ພິທີລົງນາມບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫວ່າງກຳມາທິການເສດ ຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກັບກະຊວງ ອຸດສາຫະກຳ ແລະ ການຄ້າຈັດຂຶ້ນໃນວັນທີ 14 ທັນວາ 2022 ທີ່ສະພາແຫ່ງຊາດ ຮ່ວມລົງນາມໃນສັນຍາຄັ້ງນີ້ ລະຫວ່າງ ທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານ ລິນຄຳ ດວງສະຫວັນ ມີຄໍາເຫັນວ່າ: ບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານ ລະຫວ່າງກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະສິ່ງແວດລ້ອມ ສະພາແຫ່ງຊາດກັບກະຊວງອຸດສາຫະກຳ ແລະ ການຄ້າ ເປັນບົດບັນທຶກສະບັບທໍາອິດທີ່ສະພາແຫ່ງຊາດ ແລະ ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ລົງນາມຮ່ວມກັນເປັນລາຍລັກອັກສອນ ເຖິງວ່າໄລຍະຜ່ານມາກຳມາທິການ ແລະ ກະຊວງໄດ້ມີການພົວພັນ, ປະສານງານ ແລະ ເຮັດວຽກຮ່ວມກັນຢ່າງໃກ້ສິດມາໂດຍຕະຫຼອດ ໂດຍສະເພາະການຄົ້ນຄວ້າບັນຫາຕ່າງໆ ກ່ອນນຳເຂົ້າພິຈາລະນາໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ, ສະໄໝວິສາມັນຂອງສະພາແຫ່ງຊາດ ແຕ່ຍັງບໍ່ມີນິຕິກໍາສະເພາະທີ່ເປັນບ່ອນອີງໃນການພົວພັນປະສານງານເຊິ່ງກັນ ແລະ ກັນ.

ບົດບັນທຶກວ່າດ້ວຍການຮ່ວມມື ແລະ ການປະສານງານສະບັບນີ້ ຍັງຈະເປັນເຄື່ອງມືໜຶ່ງ ປະກອບສ່ວນຊ່ວຍໃນການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານ-ລັດຖະກອນຂອງກຳມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ມີຄວາມໃກ້ສິດ, ສະໜິດສະໜົມ ແລະ ເພີ່ມຄວາມສາມັກຄີຮັກແພງ ລະຫວ່າງສອງພາກສ່ວນໃຫ້ຫລາຍຂຶ້ນກວ່າເກົ່າ.

LEAVE A REPLY

Please enter your comment!
Please enter your name here