Sunday, September 22, 2024
Homeຂ່າວການເມືອງປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ

ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ

ປະທານ ໄກສອນ ພົມວິຫານ ບໍ່ເຄີຍເປັນຄົນນ້ໍາເຕັມແກ້ວ ຄືຄົນຈໍານວນໜຶ່ງທີ່ມັກເວົ້າແຕ່ວ່າຮູ້ ໝົດແລ້ວ ແຕ່ສຸດທ້າຍແລ້ວ ກໍເປັນພຽງນໍ້າເຕົ້າເປົ່າ ເຮັດຫຍັງບໍ່ເປັນ. ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນ ບຸລິມະສິດໃນການພັດທະນາ ຕົວຢ່າງເຊັ່ນ: ພໍແຕ່ປະເທດຊາດໄດ້ຮັບການປົດປ່ອຍ ປະທານກໍຮີບຮ້ອນປັບປຸງລະບົບການສຶກສາແບບເກົ່າ ທີ່ໃຊ້ພາສາຕ່າງປະເທດ ຫັນມາສູ່ລະບົບການສຶກສາແບບໃໝ່ ໂດຍເອົາພາສາລາວເປັນພາສາກາງ ແລະ ໃຊ້ພາສາລາວເຂົ້າໃນການສິດສອນໃນທຸກຊັ້ນຮຽນ ຈຶ່ງເຮັດໃຫ້ລາວມີພາສາແມ່ທີ່ງົດງາມຄືດວງມາລາເປັນຂອງຕົນເອງ ແລະ ເອກອ້າງທະນົງໃຈ, ເພາະມີຫຼາຍປະເທດ ທີ່ບໍ່ມີພາສາຂຽນເປັນຂອງຕົນເອງ, ປະທານປຸກລະດົມເພື່ອ ລຶບລ້າງການກືກໜັງສື ແລະ ໃນປີ 1978 ປະທານ ໄກສອນ ພົມວິຫານ ຊີ້ນໍາວ່າ “ນໍາເອົາວຽກງານການສຶກສາໄປກ່ອນກ້າວໜຶ່ງ, ຂະຫຍາຍການສຶກສາຢ່າງແຂງແຮງໃນດ້ານປະລິມານ ແລະ ຕັ້ງໜ້າຍົກຄຸນນະພາບຂອງການສຶກສາໃຫ້ສູງຂຶ້ນ… ຄົນແມ່ນປັດໄຈຕັດສິນນໍ້າເບີໜຶ່ງ…ຍຸດທະສາດການສຶກສາແມ່ນເປັນໃຈກາງຂອງຍຸດທະສາດກ່ຽວກັບຄົນ. ໜ້າທີ່ ຂອງການສຶກສາປະເທດເຮົາ ແມ່ນສ້າງເຫງົ້າພະລັງແຮງ ແຫ່ງຄວາມບົ່ມຊ້ອນດ້ານສະຕິປັນຍາ, ຂະຫຍາຍຄຸນຄ່າ ດ້ານຈິດໃຈ ແລະ ວັດຖຸໃຫ້ແກ່ສັງຄົມ, ເສດຖະກິດ ແລະ ການປ້ອງກັນຊາດ… ຢາກຍົກຄຸນນະພາບຂອງການສຶກສາ ກ່ອນອື່ນໝົດຕ້ອງມີຄູທີ່ດີ, ຄູທີ່ດີຕ້ອງມີຄວາມສາມາດ…

ປະທານ ໄກສອນ ພົມວິຫານ ເປັນຄົນມັກຮຽນຮູ້ ແລະ ມັກສັງເກດ ມັກໃຊ້ຄວາມພາກພຽນຮ່ໍາຮຽນເປັນພື້ນຖານ ຄື ດັ່ງຄໍາເວົ້າຂອງປະທານເອງທີ່ວ່າ “ທໍາຕົວເປັນນັກຮຽນນ້ອຍ ທີ່ສອດຫ້ອຍ ດັ່ງສາຍໃຍແດງ ຮັກແພງ! ຮຽນຈາກປະຊາຊົນ” ເພື່ອກ້າວຕາມສັດຈະທໍາຍຸກສະໄໝແຫ່ງແນວທາງປ່ຽນແປງໃໝ່ຢ່າງຈິງໃຈ ແລະ ຈິງຈັງ, ປະທານ ໄກສອນ ພົມວິຫານ ຍັງມັກກ່າວຢ້ໍາຢູ່ເລື້ອຍໆວ່າ “ການປ່ຽນແປງໃໝ່ ກ່ອນອື່ນຕ້ອງປົດປ່ອຍຄວາມຄິດອອກຈາກລັດທິຄໍາພີ, ແຂງກະດ້າງ, ປົດປ່ອຍທັດສະນະແນວຄິດທີ່ບໍສອດຄ່ອງກັບພຶດຕິກໍາຕົວຈິງຂອງປະເທດລາວເຮົາ”.

ປະທານ ໄກສອນ ພົມວິຫານ ເລີ່ມນໍາພາປະເທດລາວໄປສູ່ການປ່ຽນແປງໃໝ່, ນີ້ຈຶ່ງເປັນການສ່ອງແສງ ເຖິງຄວາມສະດຸ້ງໄວ, ຄວາມກ້າຫານ, ຄວາມເປັນເອກະລາດໃນການກໍານົດແນວທາງກໍຄືມານະຈິດປ່ຽນແປງໃໝ່ໄວກວ່າຄົນອື່ນຂອງປະທານ ໄກສອນ ພົມວິຫານ, ແຖມການປ່ຽນແປງໃໝ່ ຍັງດໍາເນີນໄປແບບມີການສືບທອດ, ຫັນປ່ຽນໄປສູ່ອັນໃໝ່ ໂດຍປາສະຈາກຄວາມວຸ້ນວາຍ ເຮັດໃຫ້ລາວ ເຮົາຍັງຮັກສາລະບອບໃໝ່ໄວ້ໄດ້ ເພາະວ່າຖ້າການປ່ຽນແປງໃໝ່ ທີ່ເຮັດບໍ່ຖືກ ຈະເຮັດໃຫ້ເກີດຄວາມວຸ້ນວາຍ ຈົນເຖິງຂັ້ນ ສູນເສຍລະບອບ.

ມີນັກຂ່າວໜັງສືພິມລາຍສັບປະດາເປັນພາສາອັງກິດ ເດີເນເຊິນ ບາງກອກ (The Nation) ລາຍງານວ່າ “ປະທານ ໄກສອນ ພົມວິຫານ ເປັນຜູ້ສ້າງວິທີການໃໝ່ຂຶ້ນມາ ຊຶ່ງເອີ້ນວ່າ “ຈິນຕະນາການໃໝ່” ເພິ່ນເຄີຍເວົ້າວ່າ ເພິ່ນເປັນຜູ້ຈົງຮັກພັກດີຕໍ່ເລນິນ ແຕ່ເພິ່ນກໍຮ່ໍາຮຽນເອົາບົດຮຽນຂອງບັນດາປະເທດ ເອັນໄອຊີ ຫຼື NIC (Newly industrialized country) ທີ່ເປັນ ປະເທດອຸດສາຫະກໍາໃໝ່ ລວມມີປະເທດສິງກະໂປ, ສາທາລະນະລັດ ເກົາຫຼີ, ຈີນໄຕ້ຫວັນ ແລະ ຮົງກົງ”.

ມີຄັ້ງໜຶ່ງ ທ່ານ ສີຊະນະ ສີສານ ຖາມປະທານ ໄກສອນ ພົມວິຫານ ໃນໄລຍະທີ່ປະທານກໍາລັງປິ່ນປົວຢູ່ທີ່ໂຮງໝໍ ປີ 1992 ກ່ອນທີ່ປະທານຈະຈາກພວກເຮົາໄປວ່າ “ເຮັດການປະຕິວັດມາເຄິ່ງສະຕະວັດຈົນເຖົ້າແກ່ ປັດຈຸບັນນີ້ ປະທານດີໃຈ ນໍາຫຍັງຫຼາຍກວ່າໝູ່?” ປະທານ ໄກສອນ ພົມວິຫານ ຕອບວ່າ “ອັນຂ້ອຍດີໃຈຫຼາຍກວ່າໝູ່ແມ່ນພວກເຮົາສາມາດປ່ຽນແປງແນວທາງເສດຖະກິດໄດ້ ແລະ ພາລະກິດປ່ຽນແປງໃຫມ່ ຂອງພວກເຮົາ ພວມໄດ້ຮັບການສະໜັບສະໜູນ ແລະ ປະຕິບັດຢ່າງຫ້າວຫັນໃນຖັນແຖວພະນັກງານ, ປະຊາຊົນເຜົ່າຕ່າງໆ, ພາລະກິດນັ້ນ ຢູ່ໃນທ່າກ້າວຂຶ້ນຢ່າງໜັກແໜ້ນ”.

ສ່ວນເລື່ອງທີ່ປະທານ ໄກສອນ ພົມວິຫານ ເປັນຫ່ວງທີ່ສຸດ ກ່ອນເພິ່ນຈະຈາກພວກເຮົາໄປນັ້ນ ກໍຄື ເປັນຫ່ວງນໍາການ ສ້າງພະນັກງານສືບທອດທີ່ບໍ່ທັນຕາມສະພາບການ ຊຶ່ງໄດ້ກ່າວມາແລ້ວໃນກ່ອນໜ້ານີ້.

ເມື່ອມາເຖິງຕອນນີ້ ພວກເຮົາປະຊາຊົນລາວ ໂດຍສະເພາະຊາວໜຸ່ມລາວເກີດໃໝ່ໃຫຍ່ລຸນ ຖືວ່າໂຊກດີທີ່ເກີດໃນຍຸກໃໝ່, ອາດຈະບໍ່ໄດ້ຍິນສຽງປືນພໍປານຫ່າຝົນ, ສຽງລູກບົ່ມບີ້, ສຽງຕາລຸມບອນ ປະຈັນບານຊຶ່ງໜ້າກັບສັດຕູ ຄືດັ່ງຊີວິດ ຂອງປະທານ ໄກສອນ ພົມວິຫານ, ແຕ່ພວກເຮົາສາມາດ ຮຽນຮູ້ຄຸນສົມບັດຄວາມເປັນຜູ້ນໍາທີ່ສະດຸ້ງໄວ, ກ້າຄິດ, ກ້າ ປະດິດສ້າງ ແລະ ປ່ຽນແປງໃໝ່ ໂດຍປະທານ ໄກສອນ ພົມວິຫານ ແລະ ປະທານເປັນຜູ້ອະທິບາຍ, ປຸກລະດົມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ດ້ວຍຕົນເອງ ຈົນເຮັດໃຫ້ປະເທດ ລາວເຮົາໄດ້ຮັບການພັດທະນາ ໃຫ້ຈະເລີນຂຶ້ນເປັນກ້າວໆໂສມໜ້າຂອງປະເທດລາວເຮົາໄດ້ມີການປ່ຽນແປງຢ່າງເລິກເຊິ່ງ ແລະ ຍິ່ງໃຫຍ່ກວ່າທຸກຍຸກທຸກສະໄໝ.

ໂດຍ: ວັນໄຊ ຕະວິນຍານ

(ຄັດຈາກປຶ້ມ ໄກສອນ ພົມວິຫານ ພົມທັງ 4 ດ້ານ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments