ມາຮອດປັດຈຸບັນ, ພະແນກສາທາລະນະສຸກ ແຂວງຊຽງຂວາງ ໄດ້ມີຄວາມພ້ອມຮອບດ້ານ ເປັນຕົ້ນ ດ້ານບຸກຄະລາກອນແພດ, ໝໍ, ພະຍາບານ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮັບໃຊ້ ມະຫະກຳກິແຫ່ງຊາດ ຄັ້ງທີ 11 ຫລື ຊຽງຂວາງເກມ 2022 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້, ນອກຈາກຮັບໃຊ້ ງານກິລາຊຽງຂວາງເກມແລ້ວ, ໃນໄລຍະດຽວກັນ ຍັງໄດ້ກຽມພ້ອມຮັບໃຊ້ ງາມສົມໂພດພະເຈົ້າອົງຫລວງປະທານພອນແລະ ງານສະເຫລີມສະຫລອງໄຫຫີນ ເປັນມໍລະດົກໂລກ ຕື່ມອີກ.

ທ່ານ ບຸນເພັງ ສິນນະວົງ ຮອງຫົວໜ້າພະແນກສາທາລະນະສຸກແຂວງຊຽງຂວາງ ໃຫ້ສຳ ພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ເພື່ອຮັບປະກັນການບໍລິການຮັກສາສຸຂະພາບ ແລະ ການປ້ອງກັນການລະບາດຂອງພະຍາດຕ່າງໆ ໂດຍສະເພາະ ໂຄວິດ-19 ໃນໄລຍະຈັດງານກິລາຊຽງຂວາງເກມ 2022, ພະແນກສາທາລະນະສຸກ ແຂວງຊຽງຂວາງ ໄດ້ກະກຽມຄວາມພ້ອມຮອບດ້ານ, ເປັນຕົ້ນ ໄດ້ກະກຽມແຜນເຄື່ອນໄຫວໃນທຸກໆດ້ານ ໂດຍສະເພາະ ໄດ້ກຽມບຸກຄະລາກອນແພດ, ໝໍ, ພະຍາບານ, ຢາປົວພະຍາດ, ອຸປະກອນການແພດ, ລົດສຸກເສີນ (ລົດຮັບ-ສົ່ງຄົນເຈັບ) ແລະ ລົດກວດອາຫານເຄື່ອນທີ່ ເພື່ອຮັບໃຊ້ສຸກເສີນໃນເວລາດຳເນີນການແຂ່ງຂັນ ແລະ ໄດ້ກໍານົດຫ້ອງ ການປະສານງານເປັນບ່ອນປະຈໍາການ, ຈັດຕັ້ງເປັນໜ່ວຍບໍລິການຄົງທີ່ ແລະ ພາກສະໜາມ ໂດຍແບ່ງເປັນ 2 ຄະນະໃຫຍ່ ຄື: ຄະນະຮັບຜິດຊອບຢູ່ຄົງທີ່ແມ່ນມີ 2 ຈຸດ ຄື: ໂຮງໝໍແຂວງ ແລະ ໂຮງໝໍບໍລິເວນ 101 ແລະ ຄະນະຮັບຜິດຊອບພາກສະໜາມ ໂດຍໄດ້ແບງປະຈຳຢູ່ແຕ່ລະຈຸດ ເປັນຕົ້ນ ສະໜາມແຂ່ງຂັນ ຢູ່ເດີ່ນໄຊຊະນະ, ສະໜາມກິລາທົ່ງໄຫຫີນ, ຄັງໄຂ, ຫາດນໍ້າຫງໍາ, ສວນມອນບ້ານໂງຍ, ສະໜາມແຂ່ງລົດຖີບ, ທີ່ພັກນັກກິລາ-ຄູຝຶກ, ໂຮງແຮມ-ເຮືອນພັກ ແລະ ສູນບໍາບັດນັກກິລາ. ນອກນັ້ນ, ຍັງໄດ້ກຽມລົດສຸກເສີນ ປະຈຳຢູ່ຕາມຈຸດຕ່າງໆ ທີ່ເຫັນວ່າສໍາຄັນ ເຊັ່ນ: ປະຈໍາຢູ່ໂຮງໝໍ, ສະໜາມເປີດ-ປິດ, ເຂດທີ່ມີຫລາຍປະເພດກິລາແຂ່ງຂັນ ແລະ ເຂດທີ່ແຂ່ງຂັນໄກອອກຈາກຕົວເມືອງ, ພ້ອມທັງ ໄດ້ກະກຽມສະຖານທີ່ຮັບຮອງຄົນເຈັບ, ທັງຄົນເຈັບຈາກໂຄວິດ-19 ແລະ ຈາກການແຂ່ງຂັນ. ພ້ອມນີ້, ຄະນະຮັບຜິດຊອບຈະໄດ້ຕິດເບີໂທລະສັບ ຂອງແພດພາກສະໜາມ ຢູ່ຕາມຈຸດສະຖານທີ່ພັກນັກກິລາ, ເຮືອນພັກ, ໂຮງແຮມ ແລະ ສະຖານທີ່ສຳຄັນຕ່າງໆ.

ໂອກາດນີ້, ທ່ານ ບຸນເພັງ ສິນນະວົງ ຍັງໄດ້ຮຽກຮ້ອງໃຫ້ ມວນຊົນ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາຊົມ, ມາເຊຍກິລາໃນຄັ້ງນີ້, ຈົ່ງຮ່ວມມືກັນຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ຄະນະຮັບຜິດຊອບໄດ້ກໍານົດໄວ້ເຊັ່ນ: ສັກວັກຊິນ ຄົບສາມເຂັມຂຶ້ນໄປ, ໃສ່ຜ້າອັດປາກ-ອັດດັງ, ໃຊ້ເຈວລ້າງມື ແລະ ອື່ນໆ, ຖ້າທ່ານໃດຫາກມີບັນຫາດ້ານສຸຂະພາບ ສາມາຕິດຕໍ່ເບີສາຍດ່ວນ 061, 165 ແລະ 061, 166 ໄດ້ຕະຫລອດເວລາ.

ຂ່າວ-ພາບ: ທະນູທອງ

LEAVE A REPLY

Please enter your comment!
Please enter your name here