ໃນໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງຂະແໜງສື່ມວນຊົນລາວ-ຫວຽດນາມ ແມ່ນມີມູນເຊື້ອຊ່ວຍເຫລືອຊຶ່ງກັນ ແລະ ກັນມາຍາວນານ ບໍ່ວ່າໃນສະໄຫມການປະຕິວັດຊາດປະຊາທິປະໄຕໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ສອງຝ່າຍໄດ້ມີການຊ່ວຍເຫຼືອກັນດ້ານວິຊາການ ແລະ ອຸປະກອນເຕັກນິກ ການແລກປ່ຽນຂໍ້ມູນຂ່າວສານ ໂດຍສະເພາະແມ່ນການຊ່ອຍເຫຼືອສ້າງບຸກຄະລາກອນໃຫ້ແກ່ສື່ມວນຊົນລາວ.

ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ຫລື VOV ເມື່ອບໍ່ດົນມານີ້ວ່າ: ປະຈຸບັນກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຂອງ ສປປ ລາວ ໄດ້ມີສັນຍາການຮ່ວມມື ກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ, ວີທະຍຸ, ໂທລະພາບຫວຽດນາມ ແຕ່ລະປີໄດ້ມີການແລກປ່ຽນການຢ້ຽມຢາມ, ໄປມາຫາສູ່ເຊິ່ງກັນ ແລະ ກັນ ໃນຫລາຍລະດັບເຊັ່ນ: ການນໍາລະດັບຂັ້ນສູງຂອງກະຊວງ ໄປຮອດລະດັບວິຊາການ, ໂດຍໄດ້ປຶກສາຫາລືການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ ແລະ ຊ່ວຍເຫລືອກັນຕາມຄວາມສາມາດຂອງແຕ່ລະຝ່າຍ ເຊິ່ງໃນຕໍ່ໜ້າກະຊວງ ຖວທ ຂອງ ສປປ ລາວ ຈະສືບຕໍ່ຮ່ວມມື ກັບກະຊວງຖະແຫຼງຂ່າວ ແລະ ການສື່ສານ, ວິທະຍຸກະຈາຍສຽງ ແລະ ໂທລະພາບຫວຽດນາມ ເພື່ອຮັດແໜ້ນສາຍພົວພັນທີ່ມີມູນເຊື້ອມາແລ້ວນັ້ນໃຫ້ໃກ້ສິດຕິດແທດ ແລະ ແໜ້ນແຟ້ນຂຶ້ນກ່ວາເກົ່າ ໃນຖານະທີ່ເປັນເພື່ອນມິດຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ໂດຍຈະລົງເລິກໃນການແລກປ່ຽນຂໍ້ມູນຂ່າວສານໃນຍຸກແຫ່ງການຂະຫຍາຍຕົວທາງດ້ານເຕັກໂນໂລຊີຂໍ້ມູນຂ່າວສານນີ້ເພື່ອສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນກໍຄືໃນເວທີໂລກ.

ໂອກາດສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີນີ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ປະກອບສ່ວນຢ່າງໃຫຍ່ຫລວງໃນການເຮັດໃຫ້ປີທີ່ມີຄວາມຫມາຍນີ້ໃຫ້ຟົດຟື້ນ ໂດຍສະເພາະໃນວຽກງານຖະແຫລງຂ່າວທຸກສື່ຂອງລາວໄດ້ສຸມໃສ່ໂຄສະນາຫລາຍຮູບຫລາຍແບບບໍ່ວ່າຈະເປັນວິທະຍຸ-ໂທລະພາບ, ສື່ສິ່ງພິມ ແລະ ສື່ໃຫມ່ສື່ອອນລາຍ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າຄື: ຊາວໂລກໄດ້ຮັບຮູ້ສາຍພົວພັນແບບພິເສດ ລະຫວ່າງສອງຊາດເປັນສາຍພົວພັນທີ່ຫາຍາກໃນໂລກ, ຜະລິດລາຍການພິເສດທາງວິທະຍຸ-ໂທລະພາບ ເພື່ອໃຫ້ຄວາມຮູ້ແກ່ສັງຄົມກ່ຽວກັບສາຍພົວພັນພິເສດລະຫວ່າງສອງຊາດລາວ-ຫວຽດນາມ, ໃນໜັງສືພິມສະບັບຕ່າງໆ ກໍ່ໄດ້ເອົາວຽກການພົວພັນລະຫວ່າງສອງຊາດພວກເຮົາເປັນບຸລິມະສິດອອກໃນໜ້າທີ່ສຳຄັນ. ໃນດ້ານສິລະປະ-ວັດທະນະທຳ ກໍໄດ້ຊີ້ນໍາໃຫ້ພາກສ່ວນວິຊາສະເພາະ ແຕ່ງບົດເພງ, ບົດຟ້ອນ, ກາບກອນ, ບົດລະຄອນ, ຮູບເງົາ, ງານວາງສະແດງຮູບພາບ ແລະ ກິດຈະກຳອື່ນໆ ເພື່ອຈັດງານສະແດງໃນພິທີການສຳຄັນຕ່າງໆ ເພື່ອສະເຫລີມສະຫລອງສອງວັນປະຫວັດຊາດ ມີດຕະພາບລາວ-ຫວຽດນາມ ທີ່ຈັດຂຶ້ນຢູ່ລາວ ແລະ ຫວຽດນາມ.

ໃນໄລຍະຜ່ານມາ ຝ່າຍຫວຽດນາມໄດ້ໃຫ້ການຊ່ອຍເຫຼືອແກ່ວຽກງານຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຢ່າງຫລວງຫລາຍ ແລະ ສະເໝີຕົ້ນສະເໝີປາຍ ໃຫ້ແກ່ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຊັ່ນ: ໃນວຽງານສື່ມວນຊົນແຕ່ລະອົງການສື່ມວນຊົນຂອງລາວ ແລະ ຫວຽດນາມກໍໄດ້ມີສັນຍາຮ່ວມມືຊຶ່ງກັນ ແລະ ກັນ, ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ຊ່ວຍໂຄສະນາໃຫ້ກັນ ແລະ ກັນ ພິເສດທາງຝ່າຍຫວຽດນາມໄດ້ຊ່ວຍສ້າງຊັບພະຍາກອນມະນຸດໃຫ້ແກ່ກະຊວງ ຖວທ ຂອງພວກຂ້າພະເຈົ້າຕະຫລອດມາ, ຊ່ວຍກໍ່ສ້າງ ພື້ນຖານໂຄງລ່າງເຊັ່ນ: ກໍ່ສ້າງ ແລະ ຕິດຕັ້ງອຸປະກອນສຳລັບໂທລະພາບແຫ່ງຊາດລາວຊ່ອງ1 ເລີ່ມປີ 2000 ເປັນຕົ້ນມາ ລັດຖະບານຫວຽດນາມ ໄດ້ຊ່ວຍສ້າງເຄືອຄ່າຍສົ່ງຕໍ່ວິທະຍຸ-ໂທລະພາບຢູ່ແຂວງອຸດົມໄຊ ແລະ ສະຫວັນນະເຂດ, ໄດ້ສຳເລັດການກໍ່ສ້າງວິທະຍຸ-ໂທລະພາບແຂວງບໍ່ແກ້ວ ແລະ ປະຈຸບັນກໍາລັງເລີ່ມດຳເນີນຢູ່ຫລວງພະບາງ, ປາກຊ່ອງແຂວງຈຳປາສັກ, ອຸດົມໄຊ, ດໍາເນີນການຊ່ວຍເຫລືອກໍ່ສ້າງວິທະຍຸ-ໂທລະພາບ ແຂວງຫົວພັນ.ອັນໄດ້ເຮັດໃຫ້ຄື້ນວິທະຍຸຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ຄື້ນຂອງໂທລະພາບແຫ່ງຊາດລາວ ໄດ້ກະຈາຍໄປສູ້ຜູ້ເບີ່ງ, ຜູ້ຟັງໄດ້ກວ້າງໄກກວ່າເກົ່າ.

ທາງດ້ານວຽກງານວັດທະນາທໍາ ສສ ຫວຽດນາມ ໄດ້ຊ່ວຍສ້າງຕຶກອາຄານໂຮງຮຽນສີລະປະແຫ່ງຊາດ, ຊ່ວຍຝຶກອົບຮົມຄູອາຈານ ແລະ ຊ່ວຍກໍ່ສ້າງນັກສະແດງກາຍຍະສິນຂອງລາວ ໂດຍໄປສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ຈຳນວນຫລາຍຊຸດຊຶ່ງສັງລວມມູນຄ່າການຊ່ວຍເຫລືອແລ້ວແມ່ນເປັນມູນຄ່າອັນມະຫາສານ.

ທ່ານໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃຫ້ຮູ້ເຖິງການຊ່ວຍເຫລືອດ້ານວິທະຍຸຂອງຫວຽດນາມ ຕໍ່ວິທະຍຸລາວວ່າ: ຂ້າພະເຈົ້າໃນນາມການນຳ ຂອງກະຊວງຮູ້ສຶກປະທັບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງເພາະ VOV ໄດ້ຊ່ວຍເຫລືອ ວສສ ໃຫ້ເຕີບໃຫຍ່ຂະຫຍາຍຕົວມາແຕ່ສະໄຫມການປະຕິວັດຕໍ່ສູ້ກູ້ຊາດ ຍາດເອົາເອກກະລາດຂັບໄລ່ຈັກກະພັດຕ່າງດ້າວ ແລະ ພວກລູກແຫຼ້ງຕີນມືຈົນສຳເລັດ ໃນສະໄຫມກ່ອນວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຊ່ວຍສ້າງສະຖານີວິທະຍຸຝ່າຍປະເທດລາວ, ອຸປະກອນເຕັກນິກ ແລະ ສ້າງນາຍຊ່າງເຕັກນິກ, ນັກຂ່າວ, ໂຄສົກ ຢູ່ທີ່ເມືອງວຽງໄຊ ຖານທີ່ໝັ້ນການປະຕິວັດ ແລະ ທັງຢູ່ໃນດິນແດນຫວຽດນາມ ທີ່ເອີ້ນວ່າເບໂມດ (B1) ຈົນກາຍເປັນກະບອກສຽງໂຄສະນາທີ່ແຫຼມຄົມຂອງພັກ ແລະ ແນວລາວຮັກຊາດກະຈາຍສຽງໄປທົ່ວປະເທດ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ກໍສືບຕໍ່ຊ່ວຍເຫຼືອ ວສລ ໃນດ້ານຕ່າງໆຢ່າງເປັນປົກກະຕິ ໂດຍສະເພາະນັບແຕ່ ປີ1990 ເປັນຕົ້ນມາຈົນຮອດປັດຈຸບັນ ໄດ້ມີການແລກປ່ຽນຢ້ຽມຢາມຖອດຖອນບົດຮຽນ, ປຶກສາຫາລືລະຫວ່າງການນຳຂອງສອງຝ່າຍປີລະເທື່ອ ແລະ ແລກປ່ຽນນັກຂ່າວປີລະ 1 ຄະນະ ນອກຈາກນັ້ນ VOV ຍັງໄດ້ຊ່ວຍຝຶກອົບຮົບນາຍຊ່າງເຕັກນິກໃຫ້ ວສລ ແລະ ວິທະຍຸທ້ອງຖິ່ນ ປິລະ 15-20 ຄົນ ຫລ້າສຸດລັດຖະບານຫວຽດນາມໄດ້ມອບໝາຍໃຫ້ວິທະຍຸກະຈາຍສຽງຫວຽດນາມ VOV ປະຕິບັດໂຄງການຊ່ວຍເຫລືອເພື່ອຍົກລະດັບເຕັກນິກວິທະຍຸໃຫ້ເປັນທັນສະໄຫມຄົບຊຸດ ເລີ່ມປະຕິບັດມາແຕ່ປີ 2019 ແລະ ສໍາເລັດສົມບູນໃນປີ 2021 ລວມມີການປັບປຸງຍົກລະດັບຫ້ອງອັດສຽງ, ຫ້ອງຄວບຄຸມສຽງທີ່ມີອຸປະກອນດິຈິຕອນທີ່ທັນສະໄຫມລໍ້າຍຸກ ພ້ອມທັງຊ່ວຍເຄື່ອງສົ່ງໃຫມ່ຄວາມແຮງ 20 ກິໂລວັດໃຫ້ FM 103,7 Mhz ອັນໄດ້ເຮັດໃຫ້ ວສລ ດຽວນີ້ມີໃບຫນ້າໃຫມ່ທັນຍຸກທັນສະໄຫມ ຊຶ່ງຄິດເປັນມູນຄ່າມະຫາສານ.

ໂດຍ: ຄໍາກອງ

LEAVE A REPLY

Please enter your comment!
Please enter your name here