Saturday, September 21, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ

ນາຍົກລັດຖະມົນຕີ ຕ້ອນຮັບຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ

ໃນວັນທີ 5 ທັນວາ 2022 ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ຊວນຖັງ ກຳມະການກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ແຕ່ວັນທີ 4-6 ທັນ ວາ 2022.

ໃນໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສະຫາຍ ຫງວຽນຊວນ ຖັງ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ແຕກດອກອອກຜົນ ຍິ່ງຂຶ້ນໄປເລື້ອຍໆ ໂດຍສະເພາະ ການພົວພັນຮ່ວມມືລະຫວ່າງສອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສປປ ລາວ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ ທີ່ໄດ້ເຄື່ອນໄຫວເຮັດວຽກ ຮ່ວມກັນຢ່າງເປັນປົກກະຕິຕໍ່ເນື່ອງ ເຊິ່ງເຫັນໄດ້ວ່າມີຜົນສຳເລັດຫລາຍດ້ານ ແລະ ມີບາດກ້າວອັນໃໝ່.

ໂອກາດດຽວກັນນີ້, ສະຫາຍ ຫງວຽນຊວນ ຖັງ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ພັນຄຳ ວິພາວັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການເດີນທາງມາຢ້ຽມຢາມລາວ ໃຫ້ທ່ານນາຍົກລັດຖະມົນຕີຮັບຊາບ.

ຂ່າວ: ພາບ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments