Friday, October 4, 2024
Homeຂ່າວພາຍໃນເລີ່ມຖ່າຍທຳຄູຕົວແບບ ສ້າງສື່ການຮຽນການສອນ ທີ່ແຂວງສະຫວັນນະເຂດ

ເລີ່ມຖ່າຍທຳຄູຕົວແບບ ສ້າງສື່ການຮຽນການສອນ ທີ່ແຂວງສະຫວັນນະເຂດ

ທີມງານຖ່າຍທຳວິດີໂອຄູຕົວແບບຂອງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ ໄດ້ເລີ່ມລົງເຄື່ອນໄຫວຖ່າຍທໍາຄູຕົວແບບ ໃນການສ້າງສື່ການຮຽນການສອນຈາກວັດຖຸທີ່ຫາໄດ້ໃນທ້ອງຖິ່ນ ທີ່ເມືອງອາດສະພອນ ແຂວງສະຫວັນນະເຂດ ເພື່ອສົ່ງເສີມວຽກງານການປະຕິບັດຫຼັກສູດສະບັບປັບປຸງໃໝ່ ຊັ້ນປະຖົມສຶກສາຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ຢູ່ ສປປ ລາວ ຫຼື ແຜນງານບີຄວາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ທີ່ເນັ້ນໃສ່ການສະໜັບສະໜູນການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ທີ່ແຂວງສະຫວັນນະເຂດໃຫ້ໄດ້ຮັບຜົນດີ.

ການລົງຖ່າຍທໍາຄູຕົວແບບດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 22 ພະຈິກ ຜ່ານມາ ທີ່ໂຮງຮຽນປະຖົມ ບ້ານໜອງເດີ່ນ ທີ່ເມືອງອາດສະພອນ ແຂວງສະຫວັນນະເຂດ, ນໍາທີມໂດຍທ່ານ ອຸດົມ ສິງດາລາ ຮອງອໍານວຍການ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທ່ານ ນາງ ຄໍຣິນ ຈາວາຣີ ຫົວໜ້າຝ່າຍການສື່ສານ ແຜນງານບີຄວາ ແລະ ໃຫ້ກຽດຕ້ອນຮັບຂອງທ່ານ ການ ແສງສຸລິຍາ ຜູ້ອຳນວຍການໂຮງຮຽນປະຖົມສຶກສາໜອງເດີ່ນ, ພ້ອມດ້ວຍຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນວຍການ, ຄູອາຈານ, ພາກສ່ວນທີ່ກ່ຽວຂ້ອງ, ທີມງານຖ່າຍທໍາທັງ 3 ຂະແໜງ (ໂທລະພາບ, ວິທະຍຸ ແລະ ໜັງສືພິມສຶກສາ) ແລະ ທີມງານບີຄວາ ແລະ ທີມງານຂັ້ນແຂວງ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານ ການ ແສງສຸລິຍາ ໄດ້ກ່າວວ່າ: ສຳລັບຄູດີເດັ່ນ ກໍຄື ທ່ານ ນາງ ວາດສະໜາ ແສງສຸລິສຸກ ແມ່ນເປັນຄູສອນຢູ່ໂຮງຮຽນປະຖົມສຶກສາໜອງເດີ່ນ, ຊຶ່ງເປັນຄູຜູ້ໜຶ່ງທີ່ໂດດເດັ່ນໃນການປະດິດສ້າງອຸປະກອນປະກອບເຂົ້າໃນການຮຽນການສອນ ດ້ວຍສິ່ງທີ່ຫາໄດ້ຈາກທ້ອງຖິ່ນ, ເຫັນວ່ານັກຮຽນມີການຕອບຮັບດີຕໍ່ອຸປະກອນທີ່ຄູ ວາດສະໜາ ໄດ້ປະດິດຂຶ້ນມາ ພວກເຂົາມີຄວາມມ່ວນຊື່ນໃນການນຳໃຊ້ອຸປະກອນດັ່ງກ່າວເຂົ້າເຮັດກິດຈະກຳ ແລະ ສົ່ງເສີມການຮຽນຮູ້ຂອງພວກເຂົາອີກດ້ວຍ, ທ່ານເປັນຄູຜູ້ໜຶ່ງທີ່ເປັນແບບຢ່າງທີ່ມີຄວາມຄິດສ້າງສັນໃນການປະດິດອຸປະກອນ ເພື່ອປະກອບເຂົ້າໃນການສອນ ເພື່ອເຮັດໃຫ້ການສອນມີປະສິດທິພາບ. ສະນັ້ນ, ຮຽກຮ້ອງມາຍັງຄູທ່ານອື່ນໆຈົ່ງນຳເອົາແນວຄວາມຄິດຂອງຄູ ວາດສະໜາ ໄປນຳໃຊ້ໃນທ້ອງຖິ່ນ ຫຼື ໂຮງຮຽນຂອງທ່ານ ເພື່ອເພີ່ມທັກສະ ແລະ ການຮຽນການສອນທີ່ດີໃຫ້ນັກຮຽນ.

ຂະນະດຽວກັນ, ທ່ານ ນາງ ວາດສະໜາ ແສງສຸລິສຸກ ໄດ້ກ່າວວ່າ: ການສຶກສາໃນຂອບເຂດບ້ານຂອງຕົນ ແມ່ນມີຄວາມສຳຄັນຫຼາຍ ເພື່ອໃຫ້ໝູ່ບ້ານມີການພັດທະນາ ແລະ ເດັກນ້ອຍໄດ້ເຂົ້າຮຽນ ແຕ່ກໍຍັງມີຄວາມຂາດແຄນຄູ ແລະ ອຸປະກອນການຮຽນ. ດັ່ງນັ້ນ, ຕົນຈຶ່ງມີຄວາມຝັນຢາກເປັນຄູ ເພື່ອມາພັດທະນາບ້ານຂອງຕົນ ແລະ ຕົນເອງກໍເປັນຜູ້ໜຶ່ງທີ່ໄດ້ມີໂອກາດໄດ້ຮັບທຶນການສຶກສາຂອງຄູຊົນເຜົ່າຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນບີຄວາ ແລະ ໄດ້ໄປສຶກສາທີ່ວິທະຍາໄລຄູສະຫວັນນະເຂດ, ປັດຈຸບັນເປັນຕົນເອງແມ່ນເປັນຄູສອນຊັ້ນປະຖົມສຶກສາ ປີທີ 2 ທີ່ໂຮງຮຽນປະຖົມສຶກສາໜອງເດີ່ນ ແລະ ຄວາມຝັນຂອງຕົນກໍໄດ້ກາຍເປັນຈິງ, ໄດ້ເປັນຄູທີ່ປະກອບສ່ວນໃນການພັດທະນາການສຶກສາຂອງໂຮງຮຽນປະຖົມສຶກສາໜອງເດີ່ນ ເມືອງອາດສະພອນ ແຂວງສະຫວັນນະເຂດ. ສຳລັບອຸປະກອນທີ່ຄູໄດ້ຜະລິດສື່ການຮຽນການສອນ ປະກອບມີ ບັດຄຳສັບ, ຖົງບັດຄູ, ໄມ້ດິ້ວ, ສານກະຕໍ້ດ້ວຍໃບໝາກພ້າວ, ຜະລິດນໍາສີຈາກໃບໄມ້, ຊຶ່ງສື່ດັ່ງກ່າວນີ້ ໄດ້ນຳໃຊ້ຫຼາຍໃນວິຊາພາສາລາວ, ພະລະສຶກສາ, ສິລະປະສຶກສາ, ຄະນິດສາດ, ຫັດຖະກຳ ແລະ ອື່ນໆ, ໂດຍອຸປະກອນດັ່ງກ່າວຈະຊ່ວຍໃຫ້ນັກຮຽນເຂົ້າໃຈ, ຢາກມີສ່ວນຮ່ວມ, ມີຄວາມຕັ້ງໃຈ, ມີແຮງຈູງໃຈໃນການຮຽນຮູ້ຫຼາຍຂຶ້ນ ໃນການເຮັດກິດຈະກຳໃນຫ້ອງຮຽນ ເພາະວ່າວັດຖຸທີ່ນຳເອົາມາຜິດແມ່ນເປັນວັດຖຸທີ່ຫາໄດ້ງ່າຍ, ລາຄາຖືກ ແລະ ເປັນວັດຖຸໃນທ້ອງຖິ່ນທີ່ນ້ອງນັກຮຽນມີຄວາມຄຸ້ນເຄີຍ, ອຸປະກອນທີ່ນໍາມາສ້າງສື່ການຮຽນການສອນຈາກວັດຖຸທີ່ຫາໄດ້ໃນທ້ອງຖິ່ນ ພ້ອມທັງຍັງເປັນການພັດທະນາຕົນເອງໃນການນໍາໃຊ້ຫຼັກສູດສະບັບປັບປຸງໃໝ່ ເພື່ອຄູສອນຈະໄດ້ມີຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ມີຄວາມພ້ອມໃນການນໍາໃຊ້ຫຼັກສູດສະບັບປັບປຸງໃໝ່ໃຫ້ມີປະສິດທິພາບ.

ການຖ່າຍທໍາຄູຕົວແບບ, ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຫຼັງຈາກໄດ້ເຄື່ອນໄຫວວຽກດັ່ງກ່າວມາແລ້ວ 3 ແຂວງ ຄື: ແຂວງຫຼວງພະບາງ, ຊຽງຂວາງ ແລະ ແຂວງສາລະວັນ ແມ່ນໄດ້ຮັບການນິຍົມ ແລະ ເປັນທີ່ສົນໃຈ ແລະ ຕິດຕາມເປັນຈໍານວນຫຼາຍ ໂດຍແຂວງສະຫວັນນະເຂດ ເປັນແຂວງໜຶ່ງທີ່ນອນຢູ່ໃນແຂວງເປົ້າໝາຍ. ທັງນີ້, ເພື່ອເປັນການສືບຕໍ່ໂຄສະນາສົ່ງເສີມການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ໃຫ້ໄດ້ຮັບຜົນດີທີ່ສຸດ, ພ້ອມທັງເປັນການສາທິດໃນການຈັດການຮຽນການສອນຕາມຫຼັກສູດໃໝ່, ເພື່ອບັນທຶກສຽງ, ສຳພາດ ແລະ ຖ່າຍທຳວິດີໂອການຮຽນການສອນຂອງຄູໃນການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມືຄູສະບັບປັບປຸງໃໝ່ ແລະ ຖ່າຍພາບ ເພື່ອເຜີຍແຜ່ທາງໂທລະພາບ, ວາລະສານ, ໜັງສືພິມ ແລະ ວິທະຍຸສຶກສາ ແລະ ກິລາ, ເພື່ອປູກຈິດສຳນຶກຊຸກຍູ້ໃຫ້ມີຄວາມເປັນເຈົ້າການ ແລະ ສ້າງແຮງຈູງໃຈແກ່ຄູສອນຊັ້ນປະຖົມສຶກສາ, ຄູຝຶກ, ຄູສຶກສານິເທດ ແລະ ຜູ້ອຳນວຍການໂຮງຮຽນຊັ້ນປະຖົມ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງຂອງນັກຮຽນ. ການລົງຖ່າຍທຳດັ່ງກ່າວ ຈະໄດ້ດຳເນີນເປັນໄລຍະເວລາ 8 ວັນ ໃນລະຫວ່າງວັນທີ 20-27 ພະຈິກ 2022.

ໂດຍ: ບົວລະພາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments