ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ, ສະມາຄົມນັກທຸລະກິດແມ່ຍິງແຂວງ ແລະ ສະມາຄົມຫັດຖະກຳແຂວງຈຳປາສັກ ເປີດງານສົ່ງເສີມສີມືແມ່ຍິງດ້ານຫັດຖະກຳ ແລະ ເທສະການອາຫານລາວໃຕ້ ເພື່ອເຊື່ອມໂຍງການທ່ອງທ່ຽວພາກພື້ນ ປີ 2022 ໃນລະຫວ່າງ ວັນທີ 29 ພະຈິກ-3 ທັນວາ 2022 ທີ່ສູນການຄ້າແຟຣນຊິບມໍ ນະຄອນປາກເຊ ແຂວງຈຳປາສັກ ພາຍໃຕ້ຄຳຂວັນ “ສືບສານລວດລາຍສີມືຫັດຖະກຳ-ການປຸງແຕ່ງອາຫານ ສູ່ຄວາມເປັນເອກະລັກ ແຫ່ງອຸທະຍານວັດທະນະທຳທ່ອງທ່ຽວລາວໃຕ້” ເຊິ່ງໄດ້ຮວບຮວມເອົາດາບັນຜູ້ປະກອບການ ຮ້ານຄ້າຫັດຖະກຳ, ອາຫານພື້ນເມືອງຕ່າງໆ, ເຄື່ອງກະສິກຳ ຫລາຍກວ່າ 70 ຮ້ານ ມາລວມໄວ້ທີ່ງານດຽວ ໂດຍ ມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດງານຄັ້ງນີ້, ເພື່ອເປັນການສ້າງຂະບວນການ ຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 47 ປີ ທີ່ຈະມາເຖິງໃນມໍ່ໆນີ້, ພາຍໃນການປະກອບມີຫລາຍກິດຈະກຳ ເປັນຕົ້ນ ວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ, ກະສິກຳ, ອາຫານພື້ນເມືອງ, ເດີນແບບເສື້ອຜ້າອາພອນ ບັນດາເຜົ່າ ເພື່ອລະດົມທຶນໄປຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທຸກຍາກ ຢູ່ເຂດຫ່າງໄກສອກຫລີກ, ແຂ່ງຂັນມັດມີ່ລາວໃຕ້, ການສາທິດຂັ້ນຕອນການຜະລິດສິນຄ້າຫັດ ຖະກຳ ເປັນການໃຫ້ຄວາມຮູ້ກ່ຽວກັບສິນຄ້າຫັດຖະກຳລາວໃຕ້. ນອກຈາກນີ້, ຍັງຈະມີການສຳມະນາໃຫ້ຄວາມຮູ້ ພາຍໃຕ້ຫົວຂໍ້ “ວັດທະນະທຳ ແລະ ການນຸ່ງຖື ແລະ ມາລະຍາດຂອງແມ່ຍິງລາວ”, ໃຫ້ຄວາມຮູ້ກ່ຽວກັບຕະລາດ ອອນລາຍ, ການສ້າງເພສ ແລະ ຕິກຕອກ.

ທ່ານ ນາງ ເພັດສະໄໝ ແສງອາລຸນ ປະທານສະມາຄົມນັກທຸລະກິດຍິງ ແຂວງຈຳປາສັກ ໄດ້ໃຫ້ຮູ້ວ່າ: ສະມາຄົມນັກທຸລະກິດແມ່ຍິງ ແຂວງຈຳປາສັກ ໄດ້ລະດົມເອື້ອຍນ້ອງແມ່ຍິງ ແລະ ຜູ້ປະກອບການທຸລະກິດ ການຊື້ -ຂາຍ ແລະ ບໍລິສັດ, ຫ້າງຮ້ານ ພາຍໃນແຂວງ ມາແຕ່ປີ 2002 ເພື່ອຮ່ວມການເຄື່ອນໄຫວນຳສັງຄົມ, ມາເຖິງປີ 2010 ຈຶ່ງໄດ້ສ້າງຕັ້ງເປັນ ສະມາຄົມນັກທຸລະກິດ ເປັນທາງການ ແລະ ໄດ້ປະຕິບັດຕາມພາລະບົດບາດ ເຕົ້າໂຮມເອົາບັນດານັກທຸລະກິດ, ຜູ້ປະກອບການ, ຊາວຄ້າຂາຍ ເພດຍິງໃນທົ່ວແຂວງ ຮ່ວມເຄື່ອນໄຫວດຳເນີນທຸລະກິດຢ່າງຖືກຕ້ອງຕາມກົດໝາຍ. ພ້ອມກັນນັ້ນ, ປຸກລະດົມຊຸກຍູ້ຂະບວນຊາວຊ່າງຫັດຖະກຳ ໃນຂົງເຂດເອື້ອຍນ້ອງແມ່ຍິງ ໃຫ້ມີການຜະລິດ ເພື່ອຂາຍເປັນສິນຄ້າ ພາຍໃນ ແລະ ຕ່າງແຂວງ ໃຫ້ໄດ້ຫລາຍ ແລະ ມີຄຸນນະພາບ, ຊຸກຍູ້ເອື້ອຍນ້ອງສະມາຊິກນັກທຸລະກິດແມ່ຍິງ ໃນຂົງເຂດປຸງແຕ່ງອາຫານໄວ້ກິນຍາວນານ ເປັນອາຫານເອກະລັກຂອງແຂວງຈຳປາສັກ ເພື່ອຈຳໜ່າຍໄດ້ຕາມຄວາມຕ້ອງການຂອງຕະຫລາດພາຍໃນ, ຊຸກຍູ້ຄະນະ ແລະ ສະມາຊິກ ທີ່ເຮັດການຜະລິດດ້ານກະສິກຳ ປູກພືດຜັກ, ທັນຍາຫານ(ເຂົ້າ) ໃຫ້ມີຄຸນນະພາບ ເພື່ອສະໜອງໃຫ້ແກ່ສັງຄົມ ຢ່າງໝັ້ນຄົງ .

ໃນໂອກາດດຽວກັນ, ທ່ານນາງ ມາລາ ຈັນທະນາມ ປະທານສະມາຄົມຫັດຖະກຳແຂວງຈຳປາສັກ ກ່າວວ່າ: ສະມາຄົມຫັດຖະກຳແຂວງຈຳປາສັກ ໄດ້ສ້າງແຕ່ປີ 2007, ມາຮອດປັດຈຸບັນ ໄດ້ເຕົ້າໂຮມເອົາບັນດາຜູ້ປະກອບການທຸລະກິດຫັດຖະກຳ ໃຫ້ມີຄວາມສາມັກຄີທຸກຊົນເຜົ່າ ຢູ່ໃນທ້ອງຖີ່ນ ເພື່ອພ້ອມກັນຂຸດຄົ້ນທ່າແຮງ ທັງອະນຸ ລັກ, ສົ່ງເສີມພູມປັນຍາທາງດ້ານຫັດຖະກຳ ແລະ ສົ່ງເສີມສີມືແຮງງານ ດ້ານການຜະລິດເຄື່ອງຫັດຖະກຳ, ດ້ານຫັດຖະກຳຢູ່ທ້ອງຖິ່ນ, ຟື້ນຟູການຜະລິດເຄື່ອງຫັດຖະກຳຂອງຊົນເຜົ່າຕ່າງໆ ໃຫ້ມີຄວາມຫລາກຫລາຍ, ມີຄວາມສວຍງາມ-ປານີດ ແຕ່ຍັງຮັກສາໄວ້ຄວາມເປັນເອກະລັກຂອງຊົນເຜົ່າໃນທ້ອງຖິ່ນ, ສົ່ງເສີມດ້ານການຕະຫລາດໃຫ້ແກ່ຊາວຊ່າງຫັດຖະກຳເຮັດໃຫ້ເຂົາເຈົ້າມີທຶນຮອນ ສາມາດພັດທະນາສິນຄ້າແບບຍືນຍົງ, ສ້າງລາຍຮັບໃຫ້ແກ່ຜູ້ປະກອບການຫັດຖະກຳ, ສະໜັບສະໜູນນະໂຍບາຍຂອງລັດຖະບານໃນການແກ້ໄຂຄວາມທຸກຍາກ.

ຂ່າວ-ພາບ: ກິດຕາ

LEAVE A REPLY

Please enter your comment!
Please enter your name here