ກອງປະຊຸມຖອດຖອນບົດຮຽນ ໃນການຕິດຕາມກວດກາການດໍາ ເນີນຄະດີກ່ຽວກັບ ອາຊະຍາກໍາສັດນໍ້າ ແລະ ສັດປ່າ ຈັດຂຶ້ນໃນວັນທີ 28-29 ພະຈິກ 2022 ທີ່ ແຂວງອຸດົມໄຊ ໂດຍໄດ້ຮັບການສະໜັບສະໜູນ ທາງດ້ານງົບປະມານຈາກອົງການອະນຸລັກສັດປ່າ (WCS) ປະຈຳ ສປປ ລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ມີທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອໍານວຍການ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ກໍາມະການຄະນະບໍລິຫານງານພັກ ຫົວໜ້າສະຖານບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ທັງເປັນຫົວໜ້າຄະນະຮັບຜິດຊອບໂຄງການຮ່ວມມືກັບອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນທັນ ບຸນທະວິໄລ ໄດ້ເນັ້ນມາຍັງຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງພ້ອມກັນຍົກເອົາບັນຫາຕ່າງໆຂຶ້ນມາຄົ້ນຄວ້າ ແລະ ແລກປ່ຽນບົດຮຽນ, ປະສົບການຢ່າງກົງໄປກົງມາ ໃນການຖອດຖອນບົດຮຽນການຕິດຕາມກວດກາການດຳເນີນຄະດີ ກ່ຽວກັບອາຊະຍາກຳສັດນ້ຳ ແລະ ສັດປ່າ ໂດຍສະເພາະແມ່ນບັນດາບົດຮຽນ ແລະ ເອ ກະສານ ທີ່ຈະໄດ້ນຳມາຄົ້ນຄວ້າ ແລະ ຖອດຖອນບົດຮຽນ ຄັ້ງນີ້ປະກອບມີ: ເອກະສານຄວາມຮັບຮູ້ກ່ຽວກັບສົນທິສັນຍາສາກົນໄຊເຕັດ (CITES) ແລະ ການຈັດຕັ້ງປະຕິບັດໃນ ສປປ ລາວ; ບົດຄົ້ນຄວ້າກ່ຽວກັບບັນຫາ ແລະ ສິ່ງທ້າທາຍ ຂອງການດໍາເນີນຄະດີອາຊະຍາກຳສັດປ່າ ຢູ ສປປ ລາວ; ເອກະສານລາຍງານສະພາບການຈັດຕັ້ງປະຕິບັດການຕິດຕາມກວດກາການດໍາເນີນຄະດີກ່ຽວກັບອາຊະຍາກໍາ ສັດນໍ້າ ແລະ ສັດປ່າ ຂອງອົງການໄອຍະການປະຊາຊົນ ແຂວງສະຫັວນນະເຂດ; ລາຍງານສະພາບການຈັດຕັ້ງປະຕິບັດ ການຕິດຕາມກວດກາການດຳເນີນຄະດີກ່ຽວກັບອາຊະຍາກໍາສັດນໍ້າ ແລະ ສັດປ່າ ຂອງອົງການໄອຍະການປະຊາຊົນພາກເໜືອ ແລະ ຂອງອົງການໄອຍະການປະຊາຊົນ ແຂວງຄຳມ່ວນ.

ໃນໂອການເຄື່ອນໄຫວວຽກງນ ຢູ່ແຂວງອຸດົມໄຊ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະກັບ ທ່ານ ຄຳພຽງ ຢາຈົງວ່າ ຮອງເຈົ້າແຂວງ ອຸດົມໄຊ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ ໂດຍໄດ້ລາຍງານຈຸດປະສົງໃນການລົງເຄື່ອນໄຫວວຽກງານ ກໍຄື ເຂົ້າຮ່ວມກອງປະຊຸມຖອດຖອນບົດຮຽນ ໃນການຕິດຕາມກວດກາການດໍາເນີນຄະດີກ່ຽວກັບອາຊະຍາກໍາສັດນໍ້າ ແລະ ສັດປ່າ ທີ່ແຂວງອຸດົມໄຊ.

ຂ່າວ: ອອປສ

LEAVE A REPLY

Please enter your comment!
Please enter your name here