ງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ໄດ້ເປີດຂຶ້ນເປັນທາງການຢ່າງຍິ່ງໃຫຍ່ ຢູ່ສະໜາມກິລາໄຫຫີນ ທີ່ບ້ານຄັງໜອງຫຼວງ ເມືອງແປກ ໃນວັນທີ 13 ທັນວານີ້, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະນັກກິລາ, ລວມເຖິງມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ກ່ອນພິທີເປີດງານຢ່າງເປັນທາງການເລີ່ມຂຶ້ນ ໄດ້ມີການສະແດງບິນຂອງເຮືອບິນ LE500 ແລະ ເຮືອບິນຍັກ 13O ຕໍ່ດ້ວຍການໂດດຈ້ອງຈາກກອງທັບປະຊາຊົນລາວ, ການສະແດງສິລະປະວັນນະຄະດີຫຼາຍຮູບແບບ ເປັນຕົ້ນ ບົດຟ້ອນ, ຮ້ອງເພັງ, ຂັບລຳ ມີທັງໝົດ 11 ລາຍການ. ພ້ອມນີ້, ກໍມີການເດີນສວນສະໜາມຂອງກ້ອນກໍາລັງຕ່າງໆ ຊື່ງມີທັງໝົດ 31 ກ້ອນກຳລັງຂອງບັນດາແຂວງ/ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ. ໃນນີ້, ມີກ້ອນກຳລັງປອດຄວັນຢາສູບ, ກ້ອນກຳລັງຕ້ານສານຕ້ອງຫ້າມໃນກິລາ ແລະ ກ້ອນກຳລັງມໍລະດົກໂລກ ໄຫຫີນ.

ກ້າວເຂົ້າສູ່ພິທີທາງການ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ປະທານຈັດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ໄດ້ລາຍງານວ່າ: ງານມະຫາກໍາກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາຫຼາຍປະເພດຮ່ວມກັນ ປະກອບມີໝວດກິລາສາກົນ ແລະ ກິລາພື້ນເມືອງ ຊຶ່ງຕາມກຳນົດໄດ້ຈັດຂຶ້ນທຸກໆ 3 ປີ ໂດຍຄັດເລືອກແຂວງຜັດປ່ຽນກັນເປັນເຈົ້າພາບ ເພື່ອຊຸກຍູ້ຂະບວນການກິລາກາຍະກຳຢູ່ພາຍໃນປະເທດ ທັງເປັນການປຸກລະດົມສົ່ງເສີມມະຫາຊົນເຂົ້າຮ່ວມຢ່າງກວ້າງຂວາງ ແນໃສ່ເສີມສ້າງສຸຂະພາບ, ມິດຕະພາບ, ການພັດທະນາ, ການຮ່ວມມື ແລະ ຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ ທັງເປັນການພັດທະນາຊັບພະຍາກອນມະນຸດຂອງຊາດ, ເປັນການປຸກລະດົມຊາວໜຸ່ມ, ເຍົາວະຊົນ, ນັກຮຽນ-ນັກສຶກສາ ໃຫ້ມີສ່ວນຮ່ວມໃນຂະບວນການຫຼິ້ນກິລາ ແລະ ແຂ່ງຂັນກິລາປະເພດຕ່າງໆ ເພື່ອຫ່າງໄກສິ່ງເສບຕິດ ແລະ ປະກົດການຍໍ້ທໍ້ຕ່າງໆ ທັງເປັນການຝຶກຝົນຮ່າງກາຍ ແລະ ຈິດໃຈເບີກບານເຂັ້ມແຂງ, ກຽມພ້ອມສືບທອດມູນເຊື້ອພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທ່ານ ເຈົ້າແຂວງຍັງກ່າວວ່າ: ພາຍຫຼັງໄດ້ຮັບການມອບໝາຍຈາກພັກ-ລັດຖະບານ ໃຫ້ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ຕະຫຼອດຮອດປະຊາຊົນບັນດາເຜົ່າທົ່ວແຂວງຊຽງຂວາງ ໄດ້ມີຄວາມປິຕິຊົມຊື່ນ, ມີຄວາມກະຕືລືລົ້ນ, ເອກອ້າງທະນົງໃຈເປັນຢ່າງຍິ່ງ, ດ້ວຍຄວາມຮັບຜິດຊອບສູງ ໂດຍສຸມໃສ່ປັບປຸງກໍ່ສ້າງພື້ນຖານໂຄງລ່າງສະໜາມກິລາ, ເສັ້ນທາງ, ສະຖານທີ່ພັກຄູຝຶກ, ນັກກິລາ ແລະ ອື່ນໆ ເພື່ອກຽມຄວາມພ້ອມເປັນເຈົ້າພາບທີ່ດີຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ໃນປີ 2017 ແຕ່ເນື່ອງຈາກເກີດໄພພິບັດທໍາມະຊາດຢ່າງໜັກໜ່ວງໃນທົ່ວປະເທດ ໂດຍສະເພາະແມ່ນ 3 ແຂວງພາກໃຕ້ ຈຶ່ງໄດ້ເລື່ອນມາໃສ່ປີ 2020 ແຕ່ເກີດການລະບາດຂອງພະຍາດໂຄວິດ -19 ຈຶ່ງໄດ້ສືບຕໍ່ເລື່ອນມາໃນປີ 2022 ນີ້. ຜ່ານຂະບວນການກະກຽມໃນແຕ່ລະໄລຍະເຖິງແມ່ນວ່າພວກເຮົາຈະພົບກັບຄວາມຫຍຸ້ງຍາກນາໆ ປະການ, ແຕ່ດ້ວຍຄວາມພະຍາຍາມສູ້ຊົນບຸກບືນຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ຄວາມເປັນເຈົ້າການຂອງປະຊາຊົນບັນດາເຜົ່າຊາວຊຽງຂວາງ, ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງພັກ, ລັດຖະບານ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກທຸກພາກສ່ວນ ພວກເຮົາຈຶ່ງສາມາດຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ນີ້ຂຶ້ນໄດ້ຢ່າງເປັນທາງການ ຊຶ່ງການຈັດພິທີເປີດໃນມື້ນີ້ ກໍກົງກັບວັນຄ້າຍວັນເກີດຂອງຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 102 ປີ (13/12/1920-13/12/2022) ກໍຄື ປະທານ ໄກສອນ ພົມວິຫານ.

ໃນພິທີທີ່ມີຄວາມໝາຍສຳຄັນນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການ ວ່າ: ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ຈັດຂຶ້ນຢູຸ່ແຂວງຊຽງຂວາງ ວິລະຊົນ ໄດ້ມີຄວາມພ້ອມຢ່າງຮອບດ້ານ ຄົບຖ້ວນສົມບູນແລ້ວ. ຂ້າພະເຈົ້າ ຂໍອວຍພອນໃຫ້ບັນດາທ່ານ ລວມທັງນັກກິລາທຸກໆຄົນ ຈົ່ງໂຊກດີ ມິໄຊ. ໃນໂອກາດອັນເປັນເລີກງາມຍາມດີ ແລະ ເປັນສິລິມົງຄຸນນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ປວງຊົນລາວທຸກທົ່ວໜ້າ, ຂໍປະກາດ ເປີດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການ ນັບແຕ່ວິນາທີນີ້ເປັນຕົ້ນໄປ. ຊົມເຊີຍ, ຊົມເຊີຍ, ຊົມເຊີຍ….

ຈາກນັ້ນ, ນັກກິລາແລ່ນທວນໄຟ ໄດ້ເຂົ້າສູ່ສະໜາມ ເພື່ອຈຸດອ່າງໄຟເປີດການແຂ່ງຂັນຢ່າງເປັນທາງການ, ຕໍ່ດ້ວຍການກ່າວປະຕິຍານຂອງຕາງໜ້າກຳມະການຕັດສິນ ແລະ ຕາງໜ້ານັກກິລາ ກໍໄດ້ກ່າວປະຕິຍານ.

ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ນີ້ ແຂ່ງຂັນທັງໝົດ 25 ປະເພດກິລາຄື: ຍິງປືນ, ລອຍນໍ້າ, ບານບ້ວງ, ເທຄວັນໂດ, ໝາກແລ້, ຍິງທະນູ, ໜ້າເກັກ, ແລ່ນ-ລານ, ມວຍສາກົນ, ໝາກເສິກ, ປັນຈັກສີລັດ, ມວຍປໍ້າ, ຄາຣາເຕໂດ, ກະຕໍ້-ຊິນລອນ, ບານເຕະ, ໝາກຂ່າງ, ເປຕັງ, ກັອຟ, ດອກປີກໄກ່, ເຕັນນິສ, ລົດຖີບ, ປິງປ໋ອງ, ມວຍລາວ, ຢູໂດ ແລະ ວູຊູ ແລະ ມີນັກກິລາ 3.093 ຄົນຈາກ 17 ແຂວງ, 1 ນະຄອນຫຼວງ ແລະ 4 ກະຊວງເປັນຕົ້ນ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກະຊວງສາທາລະນະສຸກ ເຂົ້າຮ່ວມຊີງຫຼຽນທັງໝົດ 2.598 ຫຼຽນ. ສຳລັບບາງປະເພດກິລາ ໄດ້ແຂ່ງຂັນມາແຕ່ວັນທີ 14 ພະຈິກ 2022 ຢູ່ນະຄອນຫຼວງວຽງຈັນຄື: ກິລາລອຍນ້ຳ ແລະ ກິລາຍິງປືນ; ສ່ວນຢູ່ແຂວງຊຽງຂວາງ ໄດ້ເລີ່ມມາແຕ່ວັນທີ 1 ທັນວາ 2022 ແລະ ມາຮອດວັນທີ 13 ທັນວາ 2022 ມີ 11 ປະເພດກິລາແຂ່ງສໍາເລັດແລ້ວ ຄື: ກິລາລອຍນໍ້າ, ແລ່ນ-ລານ, ເທຄັວນໂດ, ມວຍປໍ້າ, ຍິງທະນູ-ຍິງໜ້າເກັກ, ຄາຣາເຕໂດ, ໝາກເສິກ, ບານບ້ວງ, ປັນຈັກສີລັດ, ມວຍສາກົນ ແລະ ໝາກແລ້. ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ນີ້, ຈະດຳເນີນໄປຈົນຮອດວັນທີ 22 ທັນວາ 2022 ຈຶ່ງຈະສໍາເລັດ ແລະ ຈະໄດ້ມີພິທີປິດຢ່າງເປັນທາງການ.

LEAVE A REPLY

Please enter your comment!
Please enter your name here