ສູນບໍລິຫານລັດ ດີຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ໂຢບິ ຊິສເຕິມ (RYOBI SYSTEMS) ແລະ ບໍລີສັດ ເອັນອີຊີ (NEC) ປະເທດຍີ່ປຸ່ນ ຈັດສຳມະນາກ່ຽວກັບການຢັ້ງຢືນຕົວຕົນດີຈິຕອນ (Lao Digital Identification) ໃນວັນທີ 28 ພະຈິກ ຜ່ານມາ, ໂດຍການເປັນປະທານ ຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກຕສ, ມີຜູ້ຕາງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ສູນ ພາຍໃນ ກຕສ, ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ບໍລິສັດໃຫ້ບໍລິການດ້ານເຕັກໂນໂລຊີ, ບໍລິສັດ ທີ່ໃຫ້ບໍລິການທາງດ້ານການເງິນ-ປະກັນໄພ ແລະ ອົງການຈັດຕັ້ງສາກົນ ຢູ່ໃນ ສປປ ລາວ ເຂົ້າຮ່ວມ.

ການຈັດສຳມະນາຄັ້ງນີ້, ເປັນໂອກາດອັນດີ ເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການໃນການລິເລີ່ມ ແລະ ພັດທະນາລະບົບຢັ້ງຢືນຕົວຕົນແບບດີຈິຕອນ ກັບຊ່ຽວຊານຈາກສາກົນ ແລະ ບັນດາບໍລິສັດທີ່ໄດ້ທີ່ເຂົ້າຮ່ວມ ເຊິ່ງຈະເປັນຂໍ້ມູນສຳຄັນ ໃຫ້ສາມາດຖອດຖອນ ແລະ ປັບໃຊ້ໃນການພັດທະນາວຽກງານລະບົບຢັ້ງຢືນຕົວຕົນດີຈິຕອນຂອງ ສປປ ລາວ ໃນຕໍ່ໜ້າ.

ລັດຖະບານ ໄດ້ໃຫ້ຄວາມສຳຄັນແກ່ການຫັນເປັນດີຈິຕອນ ໂດຍມີການກຳນົດຍຸດທະສາດ ໃນການຫັນເປັນດີຈິຕອນ ຄື: ວິໄສທັດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະ ກິດດີຈິຕອນ ແຫ່ງຊາດ ໄລຍະ 5 ປີ (2021-2025). ປັດຈຸບັນ, ຫລາຍພາກສ່ວນກໍໄດ້ຈັດຕັ້ງຜັນຂະຫຍາຍຍຸດທະສາດດັ່ງກ່າວ ໂດຍໄດ້ມີການພັດທະນາ ແລະ ເປີດໃຫ້ບໍລິການທີ່ຫລາກຫລາຍ ທັງພາກລັດ ແລະ ເອກະຊົນ ຜ່ານທາງເວັບໄຊ ຫລື ແອັບພລີເຄເຊິນ ເປັນຕົ້ນ ການບໍລິການຂໍວີຊາ, ການຂໍນຳເຂົ້າສິນຄ້າ, ການບໍລິການຊຳລະຄ່າບໍລິ ການຕ່າງໆ, ການບໍລິການຂົນສົ່ງ, ການບໍລິການເອີ້ນລົດເເທັກຊີ ຫລື ບໍລິການສັ່ງອາຫານຜ່ານທາງອອນລາຍ. ນອກນັ້ນ, ກໍມີການນຳໃຊ້ບັນດາລະບົບບໍລິຫານ ແລະ ບໍລິການລັດ ແບບດີຈິຕອນ ເຊິ່ງທຸກການບໍລິການ ຜູ້ນຳໃຊ້ຕ້ອງຂໍສະໝັກ ກັບຜູ້ໃຫ້ບໍລິການ ມີຂັ້ນຕອນການພິສູດ ແລະ ຢັ້ງຢືນຕົວຕົນທາງດີຈິຕອນ ວ່າແມ່ນຜູ້ນຳໃຊ້ແທ້ ຫລື ບໍ່, ແຕ່ໄລຍະຜ່ານມາ ຜູ້ນຳໃຊ້ຕ້ອງຂໍສະໝັກກັບຜູ້ໃຫ້ບໍລິການທຸກເຈົ້າ ໂດຍນຳໃຊ້ຂໍ້ມູນຊໍ້າຊ້ອນ ແລະ ຜູ້ໃຫ້ບໍລິການ ກໍບໍ່ສາມາດກວດກາຂໍ້ມູນຜູ້ສະໝັກໄດ້ ໂດຍບາງບໍລິການກໍຮຽກຮ້ອງໃຫ້ມີການຢັ້ງຢືນການສະໝັກ ດ້ວຍໃບຢັ້ງຢືນທີ່ເປັນເຈ້ຍ.

ສະນັ້ນ, ເພື່ອເປັນການຊຸກຍູ້ ການຫັນເປັນດີຈິຕອນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ມີການພັດທະນາ ແລະ ນຳໃຊ້ລະບົບພິສູດ ແລະ ຢັ້ງຢືນດີຈິຕອນ ທີ່ມີການເຊື່ອມຕໍ່ຖານຂໍ້ມູນທີ່ສຳຄັນຂອງລັດຖະບານ ເປັນຕົ້ນ ຖານຂໍ້ມູນປະຊາຊົນ, ຖານຂໍ້ມູນວິສາຫະກິດ, ຖານຂໍ້ມູນທີ່ດິນ ແລະ ຖານຂໍ້ມູນທາງການເງິນ ເພື່ອຕໍ່ຍອດໃຫ້ແກ່ການບໍລິການໃຫ້ແກ່ສັງຄົມ ໂດຍສະເພາະການບໍລິການຈາກພາກລັດສູ່ປະຊາຊົນ ແລະ ການບໍລິການຂອງພາກທຸລະກິດສູ່ສັງຄົມ.

LEAVE A REPLY

Please enter your comment!
Please enter your name here