ໃນວັນທີ 28 ພະຈິກ 2022 ນີ້, ສະຫາຍ ທອງສະຫວັນ ພົມວິຫານກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບ ສະຫາຍ ຫງວຽນ ບ໋າຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາ ອວຍພອນ ຄະນະພັກ, ຄະນະນຳ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ.

ໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ຕ້ອນຮັບ ສະຫາຍ ຫງວຽນ ບ໋າ ຮຸ່ງ ພ້ອມດ້ວຍຄະນະ ທີ່ມາອວຍພອນ ເຊິ່ງໄດ້ນຳເອົາໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສະໜິດສະໜົມ, ຄຳອວຍພອນໄຊອັນປະເສີດ ຖານສະຫາຍອ້າຍນ້ອງ ລາວ-ຫວຽດນາມ ມາສູ່ຄະນະພັກ, ຄະນະນຳ ກໍຄື ພະນັກງານ ຄະນະພົວພັນຕ່າງປະເທດສູນກາງພັກທັງໝົດ, ເປັນການສະແດງ ໃຫ້ເຫັນເຖິງຄວາມມີຊີວິດຊີວາ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການເພີ່ມພູນຄູນສ້າງ ຈາກບັນດາຮຸ່ນການນໍາ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ.

ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ຕີລາຄາສູງຕໍ່ການເຮັດວຽກຢ່າງຫ້າວຫັນ ຂອງສະຫາຍ ຫງວຽນ ບ໋າ ຮຸ່ງ ແລະ ພະນັກງານ ສະຖານທູດ ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ການປະສານສົມທົບກັນຢ່າງໃກ້ຊິດ ກໍຄື ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານທູດ ສສ ຫວຽດນາມ ຕະຫລອດໄລຍະຜ່ານມາ, ພ້ອມທັງ ສະແດງຄວາມຍິນດີ ແລະ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ຢູ່ ສປປ ລາວ ໃນການເປັນຂົວຕໍ່ ແລະ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃນຂົງເຂດຕ່າງໆ ໃຫ້ນັບມື້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.

ສະຫາຍ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈ, ດີໃຈທີ່ໄດ້ມາຢ້ຽມຢາມ ແລະ ອວຍພອນ ສະຫາຍ ທອງສະຫວັນ ພົມວິຫານ ພ້ອມດ້ວຍຄະນະພັກ, ຄະນະນຳ ຄະນະພົວພັນຕ່າງປະເທດສູນກາງພັກ ໃນໂອກາດ ວັນຊາດ ຄົບຮອບ 47 ປີ ແລະ ໄດ້ສະແດງຄວາມປິຕິຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ທີ່ພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ ຍາດມາໄດ້ຕະຫລອດ 47 ປີ ຜ່ານມາ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງການເມືອງທີ່ໜັກແໜ້ນ, ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາອັນຖືກຕ້ອງຂອງ ພັກ ປປ ລາວ, ສປປ ລາວ ຈະສາມາດຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆ ໄດ້ຢ່າງແນ່ນອນ.

ພ້ອມນັ້ນ, ສະຫາຍ ຫງວຽນ ບ໋າ ຮຸ່ງ ຍັງໄດ້ຕີລາຄາສູງຕໍ່ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ມີການປະສານສົມທົບຢ່າງແໜ້ນແຟ້ນ ກັບສະຖານທູດ ເຮັດສໍາເລັດໜ້າທີ່ ໃນການຮ່ວມກັນ ຈັດພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເຊິ່ງການນຳຂັ້ນສູງຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງ ຊາດ ລາວ-ຫວຽດນາມ ນັບແຕ່ສູນກາງລົງຮອດທ້ອງຖິ່ນຂອງສອງປະເທດ ຢ່າງເປັນຂະບວນຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ, ປະກອບສ່ວນສຳຄັນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ.

ຂ່າວ-ພາບ: ຄຕພ

LEAVE A REPLY

Please enter your comment!
Please enter your name here