ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 16 ທັນວາ 2022, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະເໜີ ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ (ສ້າງໃໝ່) ປະກອບມີ 9 ພາກ, 11 ໝວດ ແລະ 72 ມາດຕາ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຖືກຕ້ອງ, ສອດຄ່ອງກັບແນວທາງທີ່ພັກ, ລັດວາງອອກ.

ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນເຖິງ ຜົນປະໂຫຍດ ພາຍຫລັງທີ່ກົດໝາຍສະບັບນີ້ ຖືກຮັບຮອງ ແລະ ມີຜົນສັກສິດ ສປປ ລາວ ຈະມີກົດໝາຍ ທີ່ເປັນລະບົບຄົບຊຸດ, ສອດຄ່ອງ ແລະ ຮັດກຸມ ເພື່ອເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ, ຕິດຕາມ ກວດກາ ວຽກງານໜັງສືຜ່ານແດນ; ລັດຈະມີນະໂຍບາຍ ທີ່ເໝາະສົມສໍາລັບວຽກງານໜັງສືຜ່ານແດນ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີປະສິດທິພາບ ແລະ ປະສິດທິຜົນຂຶ້ນກວ່າເກົ່າ; ຈະເປັນບ່ອນອີງທາງດ້ານກົດໝາຍ ທີ່ສຳຄັນໃຫ້ແກ່ກະຊວງການຕ່າງປະເທດ, ລັດຖະບານ ເພື່ອຄຸ້ມຄອງວຽກງານໜັງສືຜ່ານແດນ; ຈະເປັນບ່ອນອີງໃນການກໍານົດ ໂຄງປະກອບການຈັດຕັ້ງທີ່ປະຕິບັດວຽກງານໜັງສືຜ່ານແດນ; ການກໍານົດຂັ້ນຕອນ ແລະ ຄຳຮ້ອງ ກໍຄື ເອກະສານປະກອບຕ່າງໆ ທີ່ລະອຽດ ຈະແຈ້ງ, ຈະເປັນບ່ອນອີງໃຫ້ບຸກຄະລາກອນ ຂອງອົງການໜັງສືຜ່ານແດນໃນການກວດກາ ແລະ ພິຈາລະນາ ອອກ, ໂຈະ ແລະ ປະຕິເສດ, ລົບລ້າງ ແລະ ຖອນຄືນ ໜັງສືຜ່ານແດນ ກໍຄື ການອໍານວຍຄວາມສະດວກ ແລະ ສາມາດຕອບສະໜອງ ໄດ້ຄວາມຮຽກຮ້ອງຕ້ອງການ ຂອງສາທາລະນະຊົນທີ່ຂໍນໍາໃຊ້ ຫລື ປ່ຽນ ໜັງສືຜ່ານແດນ; ກຳນົດໃຫ້ມີການສ້າງຖານຂໍ້ມູນໜັງສືຜ່ານແດນ ດ້ວຍລະບົບເອເລັກໂຕຣນິກ ຈະຊ່ວຍໃຫ້ການຄຸ້ມຄອງ, ນຳໃຊ້ ແລະ ປ້ອນຂໍ້ມູນ ມີຄວາມວ່ອງໄວ, ທັນສະໄໝ, ຮັບປະກັນ ແລະ ຍາວນານ; ມີກົນໄກການປະສານສົມທົບ ລະຫວ່າງ ການຈັດຕັ້ງລັດທີ່ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ກົມກຽວ ແລະ ຈະແຈ້ງ ເຊິ່ງຈະຊ່ວຍໃຫ້ວຽກງານໜັງສືຜ່ານແດນ ມີຄວາມຄ່ອງຕົວ, ມີຄຸນນະພາບ ແລະ ປະສິດທິພາບສູງຂຶ້ນກວ່າເກົ່າ; ມີການກຳນົດຄວາມຮັບຜິດຊອບຂອງຜູ້ຖືໜັງສືຜ່ານແດນ ກໍຄື ຂໍ້ຫ້າມຕ່າງໆຢ່າງຈະແຈ້ງ ເຊິ່ງຈະຊ່ວຍຫລຸດຜ່ອນການນໍາໃຊ້ ທີ່ບໍ່ຖືກຕ້ອງກັບເປົ້າໝາຍ ລວມທັງການກະທຳຜິດ ຫລື ການກໍ່ອາຊະຍາກໍາ ທີ່ກ່ຽວຂ້ອງກັບໜັງສືຜ່ານແດນ.

ນອກຈາກນີ້, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍບັບດັ່ງກ່າວ, ຈະເປັນການແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ; ຜັນຂະຫຍາຍລັດຖະທຳມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນ ກົດໝາຍ ວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ, ກົດໝາຍ ວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະ ເທດ, ກົດໝາຍ ວ່າດ້ວຍສັນຊາດລາວ ກໍຄື ການຍົກລະດັບວຽກງານໜັງສືຜ່ານແດນໃຫ້ມີຄວາມຮັບ ປະກັນ ແລະ ຫັນເປັນທັນສະໄໝ ໂດຍສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂຂອງອົງການການບິນພົນລະເຮືອນສາກົນ (ICAO) ກໍຄື ສົນທິສັນຍາທີ່ກ່ຽວຂ້ອງອື່ນ ທີ່ ສປປ ລາວ ເປັນພາຄີ ໄດ້ກຳນົດໄວ້ນັ້ນ, ຈຶ່ງມີຄວາມຈໍາເປັນພາວະວິໄສ ໃນການສ້າງກົດໝາຍສະບັບດັ່ງກ່າວ ເພື່ອກຳນົດ ຫລັກການ, ລະ ບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານໜັງສືຜ່ານແດນ ເຊິ່ງຈະເຮັດໃຫ້ການຄຸ້ມຄອງວຽກງານດັ່ງກ່າວ ລວມສູນ ແລະ ເປັນເອກະພາບ, ການປະຕິບັດວຽກງານໜັງສືຜ່ານແດນມີຄວາມຖືກຕ້ອງ, ຊັດເຈນ, ສະດວກ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດ ທິຜົນຂຶ້ນກວ່າເກົ່າ ກໍຄື ການຫັນຂະແໜງການການຕ່າງປະເທດ ໄປສູ່ການຄຸ້ມຄອງລັດດ້ວຍກົດໝາຍ ເທື່ອລະກ້າວ.

ຂ່າວ: ກິດຕາ

LEAVE A REPLY

Please enter your comment!
Please enter your name here