລະ 3 ກະຊວງ ຄື: ນະຄອນຫລວງວຽງຈັນ, ແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ຫລວງພະບາງ, ຫົວພັນ, ໄຊຍະບູລີ, ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື, ແຂວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ກະ ຊວງປ້ອງກັນປະເທດ ແລະ ກະຊວງສາທາລະນະສຸກ. ມີການຊີງໄຊທັງໝົດ 11 ຫລຽນຄໍາ, 11 ຫລຽນເງິນ ແລະ 22 ຫລຽນທອງ.

ຂະນະທີ່ແຂວງສາລະວັນ ແມ່ນໄດ້ສົ່ງເຂົ້າຮ່ວມແຂ່ງຂັນທັງໝົດ 11 ລາຍການ ຄື: ປະເພດດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ຄູ່ປະສົມຍິງ-ຊາຍ, ທີມຊຸດປະສົມ (1 ຍິງ 2 ຊາຍ), ທີມຊຸດປະສົມ (2 ຍິງ 1 ຊາຍ), ຊຸດຕິ້ງຍິງ-ຊາຍ ແລະ ທີມຊຸດຍິງ-ຊາຍ ພ້ອມຕັ້ງເປົ້າໄວ້ທີ່ 2 ຫລຽນຄຳ, 4 ຫລຽນເງິນ ແລະ 4 ຫລຽນທອງ.

ຂ່າວ: ແຫລ້ງຄຳ ບຸດນາໂຄກ (ສກຂ ສາລະວັນ)

LEAVE A REPLY

Please enter your comment!
Please enter your name here