Monday, September 23, 2024
Homeທຸລະກິດເປີດງານສະຕາດອັບ ເຟສຕິໂວ ລາວ 2022 ສ້າງແຮງຊຸກຍູ້ ບັນດາທຸລະກິດລິເລີ່ມໃໝ່

ເປີດງານສະຕາດອັບ ເຟສຕິໂວ ລາວ 2022 ສ້າງແຮງຊຸກຍູ້ ບັນດາທຸລະກິດລິເລີ່ມໃໝ່

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະມາຄົມການຄ້າ ICT ລາວ ເປີດງານສະຕາດອັບເຟສ ຕິໂວລາວ 2022 (Lao Startup Festival 2022) ໃນວັນທີ 16 ທັນວາ 2022 ເພື່ອສ້າງແຮງກະຕຸກຊຸກຍູ້ ແລະ ເປັນເວທີໃຫ້ບັນດາທຸລະກິດສະຕາດອັບ(ທຸລະກິດລິເລີ່ມໃໝ່), ຊາວໜຸ່ມ-ນັກສຶກສາ ແລະ ບຸກຄົນທີ່ສົນໃຈເຮັດທຸລະກິດສະຕາດອັບ ໄດ້ສະແດງຜົນງານ, ການແລກປ່ຽນບົດຮຽນດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອເປັນການສ້າງເຄື່ອຂ່າຍຂອງສະຕາດອັບ ແລະ ເປັນໂອກາດອັນດີໃນການເຜີຍແຜ່ຄວາມຮູ້ ກ່ຽວກັບວຽກງານສະຕາດອັບໃຫ້ສັງຄົມໄດ້ເຂົ້າໃຈຫລາຍຂຶ້ນ.

ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ການຈັດງານ Lao Startup Festival 2022 ເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະແມ່ນວຽກສົ່ງເສີມການສ້າງສະຕາດອັບ ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ຖືເປັນກິດຈະກໍາໜຶ່ງ ທີ່ຜັນຂະ ຫຍາຍແຜນວຽກ ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ກອບນະໂຍບາຍ “ແຜນແມ່ບົດສຶກສາການຊຸກຍູ້ ແລະ ພັດທະນາທຸລະກິດລິເລີ່ມ (ສະຕາດອັບ)” ໃນໄລຍະກ້າວສູ່ເສດຖະກິດດີຈິຕອນ ທີ່ລັດຖະບານ ໄດ້ຮອງຮັບຢ່າງເປັນທາງການ ໃນກອງປະຊຸມຄະນະລັດຖະບານ ປະຈຳເດືອນສິງຫາ 2021 ຜ່ານມາ, ທັງເປັນການຜັນຂະຫຍາຍກົດໝາຍສົ່ງເສີມ ຈນກ ແລະ ແຜນພັດທະນາ ຈນກ 2021-2025 ທີ່ໄດ້ຖືກຮັບຮອງໃນປີ 2022. ນອກນີ້, ຍັງເປັນການສົ່ງເສີມວຽກງານການຄຸ້ມຄອງ ແລະ ສົ່ງເສີມທຸລະກິດສະຕາດອັບ ເພື່ອສາມາດເຂົ້າເຖິງຕະຫລາດທັງພາຍໃນ ແລະ ຕ່າງປະເທດ, ການເຜີຍແຜ່ສ້າງຈິດສຳນຶກໃຫ້ແກ່ຜູ້ປະກອບກິດຈະການ ທຸລະກິດສະຕາດອັບກ່ຽວກັບກົດໝາຍ ແລະ ລະບຽບການທາງດ້ານສະຕາດອັບ ຕິດພັນກັບການສ້າງ ແລະ ພັດທະນາຜູ້ປະກອບກິດຈະການໃໝ່ ຫລື ທຸລະກິດສະຕາດອັບ ເຊິ່ງເປັນນະໂຍບາຍຈຸດສຸມໜຶ່ງ ທີ່ນອນໃນແຜນພັດທະນາ ຈນກ 2021-2025.

ງານດັ່ງກ່າວຈະດຳເນີນໄປຮອດວັນທີ 18 ທັນວາ 2022 ປະກອບມີຫລາຍກິດຈະກຳເປັນຕົ້ນ ການວາງສະແດງຜົນງານສະຕາດອັບ ຈາກພາຍໃນ ແລະ ຕ່າງປະເທດ, ເວທີສົນທະນາ ແລະ ແລກປ່ຽນບົດຮຽນຈາກຜູ້ປະກອບກິດຈະການສະຕາດອັບ ຈາກພາຍໃນ ແລະ ຕ່າງປະເທດ, ເວທີການແຂ່ງຂັນສະຕາດອັບລາວ (Lao Startup Award) ເຊິ່ງປີນີ້ໄດ້ມີຜູ້ເຂົ້າຮ່ວມສະໝັກຈໍານວນ 50 ກວ່າຫົວໜ່ວຍ.

ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າ: ການສົ່ງເສີມ ສະຕາດອັບ ຢູ່ປະເທດເຮົາແມ່ນຍັງຢູ່ໃນໄລຍະເລີ່ມຕົ້ນ ເຊິ່ງສະພາບການສົ່ງເສີມ ແລະ ດຳເນີນທຸລະກິດ ສະຕາດອັບ ຍັງມີຂໍ້ຈຳກັດຫລາຍສົມຄວນ ໂດຍສະເພາະລະບົບນິເວດທາງທຸລະກິດ ຫລື ecosystem ຍັງມີຫລາຍອົງປະກອບທີ່ບໍ່ທັນສົມບູນ ຫລື ຍັງຂາດ ເຊັ່ນ: ລະບົບການລົງທຶນຮ່ວມ ເພື່ອເຂົ້າເຖິງແຫລ່ງທຶນ, ນິຕິກຳຄຸ້ມຄອງ ແລະ ສົ່ງເສີມສະເພາະ, ການຮ່ວມມືກັບສະຖາບັນການສຶກສາດ້ານການພັດທະນາ ແພັດຟອມ ຫລື ທຸລະກິດ, ນະໂຍບາຍດ້ານພາສີ-ອາກອນສະເພາະ ແລະ ທີ່ສຳຄັນແມ່ນຄວາມຮັບຮູ້ ແລະ ເຂົ້າໃຈຂອງສັງຄົມຕໍ່ກັບທຸລະກິດປະເພດ ສະຕາດອັບ. ຍ້ອນເຫດຜົນດັ່ງກ່າວນີ້, ຈິ່ງເຫັນວ່າການພັດທະນາທຸລະກິດປະເພດ ສະຕາດອັບ ຢູ່ບ້ານເຮົາມີຄວາມຊັກຊ້າ, ຈຳນວນຫົວໜ່ວຍທຸລະກິດ ສະຕາດອັບ ແມ່ນຍັງມີໜ້ອຍ. ເຖິງແນວໃດກໍຕາມ, ຂ້າພະເຈົ້າຍັງເຊື່ອໝັ້ນວ່າ ການສົ່ງເສີມທຸລະກິດດັ່ງກ່າວ ຢູ່ ສປປ ລາວ ຍັງມີໂອກາດໃນການພັດທະນາ ແລະ ຂະຫຍາຍຕົວໃນຕໍ່ໜ້າ.

ຂ່າວ: ມະນີທອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments